ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ເສນາທິການກອງທັບປະກາດອະນຸມັດໃຫ້ນາຍທະຫານພັກການຮັບບຳນານ
ເວລາອອກຂ່າວ: 2021-01-28 08:35:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 48 | ຄວາມນິຍົມ:



ວັນທີ 25 ມັງກອນ 2021 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປະກາດອະນຸມັດໃຫ້ນາຍທະ ຫານ ພັກການຮັບບຳນານ, ໂດຍ ການ ເຂົ້າຮ່ວມຂອງ ສະຫາຍ ພົນ ຕີ ຈັນທອງ ສອນຕະອາດ ກຳ ມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີຄະນະພັກ-ຄະ ນະບັນຊາ ແລະ ນາຍທະຫານ ພັກການກຽມຮັບບຳນານເຂົ້າ ຮ່ວມ. ສະຫາຍ ພັນໂທ ໄຊພອນ ສອນມະນີ ຮອງຫົວໜ້າຫ້ອງ ການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງວ່າ ດ້ວຍການອະນຸມັດໃຫ້ນາຍທະ ຫານ ພັກການຮັບບຳນານ, ອີງ ຕາມກົດໝາຍວ່າດ້ວຍປະກັນສັງ ຄົມ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ແລະ ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມໃຫຍ່ການ ເມືອງກອງທັບ, ກະຊວງປ້ອງ ກັນປະເທດຕົກລົງເຫັນດີອະນຸ ມັດໃຫ້ສະຫາຍ ສະຫາຍ ພັນໂທ ສີພັນ ພົມທະວົງ ຮອງຫົວໜ້າ ຫ້ອງ ການບໍລິການກົມໃຫຍ່ເສນາ ທິ ການກອງທັບ, ສະຫາຍ ພັນໂທ ຄຳຊາວ ຫຼ້າບ່າວລັດ ຫົວໜ້າການ ທະຫານ ກອງຮ້ອຍລົດ ກົມໃຫຍ່ ເສນາທິການກອງທັບ, ສະຫາຍ ພັນໂທ ບຸນຍີ່ ດວງດາລົມ ຫົວ ໜ້າພະແນກອົບຮົມກົມ 49, ສະ ຫາຍ ພັນໂທ ດວນ ດາລາວົງ ຫົວ ໜ້າພະແນກຂ່າວສານພູມມີສາດ ກົມແຜນທີ່ກອງທັບ, ສະຫາຍ ພັນໂທ ຄຳແພງ ນະຄອນສຸກ ຫົວ ໜ້າພະແນກແຜນທີ່ກົມແຜນທີ່ ກອງທັບ, ສະຫາຍ ພັນໂທ ຄຳວົງ ດາລາວັນ ຫົວໜ້າການເມືອງ ສູນ 14, ສະຫາຍ ພັນໂທ ແກ່ນຄຳ ພົມມະຈັນ ຮອງຫົວໜ້າກອງ ພັນ 15 ເຄມີ ຮັບຜິດຊອບວຽກ ການພະລາທິການ, ສະຫາຍ ພັນ ໂທ ຄຳຜິວ ແສນສູງພະຈັນ ຮັບຜິດ ຊອບກໍ່ສ້າງຮາກຖານກອງພັນ 511, ສະຫາຍ ພັນໂທ ທຳມະລີ ແກ້ວບຸດດາ ຫົວໜ້າການເມືອງ ກອງພັນ 199, ສະຫາຍ ພັນໂທ ທອງສະຫວັນ ແກ້ວອຸ່ນທອງ ຫົວໜ້າການເມືອງ ກອງຮ້ອຍ 584, ສະຫາຍ ພັນຕີ ບຸນທອງ ຈັນສີລະພົນ ຊ່ວຍວຽກພະແນກ ແຜນການກົມ 49, ສະຫາຍ ພັນຕີ ຄຳໄພ ອຸ່ນທອງ ຂັບລົດສູນ 14, ສະຫາຍ ພັນຕີ ຄຳຈັນ ທິດດາວັນ ຍຸດໂທ ກອງພັນ 214, ສະຫາຍ ພັນຕີ ບຸນອ້ອມ ແກ້ວວົງສາ ຫົວ ໜ້າໝວດສຳນັກງານກອງພັນ 579, ສະຫາຍ ພັນຕີ ບຸນຖິນ ວົງດາລາ ການເງິນກອງຮ້ອຍ 584, ພັນຕີ ແວວ ລາດຊະສົມພູ ຂັບລົດ ກອງພັນ 588, ສະຫາຍ ຮ້ອຍເອກ ຈັນເພັງ ແກ້ວບຸນຍະລິດ ຫົວໜ້າໝວດ 3 ກອງຮ້ອຍ 3 ກອງພັນ 588 ແລະ ສະຫາຍ ຮ້ອຍໂທ ປຣິງ ໄຊແກ້ວ ຊ່ວຍວຽກບໍລິຫານ ກອງພັນ 425, ພັກການຮັບເງິນ ອູດໜູນບຳນານນັບແຕ່ງວດ 2 ສົກປີ 2021 ເປັນຕົ້ນໄປ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການອະ ນຸມັດ ໃຫ້ນາຍທະຫານຢູ່ກົມໃຫຍ່ ເສນາທິການກອງທັບ ພັກການ ເພື່ອກຽມຮັບບຳນານ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍອາຍຸກະ ສຽນຮັບບຳນານຂອງນາຍທະ ຫານ, ອີງຕາມໜັງສືສະເໜີຂອງ ກົມໃຫຍ່ເສນາທິການກອງທັບ ອີງຕາມການສະເໜີຂອງກົມ ພະນັກງານ ກົມໃຫຍ່ການເມືອງ ກອງທັບ ຕົກລົງອະນຸມັດໃຫ້ສະ ຫາຍ ພັນໂທ ນາງ ວັນນີ ພອນ ພະຈັນ ຮອງຫົວໜ້າພະແນກ ຫຸ້ມຫໍ່ ແລະ ສາງໂຮງງານແຜນທີ່ ກອງທັບ ແລະ ສະຫາຍ ພັນໂທ ນາງ ຄຳມົນ ເທບພະໂສລັດ ຮອງ ຫົວໜ້າພະແນກພະລາທິການ ໂຮງງານຜະລິດປະກອບອຸປະກອນສື່ສານກອງທັບ ພັກການ ເພື່ອກຽມຮັບບຳນານ. ໂອກາດນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ມີຄຳ ເຫັນໂອ້ລົມຕໍ່ນາຍທະຫານ ພັກ ການຮັບບຳນານ ຄັ້ງນີ້ ວ່າ: ເມື່ອ ໄດ້ຮັບການອະນຸມັດພັກການ ຮັບບຳນານແລ້ວ ໃຫ້ກະກຽມ ສະຫຼຸບມອບໝາຍໜ້າທີ່ໃຫ້ຜູ້ ໃໝ່ສືບຕໍ່, ຕ້ອງມີແນວຄິດອຸ່ນ ອຽນທຸ່ນທ່ຽງ ເປັນຫຼັກແຫຼ່ງ, ເປັນທີ່ເພິ່ງ ໃຫ້ແກ່ພະນັກງານລຸ້ນ ສືບທອດ, ເປັນແບບຢ່າງທີ່ດີໃຫ້ ແກ່ອຳນາດການປົກຄອງທ້ອງ ຖິ່ນ ແລະ ເປັນເຈົ້າການນຳພາສ້າງ ເສດຖະກິດຄອບຄົວ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ນັບດີຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ