ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ທະຫານແຂວງສະຫວັນນະເຂດ ເປີດຊຸດອົບຮົມ - ຫັດແອບການທະຫານ, ການເມືອງ, ພະລາທິການ - ເຕັກນິກ
ເວລາອອກຂ່າວ: 2021-02-16 08:35:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 508 | ຄວາມນິຍົມ:



ວັນທີ 12 ກຸມພາ 2021 ນີ້ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ໄດ້ເປີດບັ້ນອົບ ຮົມ-ຫັດແອບການເມືອງ, ການ ທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2021 ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະ ວາ ສີ ທະວີໄຊ ຄະນະປະຈຳພັກ ແຂວງເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາໃນ ອົງການ 5 ຫ້ອງ, ກອງບັນຊາ ການທະຫານເມືອງ 14 ຕົວເມືອງ ກັບ 1 ນະຄອນ ບັນດາກອງພັນ, ໂຮງຮຽນ, ໂຮງໝໍ, ກົມກອງທະ ຫານຊາຍແດນເຂົ້າຮ່ວມ. ສະຫາຍ ພັນຕີ ສົມຊາຍ ໄຊ ອາສາ ຫົວໜ້າພະແນກອົບຮົມ ກອງບັນຊາການທະຫານແຂວງ ໄດ້ຜ່ານແຜນການອົບຮົມຫັດ- ແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກປະຈຳປີ 2021, ເຊິ່ງການອົບຮົມ-ຫັດ ແອບ ແມ່ນຈະໄດ້ອົບຮົມຂໍ້ກຳ ນົດລະບຽບຮູບແຖວ, ກີລາການ ທະຫານ, ສິນລະປະຍຸດ-ຍຸດ ທະວິທີເຕັກນິກນຳໃຊ້ອຸປະກອນ ສື່ສານ, ການເມືອງ ແລະ ພະລາ ທິການ-ເຕັກນິກ. ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາແຕ່ລະ ກົມກອງເອົາໃຈໃສ່ກະກຽມດ້ານ ເນື້ອໃນອົບຮົມ, ກະກຽມພາຫະ, ວັດຖຸຮັບໃຊ້, ສະຖານທີ່ເຝິກແອບ ຮໍ່າຮຽນ, ເອົາໃຈໃສ່ການຮຽນ ການສອນໃຫ້ຖືກຕ້ອງຕາມແຜນການຂໍ້ກຳນົດໃຫ້ລະອຽດຈະແຈ້ງ ແລະ ມີຄຸນນະພາບສູງ. ພາບ: ຄຳໃສ ຂ່າວ: ພານິດ ພິລາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ