ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງອັດຕະປື ປາຖະກະຖາວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ
ເວລາອອກຂ່າວ: 2021-01-24 17:16:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 62 | ຄວາມນິຍົມ:



ວັນທີ 20 ມັງກອນ ນີ້, ແຂວງອັດຕະປື ໄດ້ຈັດຕັ້ງປາ ຖະກະຖາວັນສ້າງຕັ້ງກອງທັບ ປະຊົນລາວ ຄົບຮອບ 72 ປີ ຂຶ້ນ ທີ່ຫໍປະຊຸມໃຫຍ່ຂອງແຂວງໂດຍ ການປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ກັນໄຍ ໄຊຍະສິດ ປະທານສະຫະພັນນັກຮົບເກົ່າ ແຂວງອັດຕະປື ເຊິ່ງມີການນໍາ ຂອງແຂວງ, ບັນດາເມືອງ, ພະ ແນກການ, ພະນັກງານປະຕິວັດ ອາວຸໂສບໍານານ, ພະນັກງານ-ລັດຖະກອນ ແລະ ນັກຮຽນ-ນັກ ສຶກສາເຂົ້າຮ່ວມຟັງ. ສະຫາຍ ພົນຈັດຕະວາ ກັນໄຍ ໄຊຍະສິດ ໄດ້ທົບທວນຫວນຄືນເຖິງປະຫວັດມູນເຊື້ອແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ, ໄຊຊະນະຂອງ ກອງທັບປະຊາຊົນລາວຍາດມາ ໄດ້ຕະຫຼອດ 72 ປີຜ່ານມາ ບາງ ຕອນສະຫາຍກ່າວວ່າ: ເພື່ອ ຕອບສະໜອງກັບຄວາມຮຽກ ຮ້ອງຕ້ອງການຂອງຂະບວນ ການຕໍ່ສູ້ກູ້ຊາດຕ້ານການຮຸກຮານ ຂອງພວກຈັກກະພັດລ່າເມືອງຂຶ້ນ ແລະ ປະຕິບັດຕາມມະຕິຂອງສູນ ກາງພັກກອມມູນິດອິນດູຈີນກອງ ທັບລາວອິດສະຫຼະ ເຊິ່ງເປັນຕົ້ນ ກໍາເນີດຂອງກອງທັບປະຊາຊົນ ລາວ ໃນປັດຈຸບັນ ກໍໄດ້ຮັບການ ສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ ຕາແສງລາວຮຸ່ງ, ເມືອງຊຽງຄໍ້ ແຂວງຫົວພັນ ໃນວັນທີ 20 ມັງ ກອນປີ 1949 ໂດຍແມ່ນປະ ທານ ໄກສອນ ພົມວິຫານ ເປັນ ຜູ້ປະກາດສ້າງຕັ້ງ ແລະ ບັນຊາ ໂດຍກົງ. ຕໍ່ເຫດການ-ການເມືອງ ທີ່ມີຄວາມໝາຍປະຫວັດສາດ ດັ່ງກ່າວ ໄດ້ເປັນຂີດໝາຍແຫ່ງ ການຂະຫຍາຍຕົວໃໝ່ທີ່ສະ ຫວ່າງສະໄຫວຂອງຊາດ, ເຊິ່ງ ເປັນເທື່ອທໍາອິດໃນປະຫວັດ ສາດທີ່ປະຊາຊົນເຮົາ ໄດ້ມີກອງ ທັບຂອງຕົນ ເພື່ອສືບທອດມູນ ເຊື້ອຕໍ່ສູ້ອັນພິລະອາດຫານຂອງ ບັນພະບູລຸດລາວ, ສູ້ຮົບເພື່ອພາ ລະກິດປົດປ່ອຍປະຊາຊົນລາວ ບັນດາເຜົ່າ, ເພື່ອຄວາມເປັນ ເອກະລາດ ແລະ ອິດສະຫຼະພາບ ແຫ່ງຊາດອັນແທ້ຈິງ. ຕະຫຼອດໄລຍະແຫ່ງການ ຕໍ່ສູ້ມີໄຊ ເພື່ອຄວາມເປັນເອກ ລາດແຫ່ງຊາດ, ກອງທັບ ເຮົາ ທັງເຄື່ອນໄຫວສູ້ຮົບ, ທັງເຝິກ ແອບຮໍ່າຮຽນ-ກໍ່ສ້າງກໍາລັງ, ຂົນຂວາຍປະຊາຊົນ-ກໍ່ສ້າງຮາກ ຖານ, ພ້ອມກັບປວງຊົນລາວບັນດາເຜົ່າໃນທົ່ວປະເທດ ດໍາເນີນ ການຕໍ່ສູ້ຢ່າງທົນທານໜຽວແໜ້ນ ບໍ່ຍອມຈໍານົນ ແລະ ຕີໃຫ້ບັນດາ ອິດທິກໍາລັງຮຸກຮານທີ່ມີກໍາລັງ ແຮງທາງດ້ານການທະຫານ, ເຂັ້ມແຂງທາງດ້ານເສດຖະກິດ ເໜືອກ່ວາຕັ້ງຫຼາຍເທົ່າໃຫ້ປະລາ ໄຊລົງຢ່າງເຈັບແສບ, ສໍາເລັດ ໜ້າທີ່ອັນມີກຽດສະຫງ່າທີ່ພັກ ມອບໝາຍໃຫ້. ກອບກູ້ເອົາຄວາມ ເປັນເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ປະເທດຊາດ. ສະຖາປະນາສາ ທາລະນະລັດ ປະຊາທິປະໄຕປະ ຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າ ເຜີຍໃນວັນທີ 2 ທັນວາ 1975. ຜ່ານການທົດສອບໃນແປວໄຟແຫ່ງການສູ້ຮົບ, ປັບປຸງກໍ່ສ້າງ ແລະ ເຮັດວຽກງານຕະຫຼອດ 72 ປີຜ່ານມາ ໄດ້ເຮັດໃຫ້ກອງ ທັບເຮົາເຕີບໃຫຍ່ເຂັ້ມແຂງໃນ ທຸກດ້ານ, ຍາມໃດກໍເຊີດຊູນໍ້າໃຈ ສູ້ຮົບຢ່າງເດັດດ່ຽວໜຽວແໜ້ນ, ມີໄຫວພິກຄ່ອງແຄ້ວ, ມີຄວາມ ຕື່ນຕົວທາງການເມືອງ, ມີສະຕິ ຕໍ່ການຈັດຕັ້ງປະຕິບັດລະບຽບວິ ໄນຢ່າງເຂັ້ມງວດ, ມີຫົວຄິດປະ ດິດສ້າງ ແລະ ດຸໝັ່ນຂະຫຍັນພຽນ ໃນການອອກແຮງງານ, ໄດ້ພ້ອມ ກັບປະຊາຊົນລາວບັນດາເຜົ່າຕີ ເອົາຊະນະກັບສັດຕູທຸກໂຕ, ເຮັດ ຫຼ້ອນໜ້າທີ່ສົມກັບເປັນກໍາລັງ ຫຼັກແຫຼ່ງໃຫ້ແກ່ຂະບວນການ ທົ່ວປວງຊົນປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ສົມກັບ ຄວາມໄວ້ວາງໃຈຈາກພັກ-ລັດ ແລະ ຄວາມເຊື່ອຖືຮັກແພງຂອງປະຊາຊົນລາວບັນດາເຜົ່າ. ປັດຈຸບັນນີ້, ທາງດ້ານກໍາລັງ ແລະ ການປະກອບຂອງກອງ ທັບປະຊາຊົນລາວໄດ້ເຕີບໃຫຍ່ ເຂັ້ມແຂງ ແລະ ທັນສະໄໝ, ບັນດາ ເຫຼົ່າຮົບທີ່ຈໍາເປັນໄດ້ຮັບການ ສ້າງຕັ້ງຂຶ້ນ ໂດຍມີການປະກອບ ພາຫະນະອາວຸດ ແລະ ຍຸດໂທ ປະກອນສົມຄູ່ກັບສະພາບການ. ຈາກທາດແທ້ມູນເຊື້ອ ແລະ ຜົນ ງານອັນໃຫຍ່ຫຼວງພັກ-ລັດຖະ ບານໄດ້ມອບນາມມະຍົດໃຫ້ ກອງ ທັບປະຊາຊົນລາວເປັນກອງທັບ ວີລະຊົນຂອງຊາດລາວວີລະຊົນ. ທັງນີ້ກໍເພື່ອເປັນການສຶກສາ ອົບຮົມມູນເຊື້ອພິລະອາດຫານທີ່ ກອງທັບຍາດມາໄດ້ຕະຫຼອດໄລ ຍະ 72 ປີ ແນໃສ່ເຮັດໃຫ້ສະມາ ຊິກພັກ, ພະນັກງານ-ລັດຖະກອນ ແລະ ນັກຮຽນຮູ້ຮຸ່ນສືບທອດ ມີນໍ້າໃຈປະຕິວັດ, ຮໍ່າຮຽນເອົາ ຄຸນສົມບັດ, ສິນທໍາປະຕິວັດ ແລະ ຄຸນງາມຄວາມດີຂອງບັນດາຜູ້ ນໍາການປະຕິວັດເຂົ້າສູ່ຊີວິດຕົວ ຈິງ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນມັ່ງຄັ້ງເຂັ້ມແຂງ ແລະ ມີຄວາມຜາສຸກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ