ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການເລື່ອນຊັ້ນນາຍທະຫານຊັ້ນພັນຕີຂຶ້ນພັນໂທບັນດາກົມກອງກຳລັງຫຼວງ - ກຳລັງທ້ອງຖິ່ນ
ເວລາອອກຂ່າວ: 2021-01-24 17:20:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 57 | ຄວາມນິຍົມ:



ວັນທີ 22 ມັງກອນ 2021 ນີ້, ກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດການເລື່ອນ ຊັ້ນນາຍທະຫານຊັ້ນພັນຕີຂຶ້ນ ພັນໂທ ຈຳນວນ 373 ສະຫາຍ ທີ່ມາຈາກບັນດາກົມກອງກຳລັງ ຫຼວງ-ກຳລັງທ້ອງຖິ່ນ. ໂອກາດເຂົ້າຮ່ວມເປັນປະທານ ພິທີໃນຄັ້ງນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະ ການສູນກາງພັກ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ການເມືອງກອງ ທັບ ໄດ້ກ່າວວ່າ: ການເລື່ອນ ຊັ້ນ ໃນຄັ້ງນີ້ແມ່ນກຽດສັກສີອັນສູງ ສົ່ງ ແລະ ມີຄວາມໝາຍສໍາຄັນ ເພາະມັນໄດ້ຢັ້ງຢືນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງ ພະນັກງານໃນກອງທັບ, ທັງແມ່ນ ການປະຕິບັດນະໂຍບາຍຂອງພັກ ແລະ ກົດໝາຍນາຍທະຫານ ກອງ ທັບປະຊາຊົນລາວໃຫ້ມີຄວາມ ຖືກຕ້ອງຕາມເງື່ອນໄຂຕົວຈິງ ຂອງແຕ່ລະສະຫາຍທີ່ມີຄວາມ ອົດທົນຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງຍາກຕະຫຼອດໄລຍະຜ່ານ ມາ ພວກສະຫາຍໄດ້ເອົາໃຈໃສ່ ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການປະຕິບັດໜ້າທີ່ ໂດຍສະ ເພາະແມ່ນການປັບປຸງກໍ່ສ້າງ ກອງທັບ ໃຫ້ມີການເຕີບໃຫຍ່ຂະ ຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ເອົາໃຈໃສ່ ປະຕິບັດພາລະບົດບາດສິດໜ້າທີ່ຂອງຕົນໂດຍສະເພາະໄດ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກໍາ ແໜ້ນບັນດາມະຕິຄໍາສັ່ງ, ຂໍ້ກໍາ ນົດ ແລະ ບົດແນະນໍາຕ່າງໆ ຂອງ ກອງທັບ. ສະຫາຍຫົວໜ້າກົມໃຫຍ່ການ ເມືອງກອງທັບ ຍັງໄດ້ເນັ້ນໜັກ ໃຫ້ນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ ຕື່ມອີກວ່າ: ກ່ອນ ອື່ນພວກເຮົາຕ້ອງຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບການເລື່ອນ ຊັ້ນນາຍທະຫານໃນກອງທັບປະ ຊາຊົນລາວໃນເງື່ອນໄຂປັດຈຸ ບັນໃຫ້ຖືກຕ້ອງ, ເຫັນໄດ້ຄວາມ ສໍາຄັນ ແລະ ຄວາມຈໍາເປັນພາວະ ວິໄສ, ທັງເປັນບັນຫາຍຸດທະສາດ ທີ່ພົວພັນເຖິງການຂະຫຍາຍຕົວ ຂອງກອງທັບເຮົາ, ເພາະວ່າແຕ່ ລະວຽກທີ່ໄດ້ຮັບຜົນສໍາເລັດແມ່ນ ບັນດາສະຫາຍເປັນຜູ້ຈັດຕັ້ງ ປະຕິບັດຕົວຈິງ, ຖ້າບັນດາສະ ຫາຍບໍ່ເຂັ້ມແຂງກໍບໍ່ສາມາດເຮັດ ໃຫ້ວຽກງານໄດ້ຮັບການປະຕິ ບັດຢ່າງທົ່ວເຖິງ, ພວກສະຫາຍ ໄດ້ມີສະຕິຕໍ່ການຈັດຕັ້ງ, ມີລະ ບຽບວິໄນເຂັ້ມງວດອັນນີ້ມັນສະ ແດງເຖິງຄຸນທາດການເມືອງ ຂອງພະນັກງານ-ສະມາຊິກພັກ, ການດໍາລົງຊີວິດທີ່ໂປ່ງໃສ, ບໍ່ ສວຍໂອກາດ, ບໍ່ໃຊ້ຖານະໜ້າ ທີ່ຂອງຕົນໄປໃນທາງທີ່ຜິດເພື່ອ ຜົນປະໂຫຍດສ່ວນຕົວ, ອັນໃດ ເພິ່ນຫ້າມແມ່ນບໍ່ເຮັດ. ສະຫາຍ ພົນໂທ ປອ ທອງ ລອຍ ສີລິວົງ ຍັງໄດ້ຮຽກຮ້ອງ ໃຫ້ແຕ່ລະສະຫາຍເສີມຂະຫຍາຍ ມູນເຊື້ອອັນດີງາມຂອງກອງທັບ ພະຍາຍາມຄົ້ນຄວ້າທຸກວິທີທາງ ເພື່ອປັບປຸງແບບແຜນວິທີເຮັດ ວຽກໃຫ້ດີປະຕິບັດຫຼັກການລວມ ສູນປະຊາທິປະໄຕ, ນໍາພາເປັນໝູ່ ຄະນະ, ບຸກຄົນຮັບຜິດຊອບຢ່າງ ແທ້ຈິງພ້ອມທັງມີການສະຫຼຸບ ຖອດຖອນບົດຮຽນເປັນປົກກຕິ, ຕ້ອງເປັນເຈົ້າການເສີມຂະຫຍາຍ ມູນເຊື້ອການນໍາພາຂອງພັກຕໍ່ກໍາ ລັງປະກອບອາວຸດໃຫ້ເລິກເຊິ່ງ ເຖິງຖອງ, ສ້າງໃຫ້ໄດ້ຄວາມສາ ມັກຄີເປັນປຶກແຜ່ນແໜ້ນໜາ, ມີແບບແຜນວິທີເຮັດວຽກ, ວິທີ ນໍາພາແບບວິທະຍາສາດ-ປະດິດ ສ້າງ ແລະ ມີຄວາມສະດຸ້ງໄວຕໍ່ສະ ພາບການເພື່ອສ້າງກອງທັບ ເຮົາ ໃຫ້ເຂັ້ມແຂງ, ມີແບບແຜນ ແລະ ທັນສະໄໝ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ