ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງໃຫ້ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຟັງລັງ
ເວລາອອກຂ່າວ: 2021-01-22 10:46:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2021, ທີ່ ສະຖານເອກ ອັກຄະ ລັດຖະທູດ ແຫ່ງ ສາທາລະນະ ລັດ ແຟັງລັງ ປະຈໍາ ຣາຊະອາ ນາຈັກ ຊູແອັດ ທີ່ ນະຄອນຫຼວງ ສະຕ໋ອກໂຮມ, ທ່ານ ບຸນລຽບ ຮຸ່ງວົງສອນ ໄດ້ຍື່ນສານຕາຕັ້ງ ໃຫ້ ທ່ານປະທານາທິບໍດີ ແຫ່ງ ສາທາ ລະນະລັດ ແຟັງລັງ ໂດຍມອບສານຜ່ານທ່ານ ນາງ Liisa Talonpoika, ເອກອັກຄະລັດຖະທູດ ວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ແຟັງລັງ ປະຈໍາ ຊູແອັດ ທີ່ນະຄອນຫຼວງ ສະຕ໋ອກໂຮມ ເພື່ອດຳລົງຕຳແໜ່ງເປັນເອກອັກ ຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ປະຈຳ ສາທາລະນະລັດ ແຟັງລັງ ທີ່ມີສຳນັກງານ ສະຖານເອກອັກຄະລັດຖະທູດ ຕັ້ງ ຢູ່ນະຄອນຫຼວງ ສະຕ໋ອກໂຮມ, ຣາຊະອານາຈັກ ຊູແອັດ. ໃນໂອກາດດັ່ງກ່າວ, ທ່ານ ນາງ Talonpoika, ໄດ້ສະແດງຄວາມ ຍິນດີ ແລະ ຊົມເຊີຍ ທ່ານ ບຸນ ລຽບ ຮຸ່ງວົງສອນ ໃນການມາ ມອບສານ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນ ໃໝ່ ປະຈຳ ສາທາລະນະລັດ ແຟັງລັງ ແລະ ໄດ້ອວຍພອນໃຫ້ ທ່ານ ເອກອັກຄະລັດຖະທູດ ປະຕິບັດໜ້າທີ່ການທູດດ້ວຍຜົນສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງປະເທດ ລາວ-ແຟັງລັງ ໃຫ້ຂະຫຍາຍຕົວ ຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານທູດ Talonpoika, ຍັງໄດ້ໃຫ້ຄວາມ ສໍາຄັນຕໍ່ສາຍພົວພັນຮ່ວມມືສອງປະເທດ ໂດຍສະເພາະການ ທູດເສດຖະກິດ ໃນຂະແໜງການ ພັດທະນາເສດຖະກິດປ່າໃມ້ທີ່ ເປັນມິດຕໍ່ສິ່ງແວດລ້ອມສີຂຽວ ແລະ ການທ່ອງທ່ຽວ. ໃນໂອກາດດຽວກັນນີ້, ທ່ານ ທູດ ບຸນລຽບ ຮຸ່ງວົງສອນ ໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ທ່ານທູດທັງສອງ ກໍໄດ້ໂອ້ລົມ ແລກປ່ຽນຂໍ້ມູນ ແລະ ທ່າແຮງຈຸດເດັ່ນໃນຂົງເຂດວຽກງານຂອງ ການພັດທະນາປະເທດເພື່ອເສີມ ສ້າງການພົວພັນ ການຮ່ວມມືໃນ ອະນາຄົດຂອງສອງປະເທດ ລາວ-ແຟັງລັງ ໃຫ້ຂະຫຍາຍຕົວ ຂຶ້ນໄປເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ