ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງລັດຖະມົນຕີກະຊວງ ຖວທ ເຂົ້າອວຍພອນຄະນະນຳກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-01-22 10:46:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ໃນຕອນບ່າຍ ວັນທີ 21 ມັງ ກອນ 2021 ນີ້ ຢູ່ຫ້ອງວ່າການ ກະຊວງປ້ອງກັນປະເທດ, ສະ ຫາຍ ພົນໂທ ປອ ທອງລອຍ ສີລິ ວົງ ກໍາມະການສູນກາງພັກ ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ ຫົວໜ້າກົມໃຫຍ່ການເມືອງ ກອງທັບ ໄດ້ຕ້ອນຮັບການເຂົ້າ ອວຍພອນຈາກກະຊວງຖະແຫຼງ ຂ່າວ ວັດທະນາທຳ ແລະ ທ່ອງ ທ່ຽວ ນໍາໂດຍ ທ່ານ ວັນສີ ກົວມົວ ກໍາມະການສໍາຮອງສູນກາງພັກ ຮອງລັດຖະມົນຕີ ກະຊວງຖະ ແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານ ຮອງລັດຖະມົນຕີ ກະຊວງຖະ ແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ເຫັນໄດ້ຄວາມສໍາ ຄັນຂອງກອງທັບປະຊາຊົນລາວ ຄົບຮອບ 72 ປີ ແລະ ໄດ້ນໍາເອົາ ກະຕ່າດອກໄມ້ພ້ອມດ້ວຍຄໍາ ອວຍພອນໄຊອັນປະເສີດມາອວຍ ພອນໃນຄັ້ງນີ້ ເປັນການຮັດແໜ້ນ ຄວາມສາມັກຄີ ແລະ ສືບຕໍ່ສ້າງ ສາຍພົວພັນອັນດີລະຫວ່າງກະ ຊວງປ້ອງກັນປະເທດ ກັບ ກະ ຊວງຖະແຫຼງຂ່າວວັດທະນາທໍາ ແລະ ທ່ອງທ່ຽວ ໃຫ້ນັບມື້ເຕີບ ໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ. ໃນໂອກາດດຽວກັນນີ້, ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ຫົວໜ້າ ຫ້ອງວ່າການກະຊວງປ້ອງກັນ ປະເທດ ໄດ້ຕ້ອນຮັບການ ເຂົ້າ ອວຍພອນຈາກຫ້ອງວ່າການ ກະຊວງ ປກສ ນໍາໂດຍສະຫາຍ ພົນຈັດຕະວາ ສົມວັນ ສາຍລ້ອງ ພາ ຄະນະປະຈໍາພັກກະຊວງ ຫົວ ໜ້າຫ້ອງວ່າການກະຊວງ ປກສ ພ້ອມດ້ວຍຄະນະ. ໂດຍ: ຄຳປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ