ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຊັນສັນຍາສ້າງຕັ້ງບໍລິສັດຮ່ວມລົງທຶນກະສິກຳ ຄົບວົງຈອນ
ເວລາອອກຂ່າວ: 2021-01-28 08:34:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 48 | ຄວາມນິຍົມ:



ພິທີເຊັນສັນຍາສ້າງຕັ້ງບໍ ລິສັດຮ່ວມລົງທຶນກະສິກຳຄົບ ວົງຈອນຈຳກັດລະຫວ່າງກົມຜະ ລິດ-ກະສິກຳ ກົມໃຫຍ່ພະລາທິ ການກອງທັບ ແລະ ບໍລິສັດສາງ ຈ່ຽງ ການລົງທຶນລາວ ຈຳກັດຜູ້ ດຽວໄດ້ຈັດຂຶ້ນໃນວັນທີ 26 ມັງ ກອນ 2021 ນີ້, ທີ່ໂຮງແຮມໂປ ລີ ນະຄອນຫຼວງວຽງຈັນ, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນ ຕີ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ກຳມະການ ຄະນະພັກກະຊວງ ຫົວໜ້າກົມ ໃຫຍ່ພະລາທິການກອງທັບ, ມີ ທ່ານ ນາງ ຄອນສະຫວັນ ແສງ ວິໄລ ອໍານວຍການບໍລິສັດສາງ ຈ່ຽງ ການລົງທຶນລາວ ຈຳກັດ ຜູ້ດຽວ, ມີຄະນະນຳກົມໃຫຍ່ ພະລາທິການກອງທັບ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ບົວຄຳ ພົມ ມະໄຊ ຮອງຫົວໜ້າກົມເສນາ- ພະລາ ກົມໃຫຍ່ພະລາທິການ ກອງທັບໄດ້ກ່າວວ່າ: ການຮ່ວມ ມືສ້າງຕັ້ງບໍລິສັດກະສິກຳ ຄົບ ວົງຈອນ ຈຳກັດ ໃນຄັ້ງນີ້ມີຈຸດ ປະສົງເພື່ອລ້ຽງສັດໃຫຍ່, ຂະ ຫຍາຍແນວພັນສັດ ແລະ ດຳ ເນີນການປູກພືດກະສິກຳ ເພື່ອ ຈຳໜ່າຍຜະລິດຕະພັນກະສິກຳ, ອາຫານສຳເລັດຮູບ ແລະ ຜະ ລິດຕະພັນແປຮູບຈາກສັດຢູ່ ພາຍໃນ ແລະ ຕ່າງປະເທດ, ພ້ອມທັງດຳເນີນການສ້າງໂຮງ ງານຂ້າສັດທັນສະໄໝ ແລະ ໂຮງງານແປຮູບຜະລິດຕະພັນ ຈາກສັດ, ນອກນັ້ນຈະໄດ້ດຳ ເນີນການສ້າງຟາມລ້ຽງສັດ ໃຫຍ່, ຟາມທອມສັດໃຫຍ່, ສູນ ສັດຕະວະແພດ, ສູນກັກກັນສັດ ໃຫຍ່ ແລະ ສູນບໍລິການເຕັກ ນິກກະສິກຳ, ເຝິກອົບຮົມ ແລະ ພັດທະນາວຽກງານກະສິກຳ, ຕະຫຼາດຊື້-ຂາຍສັດໃຫຍ່, ເຊິ່ງ ການລົງທຶນແບ່ງເປັນ 3 ໄລຍະ ຄື: ໄລຍະທີ 1 ກຳນົດເອົາສູນ ລ້ຽງສັດໃຫຍ່ ບ້ານຖຳ ເປັນ ສູນຕົວແບບຂອງໂຄງການ, ຖ້າ ຫາກວ່າໄລຍະທີ 1 ມີຜົນໄດ້ ຮັບສູງສອງຝ່າຍຈະນຳສະເໜີ ຂໍອະນຸຍາດສືບຕໍ່ໄລຍະທີ 2 ແລະ ໄລຍະທີ 3 ນຳອົງການທີ່ ກ່ຽວຂ້ອງຈາກຂັ້ນເທິງ, ເຊິ່ງ ຈະໃຊ້ເງິນລົງທຶນທັງໝົດ 300 ລ້ານໂດລາສະຫະລັດ, ໃນນັ້ນ ຝ່າຍກອງທັບຖືຮຸ້ນ 20% ແລະ ຝ່າຍບໍລິສັດສາງຈ່ຽງ ການ ລົງທຶນລາວ ຈຳກັດຜູ້ດຽວ ຖືຮຸ້ນ 80%, (ຫຼັງ 5-10 ປີ ຝ່າຍກອງ ທັບຈະມີການຄົ້ນຄວ້າອັດຕາ ການຖືຮຸ້ນເພີ່ມຂຶ້ນ). ທ່ານ ນາງ ຄອນສະຫວັນ ແສງວິໄລ ອຳນວຍການບໍລິສັດ ສາງຈ່ຽງ ການລົງທຶນລາວ ຈຳ ກັດ ມີຄຳເຫັນຕື່ມວ່າ: ບໍລິສັດ ໄດ້ມີເຈດຈຳນົງຮ່ວມສ້າງຕັ້ງ ໂຄງການກະສິກຳຄົບວົງຈອນ ຂຶ້ນ ໂດຍຕົ້ນຕໍແມ່ນເນັ້ນໃສ່ໂຄງ ການລ້ຽງງົວເປັນສິນຄ້າສົ່ງຂາຍ ພາຍໃນ ແລະ ຕ່າງປະເທດຮ່ວມ ກັບກົມຜະລິດ-ກະສິກຳກົມໃຫຍ່ ພະລາທິການກອງທັບ ເຊິ່ງ ໂຄງການດັ່ງກ່າວເປັນໂຄງການ ລ້ຽງງົວ ແລະ ແປຮູບເປັນສິນ ຄ້າຄົບວົງຈອນ ຜ່ານການຮ່ວມ ມືຮັກສາຄວາມເປັນໄປໄດ້ໂຄງ ການຮ່ວມກັນລະຫວ່າງສອງ ຝ່າຍ ປັດຈຸບັນໄດ້ສໍາເລັດການ ຂຽນບົດວິພາກຄວາມເປັນໄປ ໄດ້ທາງດ້ານເຕັກນິກເສດຖະ ກິດແລ້ວ ອີງຕາມມະຕິຂອງກະ ຊວງປ້ອງກັນປະເທດ ສະບັບ ເລກທີ 361/ກປທ ລົງ ວັນທີ 11 ມັງກອນ 2021 ເຫັນດີໃຫ້ກົມ ຜະລິດກະສິກຳ ກົມໃຫຍ່ພະລາ ທິການກອງທັບ ຮ່ວມກັບບໍລິສັດ ສາງຈ່ຽງ ການລົງທຶນລາວ ຈຳ ກັດຜູ້ດຽວ ເຊັນສັນຍາສ້າງຕັ້ງ ບໍລິສັດຮ່ວມທຶນກະສິກຳ ຄົບ ວົງຈອນ ຈຳກັດ, ເພື່ອສົ່ງເສີມ ເສດຖະກິດດ້ານກະສິກຳ-ການ ລ້ຽງສັດ, ສົ່ງເສີມການຜະລິດ ກະສິກໍາເປັນສິນຄ້າ, ສົ່ງເສີມ ການແປຮູບຜະລິດຕະພັນກະສິ ກຳໃຫ້ເປັນຜະລິດຕະພັນແຫ່ງ ຊາດ ສະໜອງຕະຫຼາດພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ສປ ຈີນ. ຈາກນັ້ນສອງຝ່າຍກໍໄດ້ຮ່ວມ ກັນລົງນາມເຊັນສັນຍາໂດຍ ຕາງໜ້າກົມຜະລິດ-ກະສິກຳ ລົງນາມໂດຍ ສະຫາຍ ພັນໂທ ບຸນນຳ ບຸນນະດີ ຮອງຫົວໜ້າ ກົມຜະລິດ-ກະສິກຳ, ຝ່າຍບໍລິ ສັດລົງນາມໂດຍ ທ່ານ ນາງ ຄອນສະຫວັນ ແສງວິໄລ ອຳ ນວຍການບໍລິສັດສາງຈ່ຽງ ການ ລົງທຶນລາວ ຈຳກັດຜູ້ດຽວ, ມີ ສະ ຫາຍ ພົນຕີ ປອ ວົງຄຳ ພົມມະ ກອນ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມເປັນສັກ ຂີພະຍານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ