ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ການເມືອງກອງທັບປະກາດໃຫ້ນາຍທະຫານພັກການຮັບບຳນານ
ເວລາອອກຂ່າວ: 2021-01-26 08:32:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:



ວັນທີ 22 ມັງກອນ 2021 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປະກາດໃຫ້ນາຍທະຫານພັກ ການຮັບບຳນານ ໂດຍການເປັນ ປະທານຂອງ ສະຫາຍ ພົນຕີ ສອນ ທອງ ພົມລາວົງ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະ ເທດ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ, ມີຄະນະພັກ-ຄະ ນະບັນຊາ, ພ້ອມດ້ວຍນາຍທະ ຫານທີ່ໄດ້ພັກການຮັບບໍານານເຂົ້າຮ່ວມ. ສະຫາຍ ພັນໂທ ຄອນສະ ຫວັນ ແກ້ວທອນຈັນ ຮອງຫົວ ໜ້າພະແນກພະນັກງານຫ້ອງ ການເມືອງກົມໃຫຍ່ການເມືອງ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການອະນຸມັດໃຫ້ນາຍທະຫານພັກ ການຮັບບໍານານ, ອີງຕາມກົດ ໝາຍວ່າດ້ວຍນາຍທະຫານກອງ ທັບ ປະຊາຊົນລາວ ອະນຸມັດໃຫ້ ນາຍທະຫານພັກການຮັບບໍານານ ມີຈໍານວນ 7 ສະຫາຍຄື: ສະຫາຍ ພັນໂທ ຄໍາບໍ່ ສຸກຂະເສີມ ຫົວໜ້າ ພະແນກກໍ່ສ້າງຮາກຖານກົມກໍ່ ສ້າງຮາກຖານ, ສະຫາຍ ພັນໂທ ພັນແກ້ວ ພົນສະຫວັນ ຫົວໜ້າ ພະແນກຟ້ອນກອງສິລະປະກອນ ກອງທັບ, ສະຫາຍ ພັນໂທ ພູມີ ນໍ ລິນທາ ຫົວໜ້າພະແນກໂຄສະນາ ຫ້ອງການເມືອງ, ສະຫາຍ ພັນໂທ ນາງ ອໍາພາ ຂຸນສັກດາ ຊ່ວຍວຽກ ພະແນກບໍລິຫານ-ສັງລວມຫໍພິພິ ທະພັນປະຫັວດສາດກອງທັບ, ສະ ຫາຍ ພັນໂທ ນາງ ວັນໄຊ ພະຜົນ ໄຊ ພະນັກງານປຸງແຕ່ງກອງພັນ 988, ສະຫາຍ ພັນໂທ ນາງ ບົວຮ່າວ ແສງອິນແປງ ຫົວໜ້າ ຂະ ແໜງຟ້ອນ ພື້ນເມືອງກອງສິລະ ປະກອນກອງທັບ ແລະ ສະຫາຍ ພັນໂທ ນາງ ບົວວິນ ສິມມະນີວົງ ວິຊາການຟ້ອນກອງສິລະປະ ກອນກອງທັບ ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ນາຍທະຫານທີ່ຮັບບໍານານ ໃນການປະຕິບັດໜ້າທີ່ໃນໄລຍະ ຜ່ານມາ ເຊິ່ງໄດ້ປະກອບສ່ວນ ທາງດ້ານຄວາມຮູ້, ຄວາມສາ ມາດເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ແລະ ເຮັດສຳເລັດໜ້າທີ່ການ ເມືອງ ແລະ ວິຊາສະເພາະຂອງ ຕົນດ້ວຍຄວາມຮັບຜິດຊອບສູງ ໃນການປະກອບສ່ວນສຳຄັນເຂົ້າ ໃນຂແໜງການຕ່າງໆ ທີ່ໄດ້ຮັບ ການມອບໝາຍ ແລະ ມີຜົນສຳ ເລັດ. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ