ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງເຊກອງ ປະກາດການເລື່ອນຊັ້ນ ແລະ ຍ້ອງຍໍໃຫ້ນາຍ ແລະ ພົນທະຫານ ປະຈຳປີ 2020
ເວລາອອກຂ່າວ: 2021-01-26 10:04:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 896 | ຄວາມນິຍົມ:



ວັນທີ 19 ມັງກອນ 2021 ນີ້, ກອງບັນຊາການທະຫານ ແຂວງເຊກອງ ໄດ້ປະກາດການ ເລື່ອນຊັ້ນ ແລະ ຍ້ອງຍໍໃຫ້ນາຍ ແລະ ພົນທະຫານ ປະຈຳປີ 2020, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງເຊກອງ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ,ພະ ແນກການ,ພ້ອມດ້ວຍພະນັກ ງານ-ນັກຮົບໃນກົມກອງເຂົ້າ ຮ່ວມ. ໃນພິທີ, ຄະນະຮັບຜິດຊອບໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ເລື່ອນຊັ້ນໃຫ້ນາຍແລະພົນທະ ຫານ ແລະ ຂໍ້ຕົກລົງຂອງກອງ ບັນຊາການ ວ່າດ້ວຍ ການຍ້ອງ ຍໍສັນລະເສີນໃຫ້ແກ່ບຸກຄົນຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານ ປະຈຳປີ 2020,ທົ່ວກອງບັນຊາການທະ ຫານແຂວງເຊກອງ,ໃນນັ້ນ ໄດ້ ເລື່ອນຊັ້ນແລະທຽບຊັ້ນໃຫ້ນາຍ ທະຫານຊັ້ນ ພັນຕີ 32 ສະຫາຍ, ຊັ້ນຮ້ອຍເອກ 92 ສະຫາຍ, ຊັ້ນ ຮ້ອຍໂທ 58 ສະຫາຍ, ຊັ້ນຮ້ອຍຕີ 35 ສະຫາຍ, ຊັ້ນສິບ ເອກ 41 ສະ ຫາຍ, ຊັ້ນສິບໂທ 107 ສະຫາຍ ແລະ ຊັ້ນສິບຕີ 1 ສະຫາຍ,ໄດ້ຮັບ ໃບຍ້ອງຍໍຂອງກອງບັນຊາການ ມີ 763 ສະຫາຍ ແລະ ໃບຍ້ອງຍໍ ຂອງຫ້ອງການເມືອງມີ 775 ສະ ຫາຍ ຢ່າງສົມກຽດ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ສົມທອງ ດອນກັນນ້ອຍ ໄດ້ ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ບັນດາສະຫາຍພະນັກ ງານ-ນັກຮົບຜູ້ທີ່ມີຜົນງານໄດ້ ຮັບການເລື່ອນຊັ້ນແລະຍ້ອງຍໍໃນ ຄັ້ງນີ້,ພ້ອມທັງໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ ແຕ່ລະ ຂັ້ນ,ຈົ່ງພ້ອມກັນເອົາໃຈໃສ່ເພີ່ມ ທະວີຄວາມຮັບຜິດຊອບທາງ ດ້ານການເມືອງນຳພາແນວຄິດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ພ້ອມກັນຈັດຕັ້ງເຊື່ອມຊຶມ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ລັດແລະຂອງກອງ ທັບໃຫ້ເລິກເຊິ່ງ,ຕັ້ງໜ້າເສີມຂະ ຫຍາຍຈັດຕັ້ງປະຕິບັດໃຫ້ຖືກ ຕ້ອງ,ຮັກສາແໜ້ນຄວາມສາມັກ ຄີພາຍໃນ-ພາຍນອກໃຫ້ເປັນ ປຶກແຜ່ນ,ສືບຕໍ່ຝຶກຝົນຫຼໍ່ຫຼອມກໍ່ ສ້າງຕົນເອງໃຫ້ມີຄຸນທາດການ ເມືອງ, ໜັກແໜ້ນມີຄຸນສົມບັດສິນ ທຳປະຕິວັດ, ປະຕິບັດສະຫຼຸບແບບ ແຜນລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະຈັດຕັ້ງ ແບ່ງວຽກໃຫ້ບຸກຄົນຮັບຜິດ ຊອບຢ່າງລະອຽດ, ສູມທຸກເຫື່ອ ແຮງແລະສະຕິປັນຍາຂອງຕົນ ເອງເພື່ອປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ພັດທະ ນາກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງກ້າວຂື້ນຢ່າງບໍ່ຢຸດຢັ້ງ. ໂດຍ: ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ