ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 3 ເປີດຮຽນສະໜັບສະໜູນ ເປົ້າໝາຍຂະຫຍາຍພັກ
ເວລາອອກຂ່າວ: 2021-01-27 08:43:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 540 | ຄວາມນິຍົມ:



v ກາງເດືອນມັງກອນ 2021 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງການ ເມືອງ ກອງພົນທີ 3 ໄດ້ເປີດ ຮຽນສະໜັບສະໜູນໃຫ້ເປົ້າ ໝາຍຜູ້ທີ່ຂະຫຍາຍພັກຢູ່ກອງ ພົນທີ 3 ງວດທີ I ປະຈຳປີ 2021, ໂດຍການເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານຂອງ ສະຫາຍ ພັນໂທ ຄຳສິງ ສາຍ ຍອດອູ່ ຮອງຫົວໜ້າຫ້ອງການ ເມືອງ ກອງ ພົນທີ 3, ມີສະຫາຍ ພັນໂທ ໄມຫຼ້າ ທະນົງສີ ຫົວ ໜ້າພະແນກຈັດຕັ້ງພັກ ກອງ ພົນທີ 3, ມີບັນດາມະຫາຊົນຜູ້ ກ້າວໜ້າທີ່ຈະຂະຫຍາຍເຂົ້າໃນ ອົງການຈັດຕັ້ງພັກເຂົ້າຮ່ວມ. ເອກກະສານທີ່ນຳມາເຜີຍແຜ່ ເຊື່ອມຊຶມໃນຄັ້ງນີ້ ລວມມີ 2 ບົດ ຄື: ເອກກະສານ ວ່າດ້ວຍ ການ ອົບຮົມເປົ້າໝາຍຂະຫຍາຍເຂົ້າ ພັກ, ເອກກະສານ ວ່າດ້ວຍ ກົດລະບຽບ ຂອງພັກປະຊາ ຊົນປະຕິວັດລາວ ສະໄໝທີ X, ທັງນີ້ ກໍເພື່ອເຮັດໃຫ້ມະຫາຊົນ ຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າ ເປັນສະມາຊິກພັກຮັບຮູ້ເຂົ້າໃຈ ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະ ຕິວັດລາວ, ເຂົ້າໃຈກ່ຽວກັບ ມາດຖານເງື່ອນໄຂຜູ້ທ່ີຈະເຂົ້າ ເປັນສະມາຊິກພັກ, ເຮັດໃຫ້ມະ ຫາຊົນຜູ້ກ້າວໜ້າຕັ້ງໜ້າເຝິກ ຝົນຫຼໍ່ຫຼອມຕົນເອງໃຫ້ມີມາດ ຖານເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກເຂົ້າເປັນ ສະມາຊິກພັກປະຊາຊົນປະຕິວັດ ລາວ ເພື່ອເພີ່ມກຳລັງແຮງສູ້ຮົບ ແກ່ພັກນັບມື້ຫຼາຍຂຶ້ນ ມະຫາ ຊົນຜູ້ກ້າວໜ້າທີ່ມາຮໍ່າຮຽນໃນ ຄັ້ງນີ້ ມີ 51 ສະຫາຍ. ໂດຍ: ທອງເລື່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ