ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະນຳກອງພົນທີ 1 ວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ
ເວລາອອກຂ່າວ: 2021-01-26 10:02:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ວັນທີ 20 ມັງກອນ 2021 ນີ້, ຄະນະນຳກອງພົນທີ 1 ໄດ້ ເຂົ້າວາງພວງມະລາ ຢູ່ອະນຸສາ ວະລີນັກຮົບນິລະນາມ ເພື່ອໄຫວ້ ອາໄລເຖິງດວງວິນຍານ ຂອງພະ ນັກງານ-ນົບຮົບປະຕິວັດ, ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 72 ປີ, ເຊິ່ງນໍາໂດຍ ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າ ການເມືອງກອງພົນທີ 1 ແລະ ສະຫາຍ ພັນເອກ ວົງຈັນ ພັນຈັນ ທະມານ ຫົວໜ້າການທະຫານ ກອງພົນ ພ້ອມຄະນະ. ການວາງພວງມລາໃນຄັ້ງນີ້, ແມ່ນເພື່ອໄຫວ້ອາໄລລະນຶກເຖິງດວງວິຍານ ແລະ ຄຸນງາມຄວາມ ດີຂອງພະນັກງານ-ນັກຮົບ ທີ່ ເສຍສະຫຼະເລືອດເນື້ອ ແລະ ຊີ ວິດເພື່ອພາລະກິດປະຕິວັດໃນ ການຕູ້ສູ້ກູ້ຊາດ, ຕີຕ້ານ, ປາບ ປາມ, ທໍາລາຍ, ຂັບໄລ່ພວກມານ ຕ່າງດ້າວແຕ່ປາງສົງຄາມ ແລະ ເສຍສະຫຼະຊີວິດໃນພາລະກິດ ເຄື່ອນໄຫວແກ້ໄຂໜໍ່ແໜງຄວາມ ບໍ່ສະຫງົບພາຍໃນ ຂອບເຂດທີ່ ກົມກອງຮັບຜິດຊອບ ເພື່ອປົກ ປັກຮັກສາເຂດນໍ້າແດນດິນ, ປິຕິພູມທີ່ແສນຮັກຂອງຕົນ, ດ້ວຍຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ບໍ່ຍອມ ຈໍານົນ, ມີມານະຈິດອົດທົນຜ່ານ ຜ່າຄວາມຫຍຸ້ງຍາກ, ມີຄວາມ ສາມັກຄີຢ່າງແໜ້ນແຟ້ນ, ມີນໍ້າ ໃຈເສຍສະຫຼະອັນສູງສົ່ງ ໂດຍ ພາຍໃຕ້ການນໍາພາຂອງພັກປະ ຊາຊົນ ປະຕິວັດລາວ. ຍ້ອນຜົນງານຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງ ພະນັກງານນັກຮົບກອງພົນທີ 1 ທີ່ໄດ້ອຸທິດຊີວິດ, ເລືອດເນື້ອຂອງ ຕົນປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຈຶ່ງເຮັດໃຫ້ ຂອບເຂດກົມກອງຮັບຜິດຊອບມີ ຄວາມສະຫງົບໂດຍພື້ນຖານ, ປະຊາຊົນມີ ຄວາມຢູ່ເຢັນເປັນສຸກ ແລະ ມີຊີວິດທີ່ດີຂຶ້ນ. ໂດຍ: ໂກຮັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ