ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວໜຸ່ມ ວິທະຍາຄານແພດກອງທັບ ເຜີຍແຜ່ເຊື່ອມຊຶມຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ຄັ້ງທີ VIII
ເວລາອອກຂ່າວ: 2021-01-22 10:53:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1548 | ຄວາມນິຍົມ:



ໃນວັນທີ 14 ມັງກອນ 2021 ຊາວໜຸ່ມວິທະຍາຄານການແພດ ກອງທັບ ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ຜົນສຳເລັດກອງປະຊຸມໃຫຍ່ຜູ້ ແທນ ຊາວໜຸ່ມ ຄັ້ງທີ VIII ທົ່ວກອງ ທັບ, ໂດຍເປັນປະທານຂອງສະ ຫາຍ ພັນເອກ ດຣ ສຸລິວົງ ລັດວິ ໄລ ຫົວໜ້າການເມືອງວິທະຍາ ຄານການແພດກອງທັບ, ມີຄະ ນະພັກ-ຄະນະບັນຊາ, ຄະນະ ຫ້ອງການ, ພະແນກການ, ຄະນະ ໜ່ວຍແມ່ຍິງ ແລະ ສະມາຊິກຊາວ ໜຸ່ມເຂົ້າຮ່ວມ. ການເຜີຍແຜ່ເຊື່ອມຊຶມຜົນສຳ ເລັດກອງປະຊຸມໃຫຍ່ຜູ້ ແທນຊາວ ໜຸ່ມ ຄັ້ງທີ VIII ທົ່ວກອງທັບ ໄດ້ ຍົກໃຫ້ເຫັນຜົນງານການເຄື່ອນ ໄຫວວຽກງານຂອງຊາວໜຸ່ມ ໄລຍະ 5 ປີຜ່ານມາ, ເປັນຕົ້ນແມ່ນ ທີ່ຕັ້ງ, ພາລະບົດບາດ, ໜ້າ ທີ່ລວມຂອງຊາວໜຸ່ມໃນ ກອງ ທັບ, ວຽກງານການເມືອງແນວ ຄິດ, ຄະນະພັກ-ຄະນະບັນຊາ ແລະ ການຈັດຕັ້ງຊາວໜຸ່ມແຕ່ ລະຂັ້ນໄດ້ຖືສຳຄັນຕໍ່ການ ສຶກສາອົບຮົມການເມືອງແນວ ຄິດ, ນຳເອົາບັນດາມະຕິຄຳ ສັ່ງ, ແນວທາງນະໂຍບາຍຂອງ ພັກ, ກົດໝາຍຂອງລັດ, ມູນເຊື້ອ ຂອງຊາດ, ຂອງພັກ, ຂອງກອງ ທັບ, ຂອງຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ສຶກສາອົບຮົມໃນຖັນແຖວຊາວ ໜຸ່ມດ້ວຍຮູບການດຳເນີນຊີວິດ ການເມືອງ, ປັບປຸງການຈັດຕັ້ງ ຊາວໜຸ່ມໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ປັບປຸງວຽກງານ ການ ກໍ່ສ້າງພະນັກງານ, ຂະບວນ ການຕ່າງໆ, ກີລາ, ສິລະປະ- ວັນນະຄະດີ, ຂະບວນການຕອບ ບຸນແທນຄຸນ ແລະ ຊ່ວຍເຫຼືອສັງ ຄົມ, ຂະບວນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ, ວຽກງານສ້າງ ຂະບວນການກອງທຶນ, ວຽກ ງານແກ້ໄຂຊີວິດການເປັນຢູ່, ເຊິ່ງຜ່ານມາກົມກອງໄດ້ປະກອບ ສ່ວນເຫື່ອແຮງ ແລະ ສະຕິປັນ ຍາເຂົ້າໃນການກໍ່ສ້າງພັດທະນາ ກົມກອງ ເພື່ອສ້າງລາຍຮັບຕາມ ເງື່ອນໄຂຄວາມຮູ້ ຄວາມສາມາດ ດ້ວຍການປູກຝັງ-ລ້ຽງສັດ. ນອກນັ້ນ ຍັງເອົາໃຈໃສ່ວຽກ ງານພົວພັນ ແລະ ຮ່ວມມືກັບ ຕ່າງປະເທດ ເພື່ອຖອດຖອນບົດ ຮຽນເຊິ່ງກັນ ແລະ ກັນ, ຜ່ານມາ ບັນດາກົມກອງລວມໝູ່ອ້ອມ ຂ້າງກະຊວງ ໄດ້ຮັບການຍ້ອງຍໍ ຂັ້ນກະຊວງປ້ອງກັນປະເທດ ຈຳນວນ 624 ໃບ, ສະມາຊິກ ຊາວໜຸ່ມໄດ້ຮັບໃບຍ້ອງຍໍຈຳ ນວນ 18.739 ໃບ, ກົມກອງລວມ ໝູ່ໄດ້ຮັບໃບຊົມເຊີຍ ຈຳນວນ 100 ໃບ, ສະມາຊິກຊາວໜຸ່ມໄດ້ຮັບ ການຊົມເຊີຍຈຳນວນ 7.559 ສະ ຫາຍ, ໃນນີ້ໜ່ວຍ ຊາວໜຸ່ມ /ວິທະ ຍາຄານການແພດ ກອງທັບ ໄດ້ຮັບ ໃບຍ້ອງຍໍໜ່ວຍຊາວໜຸ່ມດີເດັ່ນ ຈຳນວນ 8 ໜ່ວຍ, ປະເພດແຂງ ຈຳນວນ 3 ໜ່ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ