ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າອວຍພອນຂອງຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່
ເວລາອອກຂ່າວ: 2021-01-22 10:47:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2021 ນີ້, ທີ່ກະຊວງປ້ອງກັນປະເທດ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ ຕ້ອນຮັບການເຂົ້າອວຍພອນຈາກ ຄະນະນໍາກະຊວງພະລັງງານ ແລະ ບໍ່ແຮ່ ນໍາໂດຍ ທ່ານ ປອ ຄຳມະນີ ອິນທະລາດ ລັດຖະມົນ ຕີກະຊວງພະລັງງານ ແລະ ບໍ່ແຮ່ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 72 ປີ. ໂອກາດ ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວຂອບໃຈຢ່າງ ອົບອຸ່ນຕໍ່ລັດຖະມົນຕີກະຊວງພະ ລັງງານ ແລະ ບໍ່ແຮ່ ພ້ອມດ້ວຍ ຄະນະ ທີ່ເຫັນໄດ້ຄວາມໝາຍ ຄວາມສຳຄັນຂອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ທີ່ມີປະ ຫວັດການເຕີບໃຫຍ່ຂະຫຍາຍຕົວມາຍາວນານ ເຊິ່ງນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນກອງທັບປະຊາ ຊົນລາວ ກໍໄດ້ບຸກໜ້າບືນຕົວສ້າງ ຄວາມເຂັ້ມແຂງດ້ວຍຕົນເອງຈົນ ຍາດໄດ້ໄຊຊະນະເປັນກ້າວໆມາ. ໂອກາດນີ້, ທ່ານ ປອ ຄໍາມະ ນີ ອິນທະລາດ ພ້ອມຄະນະ ໄດ້ມອບເງິນ ຈໍານວນ 140 ລ້ານ ກີບ, ເພື່ອນຳໄປໝູນໃຊ້ເຂົ້າໃນ ການປັບປຸງວຽກງານດ້ານ ຕ່າງໆຂອງກອງທັບຕື່ມອີກ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ