ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສະຫຼຸບວຽກງານກວດກູ້ ແລະ ທຳລາຍລະເບີດບໍທັນແຕກ ໃນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ
ເວລາອອກຂ່າວ: 2018-12-21 09:57:19 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 239838323 | ຄວາມນິຍົມ:



ວັນທີ 18 ທັນວາ 2018 ນີ້, ກົມໃຫຍ່ເສນາທິການກອງ ທັບໄດ້ຈັດກອງປະຊຸມສະຫຼຸບ ວຽກງານຮອບດ້ານຂອງຄະນະ ຮັບຜິດຊອບກວດກູ້ ແລະ ທຳ ລາຍລະເບີດຍັງບໍ່ທັນເເຕກໃນ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ປະຈຳປີ 2018 ຂຶ້ນ ຢູ່ທີ່ສະໂມສອນຂອງເມືອງວັງ ວຽງ ແຂວງວຽງຈັນ ໂດຍການ ເຂົ້າຮ່ວມເປັນປະທານຂອງທ່ານ ພົນຕີ ຄຳລຽງ ອຸທະໄກສອນ ກຳ ມະການຄະນະພັກກະຊວງປ້ອງ ກັນປະເທດ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ ຫົວ ໜ້າຄະນະຊີ້ນຳວຽກງານກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ໃນໂຄງເສັ້ນທາງໂຄງການທາງ ລົດໄຟ ລາວ-ຈີນ, ມີ ພັນເອກ ວຽງໄຊ ໄຊສະໝອນ ຫົວໜ້າກົມ ຊ່າງເເສງກົມໃຫຍ່ເສນາທິການ ກອງທັບ, ມີຜູ້ຕາງໜ້າຈາກບໍ ລິສັດ ທີເຮັສບີ ຈຳກັດ, ບໍລິສັດ ດາວສະຫວັນ ຈຳກັດ ແລະ ພະ ນັກງານ-ນັກຮົບແຕ່ລະສູນເຂົ້້າ ຮ່ວມ. ພັນໂທ ປາດຖະໜາ ບຸດທິຈັກ ຄະນະຮັບຜິດຊອບຊີ້ນຳວຽກ ງານກວດກູ້ລະເບີດບໍ່ທັນແຕກ ຮອງຫົວໜ້າຫ້ອງການກົມໃຫຍ່ ເສນາທິການກອງທັບໄດ້ຂຶ້ນ ຜ່ານບົດສະຫຼຸບໃນໄລຍະຜ່ານ ມາຄະນະພັກ-ຄະນະບັນຊາແຕ່ ລະກອງທີ່ປະຈຳແຕ່ລະຊ່ວງ ທາງໄດ້ຖືສຳຄັນວຽກງານສຶກ ສາອົບຮົມການເມືອງນຳພາ, ແນວຄິດໃຫ້ພະນັກ-ນັກຮົບຢ່າງ ເປັນປົກກະຕິ. ນຳເອົາແນວທາງ ແຜນນະໂຍບາຍຂອງພັກມາໂຄ ສະນາເຜີຍແຜ່ໃຫ້ພະນັກງານ-ນັກຮົບຮັບຮູ້ ແລະ ເຂົ້າໃຈ ພ້ອມ ທັງຫັນລົງສູ່ຮາກຖານກັບປະຊາ ຊົນໃນແຕ່ລະບ້ານທີ່ມີການພົວ ພັນປະສານສົມທົບກັບອຳນາດ ການປົກຄອງເປັນຢ່າງດີ, ນອກ ຈາກນີ້ຄະນະພັກ-ຄະນະບັນຊາ ຍັງໄດ້ປະຕິບັດຕາມແຜນການ ຂອງຂັ້ນເທີງໂດຍນຳໃຊ້ກຳລັງ ເຫຼົ່າຮົບຊ່າງແສງໃນເບື້ອງຕົ້ນ ໄດ້ນຳໃຊ້ກຳລັງປະຈຳພາກສະ ໜາມທັງໝົດ 314 ສະຫາຍ ປະ ຕິບັດໜ້າທີ່ຢູ່ໃນ 6 ຊ່ວງສັນຍາ ຂອງການກໍ່ສ້າງ ເຊິ່ງຈັດຕັ້ງ ເປັນ 6 ສູນບັນຊາ ແຕ່ລະສູນມີ 1 ກອງຮ້ອຍກວດກູ້ລະເບີດມີ 1 ໝວດເຄື່ອນທີ່ ມາຮອດປັດຈຸບັນ ເນື້ອທີ່ກວດກູ້ຢູ່ພາກສະໜາມສຳ ເລັດແລ້ວ 70% ຂອງເນື້ອທີ່ ທັງໝົດ. ຜ່ານການຈັດຕັ້ງປະຕິບັດ ວຽກງານກວດກູ້ ແລະ ທຳລາຍ ລະເບີດບໍ່ທັນແຕກໂຄງການເສັ້ນ ທາງລົດໄຟ ລາວ-ຈີນ ຂອງແຕ່ ລະຊ່ວງທາງສາມາດປະຕິບັດ ໄດ້ດັ່ງນີ້ຊ່ວງທາງທີ 1 ສາມາດ ກວດກູ້ທຳລາຍລະເບີດແຕ່ຊາຍ ແດນ ລາວ-ຈີນ ເຖິງບ້ານລັກ ຊາວເມືອງໄຊ ແຂວງອຸດົມໄຊ ໃນໄລຍະແລວທາງຍາວ 52.856 ກິໂລແມັດ ກວດກູ້ ລະເບີດໄດ້ຈໍານວນ 0 ໜ່ວຍ ແລະ ຊີ້ນສ່ວນລະເບີດບໍ່ທັນເເຕກ ແລະ ໂລຫະຕ່າງໆຈຳນວນ 690 ຊີ້ນສ່ວນ, ຊ່ວງທາງທີ 2 ກວດກູ້ທຳລາຍລະເບີດບໍ່ທັນແຕກ ແຕ່ບ້ານລັກຊາວ ເມືອງໄຊ ແຂວງອຸດົມໄຊ ເຖິງ ບ້ານຖິ່ນ ເມືອງງາ ແຂວງອຸດົມໄຊ ໃນໄລ ຍະແລວທາງຍາວ 66.095 ກິ ໂລເເມັດ, ກວດກູ້ລະເບີດບໍ່ທັນ ແຕກໄດ້ 0 ໜ່ວຍ ກວດກູ້ຊີ້ນ ສ່ວນລະເບີດ ແລະ ໂລຫະຈຳ ນວນ 31.508 ຊີ້ນສ່ວນ, ຊ່ວງ ທາງທີ 3 ກວດກູ້ທຳລາຍລະ ເບີດບໍ່ທັນແຕກ ແຕ່ບ້ານຖິ່ນ ເມືອງງາ ແຂວງອຸດົມໄຊ ເຖິງ ບ້ານລ່ອງອໍ້ ເມືອງຊຽງເງິນ ແຂວງຫຼວງພະບາງ ໃນໄລຍະ ທາງ 7.086 ກິໂລເເມັດ ກວດ ກູ້ລະເບີດບໍ່ທັນແຕກໄດ້ 0 ໜ່ວຍ ກວດກູ້ຊີ້ນສ່ວນ ແລະ ໂລຫະໄດ້ 4,137 ຊີ້ນສ່ວນ. ຊ່ວງທາງທີ 4 ກວດກູ້ທໍາລາຍລະເບີດບໍ່ທັນ ແຕກແຕ່ບ້ານລ່ອງອໍ້ ເມືອງຊຽງ ເງິນ ແຂວງຫຼວງພະບາງ ເຖິງ ບ້ານສົມສະຫວາດ ເມືອງວັງ ວຽງ ແຂວງວຽງຈັນ ໃນໄລຍະ ແລວທາງຍາວ 74.099 ກິໂລ ເເມັດ ກວດກູ້ລະເບີດບໍ່ທັນເເຕກ ໄດ້ 9 ໜ່ວຍ ກວດກູ້ລະເບີດ ແລະ ໂລຫະໄດ້ 11.687 ຊີ້ນ ສ່ວນ. ຊ່ວງທາງທີ 5 ກວດກູ້ທຳ ລາຍລະເບີດແຕ່ບ້ານສົມສະ ຫວາດ ເມືອງວັງວຽງ ແຂວງ ວຽງຈັນ ເຖິງ ບ້ານນໍ້າລີນ ເມືອງໂພນໂຮງ ແຂວງວຽງຈັນ ໃນໄລຍະແລວທາງຍາວ 90.026 ກິໂລເເມັດ ກວດກູ້ລະ ເບີດບໍ່ທັນແຕກໄດ້ 9 ໜ່ວຍ ກວດກູ້ລະເບີ ແລະ ໂລຫະໄດ້ 48,910 ຊີ້ນສ່ວນ ແລະ ຊ່ວງ ທາງທີ 6 ກວດກູ້ທຳລາຍລະ ເບີດແຕ່ບ້ານ ນໍ້າລິນ ເມືອງໂພນ ໂຮງ ແຂວງວຽງຈັນ ເຖິງບ້ານ ໄຊ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ໃນໄລຍະແລວທາງ ຍາວ 7.976 ກິໂລແມັດ ກວດກູ້ ລະເບີດບໍ່ທັນແຕກໄດ້ 0 ໜ່ວຍ ກວດກູ້ລະເບີດ ແລະ ໂລຫະໄດ້ 4.746 ຊີ້ນສ່ວນ. ນອກນັ້ນ ພວກເຮົາຍັງໄດ້ຈັດຕັ້ງທຳລາຍ ລະເບີດທີ່ທັນແຕກໃນໄລຍະກາງ ເດືອນກັນຍາປີ 2018 ຜ່ານ ມາຈຳນວນ 18 ລູກ. ໂອກາດນີ້ ທ່ານ ພົນຕີ ຄຳ ລຽງ ອຸທະໄກສອນ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ ພະນັກງານ-ນັກຮົບທີ່ປະຕິບັດຢູ່ ພາກໜາມສືບຕໍ່ຍູ້ແຮງຂະບວນ ການກໍ່ສ້າງຮາກຖານການ ເມືອງຕິດຕາມກຳແໜ້ນສະພາບ ຢູ່ພາຍໃນຂົງເຂດຄວາມຮັບຜິດ ຊອບຂອງກຸ່ມຄົນທີ່ບໍ່ຫວັງດີຈະ ເຂົ້າມາເຄື່ອນໄຫວສ້າງຄວາມບໍ່ ສະຫງົບໃຫ້ແກ່ໂຄງການດັ່ງ ກ່າວ, ສືບຕໍ່ປະສານສົມທົບກັບ ບັນ ດາອຳນາດການປົກຄອງ ທ້ອງຖິ່ນໂຄສະນາຂົນຂວາຍໃຫ້ ບັນດາພໍ່ແມ່ປະຊາຊົນໄດ້ມີສ່ວນ ຮ່ວມເຂົ້າໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢ່າງແຂງແຮງ, ເອົາໃຈໃສ່ສຶກ ສາອົບຮົມການເມືອງ, ນຳພາ ແນວໃຫ້ພະນັກງານ-ນັກຮົບສືບ ຕໍ່ຫ້າວຫັນເຮັດໜ້າທີ່ຂອງຕົນ ຕາມການມອບໝາຍເຂົ້າໃຈ ແຈ້ງຕໍ່ໜ້າທີ່ຂອງຕົນຢ່າງເລິກ ເຊິ່ງເຖິງຖອງ, ມີຄວາມຫ້າວ ຫັນກະຕືລືລົ້ນເຂົ້າໃນໜ້າທີ່ວຽກ ງານຢ່າງມີຄວາມຮັບຜິດຊອບ ສູງ, ສືບຕໍ່ເອົາໃຈໃສ່ປັບປຸງແບບ ແຜນວິທີເຮັດ, ເຮັດວຽກຕ້ອງ ມີວິທະຍາສາດ, ປະຕິບັດຫຼັກ ການລວມສູນປະຊາທິປະໄຕ ແບ່ງງານໃຫ້ບຸກຄົນຮັບຜິດ ຊອບ, ຍົກສູງຄວາມຮັບຜິດຊອບ ຂອງແຕ່ລະສະຫາຍຖືວ່າວຽກ ງານດັ່ງກ່າວເປັນວຽກທີ່ສຳຄັນ ຂອງຊາດທີ່ໄດ້ມອບໝາຍໃຫ້ບັນ ດາສະຫາຍຮັບຜິດຊອບ ແລະ ເປັນວຽກທີ່ສຳຄັນຂອງກອງທັບ ເຮົາ ແລະ ເອົາໃຈໃສ່ປະສານ ທົບກັບບັນດາບໍລິສັດຜູ້ຮັບເໜົາ ຢ່າງເຂັ້ມງວດ ແລະ ໜັກແໜ້ນ ຂຶ້ນກວ່າເກົ່າ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ