ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຄຳມ່ວນ ສະຫຼຸບການແຂ່ງຂັນກີລາການທະຫານ ແລະ ກີລາມວນຊົນ ປະຈຳປີ 2021
ເວລາອອກຂ່າວ: 2021-01-27 08:49:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1738 | ຄວາມນິຍົມ:



ກາງເດືອນ ມັງກອນ ຜ່ານມາ, ກອງບັນຊາການທະຫານແຂວງ ຄຳມ່ວນ ໄດ້ຈັດພິທີສະຫຼຸບການ ແຂ່ງຂັນກີລາການທະຫານ ແລະ ກີລາມວນຊົນທົ່ວກອງບັນ ຊາການທະຫານແຂວງຄຳມ່ວນ ປະຈຳປີ 2021, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ຄຳ ພາ ຕາງຊາຢຸດ ຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງຄຳມ່ວນ, ມີຄະນະພັກ-ຄະ ນະບັນຊາອົງການ 5 ຫ້ອງ, ກົມ ກອງ, ໂຮງຮຽນ, ໂຮງໝໍຕະຫຼອດ ຮອດນັກກີລາເຂົ້າຮ່ວມ. ສະຫາຍ ພັນໂທ ບຸນເລີດ ບຸບ ຜາວັນ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງ ຄຳມ່ວນ ໄດ້ສະຫຼຸບຖອດຖອນ ບົດຮຽນການແຂ່ງຂັນໃນຄັ້ງນີ້ ເຊິ່ງເປັນການສ້າງຜົນງານຂຳ່ ນັບຮັບຕ້ອນວັນສ້າງຕັ້ງກອງ ທັບ ປະຊາຊົນລາວ ຄົບຮອບ 72 ປີ, ການແຂ່ງຂັນໄດ້ເລີ່ມແຕ່ ວັນທີ 27 ພະຈິກ 2020 ເປັນ ຕົ້ນມາ, ໂດຍມີນັກກີລາຈາກກົມ ກອງໃນທົ່ວທະຫານແຂວງຄຳ ມ່ວນເຂົ້າຮ່ວມທັງໝົດ 236 ທີມ, ກີລາທີ່ນຳມາແຂ່ງຂັນມີ 5 ປະ ເພດຄື: ກີລາບານສົ່ງຊາຍ-ຍິງ, ກະຕໍ້, ບານເຕະຟຸດຊໍຊາຍ-ອາວຸ ໂສ, ກີລາເປຕັງຊາວໜຸ່ມ-ອາວຸ ໂສ, ກີລາການທະຫານຍິງເປົ້າ ຈານການນຳກົມກອງ, ຍິງເປົ້າ ຈານຮຸ່ນທົ່ວໄປ, ຍິງເປົ້າເຈ້ຍ ສາມວິຊາການທະຫານສົມທົບ ແລະ ກີລານັກຮົບແຂງແຮງຕະຫຼອດໄລຍະເວລາການແຂ່ງຂັນ ເຫັນວ່າແຕ່ລະພາກສ່ວນໄດ້ ຍົກສູງຄວາມຮັບຜິດຊອບຂອງ ຕົນໃນການເຂົ້າຮ່ວມແຂ່ງຂັນ ຢ່າງເປັນຂະບວນຟົດຟື້ນ, ສ້າງ ໄດ້ບັນຍາກາດເບີກບານມ່ວນຊື່ນ ຮັດແໜ້ນຄວາມສາມັກຄີ ເຊິ່ງ ກັນ ແລະ ກັນລະຫວ່າງພະນັກ ງານ-ນັກຮົບດ້ວຍກັນຜ່ານການ ແຂ່ງຂັນຕົວຈິງ ສາມາດສະຫຼຸບ ໄດ້ດັ່ງນີ້: ກີລາບານເຕະອາວຸ ໂສປະເພດ I ທີມຫ້ອງເສນາທິ ການ, ທີ II ກອງພັນທີ 9, ທີ III ໂຮງຮຽນການທະຫານ ທ້ອງຖິ່ນ; ກີລາບານເຕະຊາວໜຸ່ມ ປະເພດ I ກອງຮ້ອຍ 25, ປະເພດ II ຫ້ອງເສນາທິການ, ປະເພດ III ຫ້ອງການກອງບັນຊາການ; ກີ ລາບານສົ່ງອາວຸໂສປະເພດ I ຫ້ອງເສນາທິການ; ປະເພດ II ຫ້ອງການເມືອງ, ປະເພດ III ຫ້ອງພະລາທິການ, ກີລາບານ ສົ່ງຊາວໜຸ່ມປະເພດ I ຫ້ອງເສ ນາທິການ, ປະເພດ II ຫ້ອງການ ເມືອງ,ປະເພດ III ກອງຮ້ອຍ 25, ກີລາບານສົ່ງຍິງປະເພດ I ກອງພັນທີ 8 , ປະເພດ II ສະຫະ ພັນນັກຮົບເກົ່າແຂວງ, ປະເພດ III ກອງຮ້ອຍ 314; ກີລາກະຕໍ້ ປະ ເພດ I ກອງພັນ 299, ປະເພດ II ກອງຮ້ອຍ 315, ປະເພດ III ຫ້ອງ ການກອງບັນຊາການ; ກີລາເປ ຕັງອາວຸໂສປະເພດ I ທະຫານ ເມືອງຫີນບູນ, ປະເພດ II ໂຮງ ຮຽນການທະຫານທ້ອງຖິ່ນ, ປະເພດ III ທະຫານເມືອງໜອງ ບົກ; ກີລາເປຕັງຊາວໜຸ່ມປະ ເພດ I ກອງຮ້ອຍ 27, ປະເພດ II ກອງຮ້ອຍ 34, ປະເພດ III ໂຮງ ຮຽນການທະຫານທ້ອງຖິ່ນ, ກີ ລາການທະຫານຍິງເປົ້າຈານ ຮຸ່ນການນຳກົມກອງ ປະເພດ I ທະຫານເມືອງມະຫາໄຊ, ປະເພດ II ທະຫານເມືອງທ່າແຂກ ປະ ເພດ III ກອງຮ້ອຍ 27, ບົດຍິງ ເປົ້າຈານຮຸ່ນທົ່ວໄປ ປະເພດ I ກອງຮ້ອຍ 27, ປະເພດ II ທະຫານ ເມືອທ່າແຂກ, ປະເພດ III ກອງພັນ 299, ຍິງເປົ້າເຈ້ຍສາມວິຊາການ ທະຫານສົມທົບ ປະເພດ I ກອງ ຮ້ອຍ 315, ປະເພດ II ກອງພັນ 299, ປະເພດ III ກອງຮ້ອຍ 27; ກີລານັກຮົບແຂງແຮງ ປະເພດ I ຫ້ອງເຕັກນິກ, ປະເພດ II ກອງພັນ 299 ແລະ ປະເພດ III ໂຮງຮຽນ ການທະຫານທ້ອງຖິ່ນ. ຈາກນັ້ນ, ໄດ້ມອບຂອງຂວັນລາງວັນໃຫ້ແຕ່ລະປະເພດກີລາໃນການແຂ່ງຂັນຄັ້ງນີ້ອີກດ້ວຍ. ໂດຍ: ວິໄລວອນ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ