ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກຊາວໜຸ່ມກົມໃຫຍ່ການເມືອງກອງທັບສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2020
ເວລາອອກຂ່າວ: 2021-01-28 08:45:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 471 | ຄວາມນິຍົມ:



ວັນທີ 26 ມັງກອນ 2021 ນີ້, ພະແນກຊາວໜຸ່ມກົມໃຫຍ່ ການເມືອງກອງທັບ ໄດ້ຈັດຕັ້ງ ສະຫຼຸບຖອດຖອນບົດຮຽນການ ເຄື່ອນໄຫວວຽກງານຮອບດ້ານ ປະຈຳປີ 2020 ແລະ ວາງທິດ ທາງແຜນການໃນຕໍ່ໜ້າ, ໂດຍ ການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພັນເອກ ຖາວອນ ສີ ຫາລາດ ຮອງຫົວໜ້າຫ້ອງການ ເມືອງ ກົມໃຫຍ່ການເມືອງກອງ ທັບ, ມີຄະນະພັກ-ຄະນະບັນຊາ ບັນດາກົມກອງ, ຄະນະບໍລິຫານ ງານຊາວໜຸ່ມ ແລະ ຄະນະໜ່ວຍ ຊາວໜຸ່ມທົ່ວກົມໃຫຍ່ການເມືອງ ເຂົ້າຮ່ວມ. ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກ ຊາວໜຸ່ມກົມໃຫຍ່ການເມືອງ ກອງທັບໄດ້ກ່າວວ່າ: ຕະຫຼອດ ໄລຍະ 1 ປີຜ່ານມາ ຄະນະ ຊາວໜຸ່ມໄດ້ເອົາໃຈໃສ່ນຳພາ ສະມາຊິກຊາວໜຸ່ມເຄື່ອນໄຫວ ວຽກງານດ້ານຕ່າງໆຕາມພາ ລະບົດບາດຂອງຕົນ ຕິດພັນກັບ ຂະບວນການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນໍາພາແນວຄິດໃຫ້ສະມາ ຊິກຊາວໜຸ່ມດ້ວຍຫຼາຍຮູບ, ຫຼາຍ ວິທີທີ່ສອດຄ່ອງ ແລະ ແທດ ເໝາະກັບເງື່ອນໄຂຕົວຈິງຂອງ ແຕ່ລະກົມກອງ, ປຸກລະດົມສະ ມາຊິກເຂົ້າຮ່ວມເຊື່ອມຊຶມແນວ ທາງ, ແຜນນະໂຍບາຍ, ມະຕິ ຄໍາສັ່ງຕ່າງໆຂອງພັກ-ລັດ, ຂອງສູນກາງຊາວໜຸ່ມ ແລະ ມູນເຊື້ອຕ່າງໆ ເຮັດໃຫ້ສະມາ ຊິກຊາວໜຸ່ມມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ ແລະ ເຮັດສຳ ເລັດໜ້າທີ່ວິຊາສະເພາະຂອງ ຕົນທີ່ຂັ້ນເທິງມອບໝາຍໃຫ້ໄດ້ ເປັນຢ່າງດີ. ນອກຈາກນີ້ ສະມາ ຊິກຊາວໜຸ່ມຍັງໄດ້ເຂົ້າຮ່ວມຂະ ບວນການກີລາ, ສິລະປະ-ວັນ ນະຄະດີ ແລະ ຂະບວນການ ຕ່າງໆທີ່ກົມກອງ ກໍຄື ຂັ້ນເທິງ ຈັດຂຶ້ນຢ່າງເປັນຂະບວນຟົດ ຟື້ນກວ້າງຂວາງ. ສະແດງອອກ ໃນນີ້ ສາມາດຄັດເລືອກໜ່ວຍ ຊາວໜຸ່ມ 4 ບຸກໄດ້ 34 ໜ່ວຍ ແລະ 5 ຄະນະບໍລິຫານງານ. ໂດຍ: ນາງ ຈ່ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ