ກອງທັບປະຊາຊົນລາວ ເປັນກຳລັງແກ່ນສານໃນຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ
ເວລາອອກຂ່າວ: 2021-01-21 14:55:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:
ທ່ານ ວັນເລີນ ປຸ້ຍ ໄມນີ ເຈົ້າເມືອງໆບໍລິຄັນ ແຂວງບໍລິຄໍາໄຊ ໄດ້ສະ ແດງຄວາມຮູ້ສຶກ ແລະ ທັດສະນະຂອງຕົນຕໍ່ວັນ ສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 72 ປີ
(20/1/1949-20/12/ 2021) ວ່າ: ກອງທັບປະ ຊາຊົນລາວນັບແຕ່ມື້ສ້າງ ຕັ້ງຂຶ້ນມາໄດ້ກາຍເປັນກຳລັງຫຼັກແຫຼ່ງແກ່ນສານໃນຂະບວນການ
ປະຕິວັດຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າເພື່ອຕ້ານກັບ ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ສ້າງຕັ້ງລະບອບໃໝ່
ຂຶ້ນແທນ ແລະ ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດຂອງຕົນໄວ້ຢ່າງໝັ້ນຄົງ.
ນັບແຕ່ປະເທດຊາດກ້າວເຂົ້າສູ່ລະບອບໃໝ່ກອງທັບ ໄດ້ເປັນກໍາ ລັງຫຼັກແຫ່ງໃນການຮັກສາເອກກະລາດອຳນາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນ ເຊິ່ງເປັນ ໜ້າທີ່ອັນໜັກໜ່ວງ ແລະ ມີກຽດ ສະຫງ່າທີ່ພັກ-ລັດ ແລະ ປະຊາ ຊົນລາວບັນດາເຜົ່າມອບໝາຍ ໃຫ້, ເວລາໃດກອງທັບ ກໍຖື ສຳຄັນ ແລະ ຕັ້ງໜ້າປະຕິບັດພາ
ລະກໍາຂອງຕົນສໍາເລັດມາເປັນ ກ້າວໆສາມາດສ້າງໄດ້ບັນດາຜົນ ງານອັນໃຫຍ່ຫຼວງຄືພ້ອມກັບປະ ຊາຊົນລາວບັນດາເຜົ່າປົກປັກ ຮັກສາໝາກຜົນຂອງການປະຕິ
ວັດໄດ້ຢ່າງໝັ້ນຄົງປະກອບສ່ວນ
ສ້າງສາພັດທະນາປະເທດຊາດ ເຮັດໃຫ້ເສດຖະກິດ ແລະ ຊີວິດ ການເປັນຢູ່ຂອງພະນັກງານ-ນັກ
ຮົບ ແລະ ປະຊາຊົນບັນດາເຜົ່າດີ ຂຶ້ນ, ປະເທດຊາດມີຄວາມໝັ້ນ ຄົງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານຕະຫຼອດມາ,ໃນປັດຈຸ ບັນກອງທັບເຮົາໄດ້ເຕີບໃຫຍ່ ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ກ້າວຂຶ້ນເປັນ ກອງທັບທີ່ມີລະບຽບແບບແຜນ ແລະ ທັນສະໄໝມັນໄດ້ສ້າງ ຄວາມເຊື່ອໝັ້ນໄວ້ເນື້ອເຊື່ອໃຈ ຈາກພັກ-ລັດ ແລະ ປະຊາຊົນລາວ
ບັນດາເຜົ່າ ໃນການເຮັດ 2 ໜ້າ
ທີ່ໄລຍະໃໝ່ຄືການປົກປັກຮັກ
ສາ ແລະ ສ້າງສາພັດທະນາປະ ເທດຊາດ.
ສະນັ້ນ, ໃນໂອກາດທີ່ມີຄວາມ ໝາຍສຳຄັນນີ້ຂ້າພະເຈົ້າຮູ້ສຶກ
ພາກພູມໃຈທີ່ເຫັນໄດ້ເຖິງຄວາມ ເຕີບໃຫຍ່ເຂັ້ມແຂງຂອງກອງທັບ ປະຊາຊົນລາວ ເວົ້າລວມ, ເວົ້າສະ
ເພາະໃນຂົງເຂດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ເມືອງບໍລິຄຳໄຊໄດ້ຮັບການ ປັບປຸງຢ່າງເຂັ້ມແຂງ ແລະ ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ວຽກງານເຮັດໃຫ້ສະພາບໃນທົ່ວ ເມືອງບໍລິຄັນ ກໍຄື ແຂວງບໍລິຄຳໄຊ ມີຄວາມສະຫງົບສຸກໂດຍພື້ນ ຖານຕະຫຼອດມາ .
ທ້າຍນີ້ຂໍອວຍພອນແດ່ ບັນດາຄະນະນຳກະຊວງປ້ອງ ກັນປະເທດ, ພັກງານ-ນັກຮົບທຸກ ທົ່ວໜ້າຈົ່ງມີພະລານະໄມສົມບູນ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວພ້ອມກັນກ້າວເຮັດ
ສຳເລັດໜ້າທີ່ອັນມີກຽດສະຫງ່າ ທີ່ປະເທດຊາດ ແລະ ປະຊາຊົນ ລາວມອບໝາຍໃຫ້ມີຜົນສໍາເລັດ ສູງຂຶ້ນກວ່າເກົ່າ.
ໂດຍ: ຄໍາປັອກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ