ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ຜູ້ສະໝັກ ສສຊ ແລະ ສສຂ ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ເຄື່ອນໄຫວໂຄສະນາຫາສຽງຢູ່ເມືອງເງິນ
ເວລາອອກຂ່າວ: 2021-02-15 10:12:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 556 | ຄວາມນິຍົມ:



ໃນວັນທີ 11 ກຸມພາ 2021 ນີ້, ຜູ້ສະໝັກເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນ ແຂວງ ຊຸດທີ II ເຂດເມືອງເງິນ ປະຈຳເຂດເລືອກຕັ້ງທີ 7 ແຂວງ ໄຊຍະບູລີແຂວງໄຊຍະບູລີ ໄດ້ ເຄື່ອນໄຫວໂຄສະນາຫາສຽງ ຢູ່ພາຍໃນເມືອງເງິນ ໂດຍການ ໃຫ້ກຽດຕ້ອນຮັບຂອງ ທ່ານ ຄຳແພງ ຕັດສະຫວັດ ເຈົ້າເມືອງໆ ເງິນ ພ້ອມດ້ວຍຄະນະນໍາຂອງ ເມືອງ ແລະ ປະຊາຊົນເຂົ້າຮ່ວມ. ການລົງເຄື່ອນໄຫວຂອງ ຜູ້ສະໝັກເລືອກຕັ້ງເປັນ ສສຊແລະ ສສຂ ຢູ່ເມືອງເງິນ ໃນ ຄັ້ງນີ້ ນຳໂດຍສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຜູ້ສະໝັກ ນໍ້າເບີ 1 ພ້ອມດ້ວຍຄະນະຜູ້ ສະໝັກ ເຊິ່ງຢູ່ເມືອງເງິນ ໄດ້ ແບ່ງອອກເປັນ 3 ຈຸດຄື: ຈຸດທີ 1 ຢູ່ເດີ່ນກີລາເມືອງ, ຈຸດທີ 2 ຢູ່ບ້ານ ເພຍງາມ ແລະ ຈຸດທີ 3 ຢູ່ບ້ານ ທອງ ເຊິ່ງມີບັນດາພະນັກງານ-ນັກຮົບປະຕິວັດອາວຸໂສ, ພະ ນັກງານບໍານານ, ພະນັກງານຄູ-ອາຈານ ຕະຫຼອດຮອດພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງພາຍໃນເມືອງເຂົ້າຮ່ວມ ທັງໝົດ 4832 ຄົນ, ຍິງ 1985 ຄົນ. ໃນຕອນບ່າຍຂອງວັນດຽວ ກັນ, ຄະນະທິມງານຜູ້ສະໝັກ ເລືອກຕັ້ງ ໄດ້ເຄື່ອນໄຫວພົບປະ ບັນດາພະນັກງານຫຼັກແຫຼ່ງ ຂອງເມືອງ ຢູ່ທີ່ຫໍປະຊຸມໃຫຍ່ ຂອງເມືອງ ຈຸດປະສົງໃນການ ລົງໂຄສະນາຫາສຽງຄັ້ງນີ້, ແມ່ນເພື່ອນໍາສະເໜີໃຫ້ບັນດາ ພະນັກງານທະຫານ, ຕໍາຫຼວດ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ມີສິດປ່ອນບັດ ເລືອກຕັ້ງພາຍໃນເມືອງ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະມາຊິກ ສະພາແຫ່ງຊາດ ແລະ ສະພາ ປະຊາຊົນແຂວງ ພ້ອມທັງນໍາ ສະເໜີປະຫວັດການເຄື່ອນໄຫວ ຂອງຕົນໃນແຕ່ລະໄລຍະຜ່ານ ມາຈົນເຖິງປັດຈຸບັນ, ເພື່ອເຮັດ ໃຫ້ຜູ້ມີສິດເລືອກຕັ້ງໄດ້ນໍາໄປພິ ຈາລະນາໃນການໃຊ້ສິດຂອງ ຕົນເຂົ້າໃນການເລືອກຕົວແທນ ຂອງຕົນເຂົ້າໄປນັ່ງໃນສະພາ ເພາະການເລືອກຕັ້ງຖືເປັນເຫດ ການເມືອງທີ່ສຳຄັນຂອງພັກຂອງ ຊາດ, ເປັນໂອກາດທີ່ປະຊາຊົນ ບັນດາເຜົ່າຈະໄດ້ໃຊ້ສິດປະຊາທິ ປະໄຕເລືອກເອົາຕົວແທນຂອງ ຕົນ ເພື່ອໄປປົກປ້ອງສິດຜົນປະ ໂຫຍດອັນຊອບທໍາຂອງປະຊາ ຊົນບັນດາເຜົ່າຢ່າງແທ້ຈິງ. ສຳລັບເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີຜູ້ສະໝັກ ຮັບເລືອກ ສສຊ ທັງໝົດ 12 ທ່ານ, ຍິງ 2 ທ່ານ ເລືອກເອົາ 9 ທ່ານ ແລະ ສສຂ ປະຈຳເຂດ ເລືອກຕັ້ງເມືອງເງິນ ທັງໝົດ 5 ທ່ານ, ຍິງ 1 ທ່ານ ເລືອກເອົາ 3 ທ່ານ. ທັງໝົດນີ້ກໍເພື່ອຮັບປະກັນ ເຮັດໃຫ້ການເລືອກຕັ້ງຄັ້ງນີ້ບັນ ລຸໄດ້ 400% ທີ່ແຂວງວາງອອກ ໃຫ້ປະກົດຜົນເປັນຈິງ. ໂດຍ: ອິນແປງ ແຫວນຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ