ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປີດຊຸດອົບຮົມ-ຫັດແອບການທະຫານໄລຍະສັ້ນ
ເວລາອອກຂ່າວ: 2021-01-26 09:59:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 57 | ຄວາມນິຍົມ:



ໍກາງເດືອນມັງກອນ 2021 ນີ້, ຢູ່ທີ່ໂຮງຮຽນການທະຫານ ທ້ອງຖິ່ນແຂວງຜົ້ງສາລີ ໄດ້ ປີດຊຸດອົບຮົມ-ຫັດແອບການ ທະຫານໄລຍະສັ້ນທົ່ວທະຫານ ແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ບຸນເຮືອງ ຈັນທະວົງ ຮອງເລຂາຄະນະ ປະຈໍາພັກ ຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງຜົ້ງສາລີ, ມີຄະນະອໍາ ນວຍການໂຮງຮຽນ, ຄູ-ອາຈານ ແລະ ນັກສໍາມະນາກອນຈາກ ກົມກອງໃນທົ່ວທະຫານແຂວງ ຜົ້ງສາລີ ເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ສີສົມໝາຍ ກອງວີໄຊ ຮອງຫົວໜ້າພະແນກ ອົບຮົມຫ້ອງເສນາທິການ ໄດ້ ຜ່ານບົດສະຫຼຸບຕີລາຄາຜົນໄດ້ ຮັບໃນການເຝິກອົບຮົມຄື: ພາກ ລະບຽບງົດງາມບັນລຸໄດ້ 91,92%, ພາກກີລາການທະ ຫານ 93,53%, ພາກສິລະປະ ຍຸດ 91,74% ແລະ ພາກຍຸດທະ ວິທີ 91,78%. ຈຸດປະສົງໃນ ການອົບຮົມຄັ້ງນີ້ ເພື່ອແນໃສ່ ເຮັດໃຫ້ຄະນະພັກ-ຄະນະບັນຊາ ແລະ ຄູສອນຢູ່ບັນດາກົມກອງໃນ ທົ່ວທະຫານແຂວງມີຄວາມຮັບ ຮູ້ເຂົ້າໃຈ ແລະ ເອກະພາບກ່ຽວ ກັບດ້ານທິດສະດີຫຼັກການ ການ ອົບຮົມ-ຫັດແອບການເມືອງ-ການທະຫານ, ພະລາທິການ- ເຕັກນິກ ໃຫ້ມີຄວາມຊໍານິຊໍາ ນານ. ໂອກາດນີ້, ສະຫາຍ ພັນເອກ ບຸນເຮືອງ ຈັນທະວົງ ໄດ້ສະແດງ ຄວາມຊົມເຊີຍຕໍ່ຄູ-ອາຈານທົ່ວ ທະຫານແຂວງທີ່ມີຄວາມອົດ ທົນຜ່ານຜ່າ, ຄົ້ນຄວ້າກໍາແໜ້ນ ບົດຮຽນໄດ້ດີ, ສາມາດຜັນຂະ ຫຍາຍຊີ້ນໍາ-ນໍາພາເພື່ອຈັດຕັ້ງປະຕິບັດຢູ່ກົມກອງຕິດພັນກັບ ການປັບປຸງກໍ່ສ້າງຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດຮັກສາຄວາມສະຫງົບ ປອດໄພ 100%. ໂດຍ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ