ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານແຂວງບໍ່ແກ້ວ ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນ
ເວລາອອກຂ່າວ: 2021-01-26 09:59:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 892 | ຄວາມນິຍົມ:



ວັນທີ 6 ມັງກອນ 2021 ນີ້, ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ປະກາດເລື່ອນ ຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍ ທະຫານ, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຮອງເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງບໍ່ແກ້ວ, ມີ ຄະນະ ພັກ-ຄະນະບັນຊາ 5 ຫ້ອງ, ພະ ແນກການທີ່ກ່ຽວຂ້ອງ ພ້ອມດ້ວຍ ພະນັກງານຜູ້ທີ່ໄດ້ຮັບການ ເລື່ອນຊັ້ນ-ເລື່ອນທຽບຊັ້ນເຂົ້າ ຮ່ວມ. ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຫົວໜ້າພະແນກ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງ ກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການເລື່ອນຊັ້ນ-ເລື່ອນ ທຽບຊັ້ນໃຫ້ນາຍທະຫານຢູ່ກອງ ບັນຊາການທະຫານແຂວງບໍ່ ແກ້ວ ໂດຍປະຕິບັດຕາມກົດໝາຍ ນາຍທະຫານກອງທັບປະຊາ ຊົນລາວ ( ສະບັບປັບປຸງ ) ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ທະຫານທີ່ມີມາດຖານເງື່ອນ ໄຂຄົບຖ້ວນ ແລະ ຮອດກຳນົດ ການເລື່ອນຊັ້ນ, ປະດັບຊັ້ນ. ໃນນີ້, ເລື່ອນຊັ້ນຮ້ອຍເອກ ຂຶ້ນ ພັນຕີ 16 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 71 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 42 ສະຫາຍ ແລະ ວາທີ ຂຶ້ນ ຮ້ອຍຕີ 36 ສະຫາຍ, ຈາກນັ້ນ, ສະຫາຍ ພັນເອກ ບຸນມີ ພາມີໄຊ ແລະ ສະຫາຍ ພັນໂທ ທອງໄຂ ສີຍາລາດ ຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງບໍ່ແກ້ວ ໄດ້ຜັດປ່ຽນ ກັນຂຶ້ນປະດັບຊັ້ນຢ່າງສົມກຽດ. ໂດຍ: ສົມໄຊ ສີລາຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ