ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນຳກະຊວງປ້ອງກັນປະເທດ ອວຍພອນອະດີດການນຳຂັ້ນສູງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ
ເວລາອອກຂ່າວ: 2021-01-20 08:39:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ວັນທີ 18-19 ມັງກອນ 2021 ນີ້, ຄະນະນໍາກະຊວງປ້ອງ ກັນປະເທດ ນໍາໂດຍ ສະຫາຍ ພົນ ໂທ ສຸວອນ ເລືອງບຸນມີ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງ ທັບ ພ້ອມຄະນະ, ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ການເມືອງກອງ ທັບ ພ້ອມຄະນະ ແລະ ສະຫາຍ ພົນ ຕີ ອ່ອນສີ ແສນສຸກ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ນຳເອົາກະຕ່າ ດອກໄມ້ເຂົ້າອວຍພອນບັນດາ ອະດີດການນໍາຂັ້ນສູງອາວຸໂສ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 72 ປີ. ບັນດາຄະນະນໍາກະຊວງປ້ອງ ກັນປະເທດແຕ່ລະຄະນະ ໄດ້ນໍາ ເອົາກະຕ່າດອກໄມ້ເຂົ້າຄຳອວຍ ພອນບັນດາອະດີດການນໍາຂັ້ນ ສູງ. ໃນນັ້ນ, ມີສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ສະໄໝ ທີ X, ສະຫາຍ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ ສະໄໝທີ VIII-IX ແລະ ສະຫາຍ ພົນໂທ ໄອ່ ສຸລິຍະແສງ ອະດີດຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ. ໂອກາດນີ້, ຄະນະນໍາກະຊວງ ປ້ອງກັນປະເທດ ໄດ້ກ່າວຄຳອວຍ ພອນແດ່ທ່ານຜູ້ນຳຂັ້ນສູງອາວຸ ໂສແຕ່ລະທ່ານຈົ່ງມີສຸຂະພາບ ແຂງແຮງ, ມີອາຍຸຍືນຍາວ, ພ້ອມ ທັງສືບຕໍ່ໃຫ້ທິດຊີ້ນຳລັດຖະບານ ກໍຄືກອງທັບເຮົາໃຫ້ມີການພັດ ທະນາ ແລະ ເຕີບໃຫຍ່ເຂັ້ມແຂງ ຂຶ້ນເລື້້ອຍໆ. ໃນຕອນທ້າຍ, ບັນດາການ ນໍາຂັ້ນສູງອາວຸໂສ ໄດ້ກ່າວຄໍາ ຂອບໃຈຕໍ່ຄະນະພັກກະຊວງ ປ້ອງກັນປະເທດທີ່ມາອວຍພອນ ແລະ ມອບຂອງຂວັນໃນຄັ້ງນີ້, ໃຫ້ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກ ງານຂອງຕົນໃຫ້ສຳເລັດຕາມ ທີ່ພັກ-ລັດ ແລະ ປະຊາຊົນມອບ ໝາຍໃຫ້. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ