ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ -​ ຮັບ ແລະ ເປີດນຳໃຊ້ອາຄານ 2 ຊັ້ນໂຮງໝໍກອງພົນທີ 2
ເວລາອອກຂ່າວ: 2021-01-28 08:32:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ການມອບ-ຮັບແລະເປີດນໍາ ໃຊ້ອາຄານ 2 ຊັ້ນໂຮງໝໍກອງ ພົນທີ 2 ໄດ້ຈັດຂຶ້ນໃນວັນທີ22 ມັງກອນ 2021 ນີ້, ໂດຍ ການເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳແດງ ແພງວິໄລ ຮອງເລຂາຄະນະພັກອົງການກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ດວງຕາ ໄຊວຸດ ຄະ ນະປະຈຳພັກແຂວງ ຮອງເຈົ້າ ແຂວງໆໄຊຍະບູລີ, ມີ ສະຫາຍ ພົນຈັດຕະວາ ບົວສີງ ອີນທະວົງ ຄະນະພັກກະຊວງປ້ອງກັນປະ ເທດ ຫົວໜ້າກົມເສນາຮັກມີບັນ ດາ ຄະນະພັກ-ຄະນະບັນຊາກອງ ພົນ, ພະນັກງານອາວຸໂສບຳນານ, ອົງການຈັດຕັ້ງແຂວງໄຊຍະບູລີ , ກອງບັນຊາການທະຫານແຂວງ, ປກສ ແຂວງ, ອໍານາດການປ້ອງ ຄອງ 5 ໝູ່ບ້ານ ຕະຫຼອດຮອດ ຄະນະພັກ-ຄະນະບັນຊາບັນກົມກອງອ້ອມຂ້າງກົມກອງພົນເຂົ້າ ຮ່ວມ. ໃນພິທີ ສະຫາຍ ພັນໂທ ຄຳພັດ ປະພັດສີນ ຮອງຫົວໜ້າຫ້ອງພະ ລາທິການກອງພົນທີ 2 ໄດ້ຜ່ານ ບົດສະຫຼຸບລາຍງານຜົນສຳເລັດ ຂອງການຈັດຕັ້ງປະຕິບັດໂຄງ ການກໍ່ສ້າງອາຄານໂຮງໝໍກອງ ພົນທີ 2 ເຊິ່ງອາຄານຫຼັງນີ້ແມ່ນ ການອອກແບບຈາກພະແນກກໍ່ ສ້າງ ໂດຍຜ່ານການຕົກລົງເຫັນ ດີຈາກຄະນະພັກ-ຄະນະບັນຊາ ກອງພົນ ແລະ ອະນຸກຳມະການ ເຊິ່ງກຳນົດເປັນອາຄານ 2 ຊັ້ນ ຂະໜາດ 8 x 36 ແມັດໂຄງສ້າງ ດ້ວຍເບຕົງເສີມເຫຼັກ, ພື້ນເທເບ ຕົງຕິດກາໂລ, ຫຼັງຄາໂຄງເຫຼັກ ມຸງກະເບື້ອງ, ເພດານຕິດແຜ່ນຢິບ ຊຳ, ພາຍໃນມີຫ້ອງນ້ຳມີສຸຂະພັນ ຄົບຊຸດ, ມີລະບົບໄຟຟ້າ, ຕິດແອ ເຢັນແບບມາດຕາຖານ, ໂດຍ ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 22 ເດືອນ 12 ປີ 2017 ມາຮອດ ເດືອນ 1 ປີ 2021 ແມ່ນສໍາເລັດ ແລ້ວ 100% ລວມມູນຄ່າໃນ ການກໍ່ສ້າງທັງໝົດແມ່ນ 1.522.700.000 ກີບ ໂດຍ ແມ່ນທຶນສົບທົບລະຫວ່າງທຶນ ພາຍໃນກົມກອງ ແລະ ທຶນສົມ ທົບຈາກຫຼາຍພາກສ່ວນໃນ ນັ້ນມີທຶນພາຍໃນກົມກອງ 763.300.000 ກີບ, ກົມ ໃຫຍ່ພະລາທິການກອງທັບ 263.000.000 ກີບ, ແຂວງ ໄຊຍະບູລີ 263.800.000 ກີບ, ທ່ານນາຍົກລັດຖະມົນຕີ 100.000.000 ກີບ, ທ່ານ ຮອງນາຍົກລັດຖະມົນຕີ 50.000.000 ກີບ, ຈັດຕັ້ງສູນ ກາງພັກ 37.000.000ກີບ, ກະຊວງກະສິກຳ ແລະ ປ່າໄມ້ 20.000.000 ກີບ, ບັນດາບໍ ລິສັດຕ່າງໆ ພາຍໃນແຂວງໄຊ ຍະບູລີ ຊ່ວຍຊີມັງ 41 ໂຕ່ນ ລວມເປັນເງິນ 24.600.000 ກີບ. ຈາກນັ້ນ ສະຫາຍ ພັນໂທ ບຸນກໍ່າ ພີມພົງພັນ ຄະນະພັກ ກອງພົນ ຫົວໜ້າຫ້ອງພະລາ ທິການກອງພົນທີ 2 ໄດ້ຕາງໜ້າ ໃຫ້ຄະນະພັກຄະນະບັນຊາກອງ ພົນ ກ່າວມອບອາຄານຫຼັງນີ້ໃຫ້ ໂຮງໝໍກອງພົນເປັນຜູ້ຄຸ້ມຄອງ ນຳໃຊ້ ແລະ ປົກປັກຮັກສານັບ ແຕ່ມື້ນີ້ເປັນຕົ້ນໄປຕ່າງໜ້າກ່າວ ຮັບໂດຍ ສະຫາຍ ພັນໂທ ບຸນລອດ ອູ່ທອງຄຳ ຫົວໜ້າການເມືອງ ໂມງໝໍກອງພົນທີ 2. ໃນໂອກາດດຽວກັນນີ້ ສະຫາຍ ພົນຈັດຕະວາ ບົວສີງ ອິນທະວົງ ຫົວໜ້າກົມເສນາຮັກ ໄດ້ມອບວັດ ຖຸອຸປະກອນການແພດໃຫ້ໂຮງ ໝໍກອງພົນຈໍານວນໝຶ່ງ, ສະຫາຍ ດວງຕາ ໄຊວຸດ ຮອງເຈົ້າແຂວງ ໄຊຍະບູລີ ມອບຈັກໄຟຟ້າ ແລະ ອຸປະກອນການແພດຈຳນໜຶ່ງ, ຕາງໜ້າຫ້ອງວ່າການແຂວງໄຊ ຍະບູລີ ມອບວັດຖຸປັນໃຈຈຳນວນ ໜຶ່ງ, ສະຫາຍ ພັນເອກ ວຽງ ແກ້ວ ສີສຸລາດ ຫົວໜ້າການເມືອງ ກອງພົນທີ 2 ໄດ້ມອບວັດຖຸປັດ ໃຈໃຫ້ຄະນະພັກຄະນະບັນຊາ ກອງຮ້ອຍກໍ່ສ້າງ, ໃນຕອນທ້າຍ ພິທີກໍໄດ້ມີການຕັດແຖບຜ້າປ່ອຍປູມເປົ້າເພື່ອເປີດນຳໃຊ້ອາຄານຢ່າງເປັນທາງການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ