ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນທະຫານທ້ອງຖິ່ນແຂວງວຽງຈັນ ສອບເສັງພາກຮຽນ 1
ເວລາອອກຂ່າວ: 2021-01-24 17:24:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1826 | ຄວາມນິຍົມ:



ໃນວັນທີ 11 ມັງກອນ 2021 ນີ້, ໂຮງຮຽນການທະຫານ ທ້ອງຖິ່ນແຂວງວຽງຈັນ, ໄດ້ຈັດ ຕັ້ງສອບເສັງພາກຮຽນ I ໃຫ້ ນັກຮຽນກໍ່ສ້າງນາຍສິບ ຊຸດທີ VI, ສົກຮຽນ 2020-2021, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ຄໍາຜາຍ ອ້ວນວິໄລ ຄະ ນະພັກກອງບັນຊາການ ຫົວໜ້າ ອຳນວຍການໂຮງຮຽນ, ມີຄະ ນະອຳນວຍການໂຮງຮຽນ, ຄູ-ອາຈານ, ອະນຸກຳມະການ ສອບເສັງຕະຫຼອດຮອດນັກຮຽນ ເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ເຂັມພອນ ວຽງພັນໄຊ ຜູ້ຮັບຜິດຊອບແຜນ ການອົບຮົມຂອງໂຮງຮຽນທະ ຫານທ້ອງຖິ່ນແຂວງວຽງຈັນ ໄດ້ຂື້ນຜ່ານຂໍ້ຕົກລົງ ແລະ ຜ່ານ ກົດລະບຽບຂອງການສອບ ເສັງ, ອີງຕາມໂຄງການຫຼັກສູດ ຂອງກົມໂຮງຮຽນ ກົມໃຫຍ່ເສ ນາທິການກອງທັບ ແລະ ແຜນ ການຈັດຕັ້ງການຮຽນ-ການ ສອນໃນໄລຍະ 5 ເດືອນຜ່ານມາ ຂອງຄູ-ອາຈານ ແລະ ນັກຮຽນ, ຈຳນວນວິຊາສອບເສັງໃນພາກ ຮຽນ I ມີຄື: ວິຊາການເມືອງ, ວິຊາລະບຽບ-ກີລາ, ວິຊາສິ ລະປະຍຸດ ແລະ ວິຊາຍຸດທະວິທີ, ກຳນົດເວລາສອບເສັງ 4 ວັນ, ວິຊາການເມືອງ ບັດໜຶ່ງມີ 2 ຄຳຖາມ, ຄຳຖາມລະ 4 ຄະແນນ, ວິຊາລະບຽບ-ກີລາ ບັດໜຶ່ງມີ 3 ຄຳຖາມ, ທິດສະດີ 2,5 ຄະ ແນນ, ພາກປະຕິບັດ 3 ຄະແນນ, ວິຊາສິລະປະຍຸດ ບັດໜຶ່ງມີ 3 ຄຳຖາມ, ທິດສະດີ 2,5 ຄະແນນ, ພາກປະຕິບັດ 3 ຄະແນນ, ພາກ ຍຸດທະວິທີ ບັດໜຶ່ງມີ 3 ຄຳ ຖາມ, ທິດສະດີ 2,5 ຄະແນນ ພາກປະຕິບັດ 3 ຄະແນນ. ທັງນີ້, ເພື່ອເປັນການຢັ້ງຢືນ ແລະ ກວດກາຕີລາຄາຄືນຄວາມ ຮູ້, ຄວາມສາມາດຂອງນັກຮຽນ ຕະຫຼອດໄລຍະການຫັດແອບ-ຮໍ່າຮຽນໃນ 5 ເດືອນຜ່ານມາ, ແລະ ຕີລາຄາຄວາມຮູ້, ຄວາມ ສາມາດໃນການສິດສອນສົ່ງ ຄວາມຮູ້ໃຫ້ນັກຮຽນຂອງຄູ-ອາຈານ, ທັງເປັນການສະຫຼຸບ ຖອດຖອນບົດຮຽນໃນໄລຍະຜ່ານ ມາ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ