ໜ່ວຍສະຫະພັນແມ່ຍິງ ໂຮງງານ ອ 410 ສະຫຼຸບວຽກງານ ໄລຍະ 3 ປີ
ເວລາອອກຂ່າວ: 2021-01-26 10:00:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 397 | ຄວາມນິຍົມ:
ກາງເດືອນມັງກອນ 2021
ນີ້, ໜ່ວຍສະຫະພັນແມ່ຍິງ ໂຮງ ງານ ອ 410 ໄຂກອງປະຊຸມສະ ຫຼຸບວຽກງານການເຄື່ອນໄຫວ ໃນໄລຍະ 3 ປີ ຜ່ານມາ, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພັນໂທ ນາງ ວຽງສະຫວັນ ຊົມພູ ຫົວ ໜ້າພະແນກສະຫະພັນແມ່ຍິງ ກົມໃຫຍ່ເຕັກນິກກອງທັບ, ມີ ຫົວໜ້າການເມືອງ, ໜ່ວຍສະຫະ ພັນແມ່ຍິງກົມກອງອ້ອມຂ້າງ, ສະຫະພັນແມ່ຍິງບ້ານເຂດໃກ້ ຄຽງຕະຫຼອດຮອດສະມາຊິກ ແມ່ຍິງໃນໂຮງງານເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ນາງ
ລັດສະໝີ ເມືອງວົງ ເລຂາໜ່ວຍ ສະຫະພັນແມ່ຍິງໂຮງງານ ອ
410 ໄດ້ຜ່ານບົດສະຫຼຸບຕີລາ ຄາການເຄື່ອນໄຫວວຽກງານໃນ ໄລຍະ 3 ປີຜ່ານມາ ແລະ ຜ່ານທິດ ທາງແຜນການວຽກງານໃນຕໍ່ ໜ້າ, ຊຸມປີຜ່ານມາໜ່ວຍສະຫະ ພັນແມ່ຍິງໄດ້ຖືເອົາການສຶກ ສາອົບຮົມການເມືອງ-ນຳພາ
ແນວຄິດໃຫ້ສະມາຊິກແມ່ຍິງ ຢ່າງກວ້າງຂວາງ, ນຳເອົາແນວ ທາງນະໂຍບາຍຂອງພັກຫັນມາ ເປັນແຜນງານ, ແຜນ ການເຂົ້າ ໃນໜ້າທີ່ວຽກງານຕົວຈິງ, ເຮັດ
ໃຫ້ສະມາຊິກເອື້ອຍມີຄວາມ ອຸ່ນອຽນທຸ່ນທ່ຽງ, ມີຄຸນສົມ ບັດສິນທຳປະຕິວັດ, ໄດ້ຈັດຕັ້ງ ເຄື່ອນໄຫວວຽກງານຕາມມະ ຕິກອງປະຊຸມໃຫຍ່ແມ່ຍິງລາວ ທົ່ວປະເທດ ຄັ້ງທີ VII ເອົາໃຈ ໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີ ໂດຍ ຕິດພັນກັບໜ້າທີ່ການເມືອງ ຂອງກົມກອງໃນນັ້ນມີພົນລະ ເມືອງດີ 47 ສະຫາຍ, ພັດ ທະນາດີ 45 ສະຫາຍ, ສ້າງ ຄອບຄົວດີ 35 ຄອບຄົວ, ໄດ້ ຮັບຍ້ອງຍໍແມ່ຍິງ 3 ດີ ປະເພດ I ຈຳນວນ 40 ສະຫາຍ, ປະເພດ II ຈຳນວນ 10 ສະຫາຍ, ໄດ້ຮັບ ໃບຢັ້ງຢືນເປັນໜ່ວຍສະຫະພັນ ແມ່ຍິງ 3 ດີ ສະໄໝທີ 3, ໄດ້ຮັບ ຍ້ອງຍໍຂັ້ນກົມໃຫຍ່ເຕັກນິກກອງ ທັບ ໃນການເຂົ້າຮ່ວມຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ ຈຳນວນ 49 ສະຫາຍ. ໂດຍປະຕິບັດຕາມທິດນຳທີ່ວ່າ ເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ໄດ້ປຸກລະດົມຊຸກຍູ້ສົ່ງເສີມ ແມ່ຍິງໃນການຫາລາຍຮັບເຂົ້າ ຄັງຕາມທ່່າແຮງບົ່ມຊ້ອນ ຂອງກົມກອງດ້ວຍການຕໍ່າຫູກ ທໍ່ໄໝ, ການບໍລິການດ້ານຕ່າງໆ,
ການປູກຝັງ-ລ້ຽງສັດ, ປູກພຶດ ລົ້ມລຸກຕາມລະດູການ, ເປັນຕົ້ນ ແມ່ນລ້ຽງສັດປີກ, ລ້ຽງໝູ, ລ້ຽງປາດຸກ, ລ້ຽງກົບ ແລະ ການ
ບໍລິການອຶ່ນໆ ສາມາດສ້າງ ລາຍຮັບເຂົ້າຄັງລວມທັງໝົດ 47.542.000 ກີບ, ມີເງິນກອງ ທຶນໝູນວຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໝົດ 11.907.000 ກີບ.
ໂອກາດນີ້, ຜູ້ເຂົ້າຮ່ວມກອງ ປະຊຸມຍັງໄດ້ຂຶ້ນປະກອບຄໍາຄິດ ຄໍາເຫັນໃສ່ບົດສະຫຼຸບຢ່າງກົງ ໄປກົງມາພ້ອມທັງປ່ອນບັດ ຄັດເລືອກເອົາຄະນະໜ່ວຍສະ ຫະພັນແມ່ຍິງຊຸດໄໝ່ໄດ້ຕາມ ຄາດໝາຍ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ