ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຜູ້ແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ ຢ້ຽມຊົມສວນສະພັງເລນ
ເວລາອອກຂ່າວ: 2018-12-20 09:51:15 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ໃນໂອກາດທີ່ຄົນເຊື້ອຊາດ ລາວທິ່ດຳລົງຊີວິດຢູ່ຕ່າງປະເທດ ຈຳນວນ 38 ຄົນ ທີ່ເປັນຕົວແທນ ໃຫ້ແກ່ຄົນເຊື້ອຊາດລາວໃນ 11 ປະເທດ ໄດ້ເດີນທາງມາເຂົ້າ ຮ່ວມກອງປະຊຸມພົບປະຜູ້ຊົງຄຸນ ວຸດທິບັນດາເຜົ່າ ຄັ້ງທີ III ປີ 2018 ເຊິ່ງສູນກາງແນວລາວ ສ້າງຊາດຈັດຂຶ້ນໃນລະຫວ່າງ ວັນທີ 11-14 ທັນວາ 2018 ຢູ່ ທີ່ນະຄອນຫຼວງວຽງຈັນ, ເຊິ່ງ ຄົນເຊື້ອຊາດລາວຈຳນວນ 38 ຄົນ ມີທັງຜູ້ເປັນກຳມະການທີ່ມາ ຮ່ວມງານກອງປະຊຸມດັ່ງກ່າວ, ພາຍຫຼັງສິ້ນສຸດກອງປະຊຸມແລ້ວ ຄະນະຜູ້ແທນຄົນເຊື້ອຊາດລາວ ໄດ້ສືບຕໍ່ໄປຢ້ຽມຢາມສະຖານ ທີ່ ວັດທະນະທຳ ແລະ ປະຫວັດສາດ ຫຼາຍແຫ່ງໃນນະຄອນຫຼວງວຽງ ຈັນ ສຳລັບການຢ້ຽມຢາມສວນ ສາທາລະນະໜອງສະພັງເລນ, ເຊິ່ງເປັນສະຖານທີ່ສຳຄັນຕິດພັນ ກັບປະຫວັດສາດພະທາດຫຼວງ ວຽງຈັນ, ຄະນະໄດ້ຮັບການຕ້ອນ ຮັບຢ່າງອົບອຸ່ນຈາກທ່ານ ນາງ ບົວວຽງ ເພັດທະລານຄຳ ກຳມະ ການສູນກາງແນວລາວສ້າງ ຊາດ, ປະທານບໍລິສັດ ເພັດບັນ ດິດກໍ່ສ້າງ ໃນນາມຜູ້ສຳປະທານ ແລະ ພັດທະນາສວນສາທາລະ ນະໜອງສະພັງເລນ, ບ້ານໜອງ ບອນ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ ນຳພາທາງໂດຍ ທ່ານ ສົມອົກ ກິ່ງສະດາ ຮອງປະ ທານສູນກາງແນວລາວສ້າງ ຊາດ ເຊິ່ງທ່ານ ນາງ ບົວວຽງ ເພັດທະລານຄຳ ໄດ້ກ່າວຕ້ອນ ຮັບ ແລະ ລາຍງານ ໂດຍຫຍໍ້ເຖິງ ປະຫວັດຄວາມເປັນມາ ແລະ ສະ ພາບການພັດທະນາ ສວນສາທາ ລະນະໜອງສະພັງເລນໃນໄລຍະ ຜ່ານມາຈົນເຖິງປັດຈຸບັນ. ໜອງສະພັງເລນມີປະຫວັດ ສາດຕິດພັນກັບພະທາດຫຼວງ ວຽງຈັນໃນສະໄໝພະເຈົ້າໄຊຍະ ເສດຖາທິລາດ ນຳພາກໍ່ສ້າງພະ ທາດຫຼວງວຽງຈັນ ເຊິ່ງເປັນຮ່ອງ ຮອຍຈາກການຂຸດເອົົາດິນໃນ ໜອງນີ້ໄປປັ້ນເປັນດິນຈີ່ເພື່ອກໍ່ ສ້າງອົງພະທາດຫຼວງ ດັ່ງທີ່ພວກ ເຮົາເຫັນທຸກວັນນີ້. ໃນປີ 2010 ລັດຖະບານ ກໍຄືການນຳນະຄອນຫຼວງວຽງ ຈັນ ໄດ້ອະນຸມັດໃຫ້ບໍລິສັດ ເພັດ ບັນດິດ ກໍ່ສ້າງ ເປັນຜູ້ສຳປະທານ ແລະ ພັດທະນາແຫຼ່ງປະຫວັດ ສາດແຫ່ງນີ້ ໂດຍມີອານຸກຳມະ ການສຳປະທານທັງໝົດ 30 ປີ ແລະ ຂໍຕໍ່ໄດ້, ຫຼັງຈາກນັ້ນ ບໍລິສັດ ເພັດບັນດິດ ກໍ່ສ້າງ ຈຶ່ງໄດ້ເອົາ ໃຈໃສ່ພັດທະນາ ແລະ ກໍ່ສ້າງສິ່ງ ອຳນວຍຄວາມສະດວກດ້ານ ຕ່າງໆ ເພື່ອຮອງຮັບແກ່ນັກທ່ອງ ທ່ຽວ ທັງພາຍໃນ ແລະ ຕ່າງປະ ເທດ, ເຊິ່ງໃນແຕ່ລະວັນໄດ້ມີນັກ ທ່ອງທ່ຽວເຂົ້າມາທ່ອງທ່ຽວພັກ ຜ່ອນຍ່ອນອາລົມ,​ ຊົມທຳມະ ຊາດ,​ ສຳຜັດອາກາດທີ່ຮົ່ມເຢັນ ເປັນຈຳນວນຫຼວງຫຼາຍ, ໂດຍ ສະເພາະແມ່ນໃນຍາມຄໍ່າຄືນ ເພາະໄດ້ປະດັບປະດາໄຟແສງສີ ຢ່າງສວຍສົດງົດງາມ ແລະ ປະ ທັບອົກປະທັບໃຈ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ