ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ເຜີຍແຜ່ຜົນສຳເລັດກອງປະຊຸມວຽກງານປ້ອງກັນພາຍໃນທົ່ວກອງທັບ 5 ປີ ຄັ້ງທີ IX
ເວລາອອກຂ່າວ: 2021-02-17 08:37:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 432 | ຄວາມນິຍົມ:



ໃນວັນທີ 11 ກຸມພາ ນີ້, ໂຮງ ຮຽນທິດສະດີການເມືອງກອງທັບ ໄດ້ຈັດຕັ້ງເຜີຍແຜ່ຜົນສໍາເລັດ ກອງປະຊຸມວຽກງານປ້ອງກັນ ພາຍໃນທົ່ວກອງທັບ ຄັ້ງທີ IX ແລະ ຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວວຽກງານປ້ອງ ກັນພາຍໃນກອງທັບ ສະບັບປັບ ປຸງໃໝ່ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ປອ ຄໍາຜາຍ ສະພັງເໜືອ ເລຂາຄະນະ ພັກ ຫົວໜ້າການເມືອງໂຮງຮຽນ ທິດສະດີການເມືອງກອງທັບ, ມີ ຄະນະອໍານວຍການ, ຄະນະຫ້ອງ, ຄະນະວິຊາຄູ ພະນັກງານ-ນັກຮົບ ຕະຫຼອດຮອດນັກສຶກສາເຂົ້າ ຮ່ວມ. ສະຫາຍ ພັນໂທ ມີນາຄໍາ ພົນທິລາດ ຫົວໜ້າພະແນກປ້ອງ ກັນພາຍໃນໂຮງຮຽນທິດສະດີ ການເມືອງກອງທັບ ໄດ້ຂຶ້ນ ເຜີຍແຜ່ຜົນສໍາເລັດກອງປະຊຸມ ວຽກ ງານປ້ອງກັນພາຍໃນທົ່ວ ກອງທັບ 5 ປີທີ່ຜ່ານມາ(2016- 2020) ແລະ ທິດທາງ 5 ປີ ຕໍ່ໜ້າ (2021-2025) ເຊິ່ງ ຄະນະພັກ-ຄະນະບັນຊາ, ອົງ ການ-ການເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົມນໍາພາແນວຄິດ ຍົກສູງສະຕິລະວັງຕົວປະຕິວັດ ຕ້ານຍຸດທະສາດຫັນປ່ຽນໂດຍ ສັນຕິຂອງສັດຕູ, ເຊື່ອມຊຶມກໍາ ແໜ້ນແນວທາງແຜນນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ຂໍ້ ກໍານົດກົດລະບຽບຂອງກອງທັບ, ທາດແທ້ມູນເຊື້ອອັນດີງາມຂອງ ພັກ, ຂອງຊາດ, ຂອງກອງທັບ ເຮັດໃຫ້ສະມາຊິກພັກ, ພະນັກ ງານ, ນັກຮົບມີຄຸນທາດການ ເມືອງຄຸນສົມບັດສິນທໍາປະຕິວັດ ມີຄວາມປອດໃສຂາວສະອາດ. ຈັດຕັ້ງເຝິກອົບຮົມວຽກງານ ປ້ອງກັນພາຍໃນໃຫ້ຄະນະພັກ-ຄະນະບັນຊາ ຜູ້ເຮັດວຽກງານ ປ້ອງກັນພາຍໃນຢູ່ບັນດາອົງ ການ, ກົມກອງລວມທັງໝົດ 12 ຄັ້ງ, ຈໍານວນພົນເຂົ້າຮ່ວມ 982 ສະຫາຍ, ຈັດຕັ້ງປະຕິບັດຂໍ້ຕົກ ລົງຂອງລັດຖະມົນຕີກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ສະຫຼຸບຖອດຖອນບົດຮຽນວຽກ ງານປ້ອງກັນພາຍໃນ 5 ປີ ທົ່ວ ກອງທັບຂັ້ນອົງການ, ກົມກອງ ທ້ອງຖິ່ນ ສໍາເລັດ 49 ກົມກອງ. ມີຈໍານວນພົນເຂົ້າຮ່ວມທັງໝົດ 5.128 ສະຫາຍ, ນາຍທະຫານ 4.901 ສະຫາຍ, ຈັດຕັ້ງດໍາເນີນ ການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ຕິດພັນກັບ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ. ປັດຈຸບັນ ສ້າງກົມກອງ ປອດໃສ ປອດໄພ ປອດຄະດີ 5 ປີຕໍ່ເນື່ອງ ມີ 476 ກົມກອງ, 4 ປີຕໍ່ເນື່ອງ 215 ກົມ ກອງ, 3 ປີຕໍ່ເນື່ອງ 220 ກົມ ກອງ, 2 ປີຕໍ່ເນື່ອງ 199 ກົມ ກອງ ແລະ 1 ປີ 87 ກົມກອງ. ຕີລາຄາແບ່ງປະເພດຄຸນນະພາບ ການເມືອງພາຍໃນທົ່ວກອງ ທັບສະແດງອອກ ຄື: ປະເພດ I ປອດໃສ ດີເດັ່ນກ້າວໜ້າ ເທົ່າກັບ 93,07 % ; ປະເພດ II ສັບສົນ, ຫຍໍ້ທໍ້ດ້ານຕ່າງໆ ເທົ່າກັບ 4,66 %, ວຽກງານປັບປຸງກໍ່ ສ້າງອົງການປ້ອງກັນພາຍໃນ ປັດຈຸບັນລະບົບການຈັດຕັ້ງປ້ອງ ກັນພາຍໃນຄົບຖ້ວນນັບແຕ່ຂັ້ນ ກະຊວງລົງຮອດກົມກອງທ້ອງ ຖິ່ນມີພະນັກງານປ້ອງກັນພາຍ ໃນຢູ່ອົງການ, ກົມກອງ 642 ສະ ຫາຍ, ຍິງ 66 ສະຫາຍ, ມີກໍາມະ ການປ້ອງກັນພັກ 3.345 ສະ ຫາຍ, ຂັ້ນກອງພັນນ້ອຍ, ກອງ ບັນຊາການທະຫານເມືອງ , ກອງ ຮ້ອຍເອກະລາດ, ມີຜູ້ເຮັດວຽກ ງານປ້ອງກັນ ຈໍານວນ 558 ສະ ຫາຍ, ຢູ່ຂັ້ນໝູ່ມີນັກຮົບປ້ອງກັນ 2.277 ສະຫາຍ ນອກນັ້ນຍັງໄດ້ ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ປ້ອງກັນພາຍໃນກອງທັບປະຊາ ຊົນລາວ ເຊິ່ງລວມມີ X ພາກ 74 ມາດຕາ ທັງນີ້ກໍເພື່ອໃຫ້ພະ ນັກງານ-ນັກຮົບທົ່ວໂຮງຮຽນ ທິດສະດີການເມືອງກອງທັບ ໂດຍສະເພາະຜູ້ເຮັດວຽກງານ ປ້ອງກັນພາຍໃນເຫັນໄດ້ຜົນສໍາ ເລັດຂອງວຽກງານດັ່ງກ່າວ ແລະ ພ້ອມກັນສືບຕໍ່ປະຕິບັດໃນຊຸມປີ ຕໍ່ໜ້າຢ່າງມີໝາກຜົນສູງ. ໂດຍ: ຄໍາພັດ ມິ່ງມູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ