ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງປ້ອງກັນປະເທດ ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ
ເວລາອອກຂ່າວ: 2021-01-20 08:35:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2021 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການ ເມືອງກອງທັບ ໄດ້ຈັດຕັ້ງພິທີໂຮມ ຊຸມນຸມສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 72 ປີ, ໂດຍເປັນກຽດເຂົ້າ ຮ່ວມ ແລະ ກ່າວປາໄສຂອງ ສະ ຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີບັນດາກຳມະການສູນ ກາງພັກ, ຄະນະນຳກະຊວງ, ຄະ ນະນໍາກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງ ກັນປະເທດ, ພະ ນັກງານອາວຸດໂສບໍານານຕະ ຫຼອດຮອດນາຍ ແລະ ພະນັກງານ ຫຼັກແຫຼ່ງທົ່ວອົງການ, ກົມກອງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ກ່າວປາໄສ ໂດຍໄດ້ຍົກໃຫ້ເຫັນວ່າ: ຕະຫຼອດ ໄລຍະ 72 ປີ ທີ່ຜ່ານມາ, ໂດຍພາຍ ໃຕ້ການຊີ້ນໍາ-ນໍາພາຂອງພັກເດັດ ຂາດ, ໂດຍກົງ ແລະ ຮອບດ້ານ ວາງແນວທາງປ້ອງກັນຊາດທົ່ວ ປວງຊົນຮອບດ້ານຕິດພັນກັບ ການພັດທະນາເສດຖະກິດ-ສັງ ຄົມ, ກອງທັບປະຊາຊົນລາວພວກ ເຮົາສາມາດຍາດໄດ້ຜົນງານອັນ ໃຫຍ່ຫຼວງ ແລະ ສ້າງວິລະກໍາອັນ ລໍ້າເລີດ ທີ່ເປັນຄວາມເອກອ້າງ ທະນົງໃຈໃຫ້ແກ່ ກອງທັບປະຊາ ຊົນລາວ ກໍຄືປະເທດຊາດຂອງ ພວກເຮົາ ໂດຍຢຶດໝັ້ນ ແລະ ເສີມ ຂະຫຍາຍແນວທາງປ່ຽນແປງ ໃໝ່ຮອບດ້ານ ແລະ ມີຫຼັກການ ຂອງພັກ, ກອງທັບປະຊາຊົນລາວ ສາມາດປະກອບສ່ວນຮັບປະກັນ ເຮັດໃຫ້ປະເທດຊາດ ມີຄວາມສະ ຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ເປັນກໍາລັງ ຫຼັກແຫຼ່ງໃນການປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນ ຄວາມ ສະຫງົບທົ່ວປວງຊົນຮອບ ດ້ານຂອງພັກ ຕິດພັນກັບການພັດ ທະນາຊົນນະບົດ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ; ເດັດ ດ່ຽວປະຕິບັດຕາມແນວທາງ ປ່ຽນແປງໃໝ່ຂອງພັກ, ໃນການ ປົກປັກຮັກສາ ແລະ ເສີມຂະຫຍາຍ ທາດແທ້ປະຕິວັດ, ມູນເຊື້ອອັນ ດີງາມຂອງຊາດ, ຂອງກອງທັບ ປະຊາຊົນລາວ; ທັງເປັນການເຝິກ ຝົນຫຼໍ່ຫຼອມທັດສະນະຄຸນສົມບັດ ສິນທໍາປະຕິວັດ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມ ແຂງໃນທຸກດ້ານ, ຮູ້ຈັກອີງໃສ່ກໍາ ລັງແຮງສັງລວມຂອງທົ່ວປວງ ຊົນ, ຫັນກໍາລັງລົງກໍ່ສ້າງຮາກ ຖານ ຢ່າງແຂງແຮງ, ເຮັດໃຫ້ສະ ພາບຢູ່ຮາກຖານມີຄວາມສະຫງົບ ໂດຍພື້ນຖານ ແລະ ປະຊາຊົນບັນ ດາເຜົ່າມີ ຄວາມເຊື່ອໝັ້ນຕໍ່ແນວ ທາງນະໂຍບາຍຂອງພັກ-ລັດ, ເຊື່ອໝັ້ນຕໍ່ກອງທັບປະຊາຊົນ ລາວ ພ້ອມກັນເປັນກໍາລັງແຮງ ທັບມ້າງທຸກກົນອຸບາຍຫັນປ່ຽນ ໂດຍສັນຕິ, ການກໍ່ຄວາມບໍ່ສະ ຫງົບ, ການແຊກຊຶມ ແລະ ເຄື່ອນ ໄຫວເກາະຜິດ, ບຽດຢຶດຕາມຊາຍ ແດນຂອງອິທິກໍາລັງປະຕິການໄດ້ຢ່າງທັນການ, ຮັກສາໄດ້ຄວາມ ສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮ້ອຍ ທາງສັງຄົມເປັນຢ່າງດີ. ໄປຄຽງ ຄູ່ກັບການເຄື່ອນໄຫວປະຕິບັດ ໜ້າທີ່ ແລະ ການກຽມພ້ອມສູ້ຮົບ, ກອງທັບພວກເຮົາຍັງໄດ້ສຸມກໍາ ລັງ, ພາຫະນະເຕັກນິກ ແລະ ງົບ ປະມານ ເພື່ອກອບກູ້ໄພພິບັດທໍາ ມະຊາດ ຊ່ວຍເຫຼືອປະຊາຊົນທີ່ ໄດ້ຮັບຜົນກະທົບຈາກໄພພິບັດ ທໍາມະຊາດໄດ້ຢ່າງທັນການ. ປັດໄຈສໍາຄັນໜຶ່ງອີກທີ່ປະກອບ ສ່ວນສ້າງໃຫ້ກອງທັບປະຊາ ຊົນລາວພວກເຮົາ ເຕີບໃຫຍ່ເຂັ້ມ ແຂງ ແລະ ສາມາດເຮັດສໍາເລັດ ໜ້າທີ່ອັນສູງສົ່ງຂອງຕົນນັ້ນກໍ່ ແມ່ນການປະກອບສ່ວນອູ້ມຊູ ຊ່ວຍເຫຼືອອັນໃຫຍ່ຫຼວງຂອງ ບັນດາປະເທດເພື່ອນມິດຍຸດທະ ສາດ ສັງຄົມນິຍົມໃນຕະຫຼອດ ໄລຍະແຫ່ງການຕໍ່ສູ້ກູ້ຊາດໃນ ເມື່ອກ່ອນກໍຄື ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ໃນປະຈຸບັນ. ເພື່ອເຮັດໃຫ້ໄດ້ຄືແນວນັ້ນ, ຈຶ່ງ ຮຽກຮ້ອງມາຍັງບັນດາສະ ຫາຍໝົດທຸກຄົນ ຕ້ອງສຸມທຸກ ຄວາມສາມາດ ແລະ ກໍາລັງສືບ ຕໍ່ເຮັດໜ້າທີ່ການເມືອງໜຶ່ງ ໃຫ້ໄດ້ດີ, ເປັນຕົ້ນ: ພ້ອມກັນຍືດ ໝັ້ນໃນເສັ້ນທາງ, ຈຸດໝາຍ ແລະ ອຸດົມການສັງຄົມນິຍົມປະກອບ ສ່ວນ ເຂົ້າໃນພາລະກິດປ່ຽນແປງ ໃໝ່ໃນການສ້າງສາພັດທະນາ ປະເທດຊາດໃຫ້ມັ່ງຄັ່ງເຂັ້ມ ແຂງ, ປະຊາຊົນຮັ່ງ ມີຜາສຸກ, ສັງຄົມມີຄວາມສາມັກຄີປອງ ດອງ, ປະຊາທິປະໄຕ, ສິວິໄລ ແລະ ຍຸຕິທໍາ. ເພີ່ມທະວີວຽກງານສ້າງ ແລະ ປັບປຸງພັກໃຫ້ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ ໂດຍຍຶດໝັ້ນ ຫຼັກການລວມສູນປະຊາທິປະໄຕ, ເສີມຂະຫຍາຍປະຊາທິປະໄຕ ໄປພ້ອມກັບ ການເພີ່ມທະວີລະ ບຽບວິໄນພາຍໃນພັກ, ກອງທັບ ຢ່າງເຂັ້ມງວດ; ເຊີດຊູຄວາມ ເປັນແບບ ຢ່າງນໍາໜ້າຂອງພະ ນັກງານ, ສະມາຊິກພັກໃນທຸກ ການເຄື່ອນໄຫວປະຕິບັດໜ້າ ທີ່ວຽກງານ ແລະ ການດໍາລົງ ຊີວິດ, ເພີ່ມທະວີບົດບາດການ ນໍາ ພາຂອງພັກຕໍ່ກໍາລັງປະກອບ ອາວຸດ ຢ່າງເດັດຂາດ, ໂດຍກົງ ແລະ ຮອບດ້ານ, ເສີມຂະຫຍາຍ ທາດແທ້ມູນເຊື້ອອັນດີງາມຂອງ ຊາດ, ຂອງກອງທັບຢ່າງມີລະ ບຽບແບບແຜນ ແລະ ທັນສະໄໝ, ມີສະຕິຕໍ່ການຈັດຕັ້ງ-ລະບຽບ ວິໄນ ແລະ ເປັນແບບຢ່າງນໍາ ໜ້າ ໃນທຸກ ຂົງເຂດວຽກງານ, ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກ ງານສຶບທອດປ່ຽນແທນໃນແຕ່ ລະຂັ້ນ ຂອງທຸກຂະແໜ່ງການ ໃຫ້ ມີຄຸນນະພາບ; ເພີ່ມທະວີວຽກ ງານອົບຮົມຫັດແອບ ເພື່ອຍົກ ສູງຄວາມສາມາດ ທາງດ້ານສິ ລະປະຍຸດ-ຍຸດທະວິທີ ແລະ ກຽມ ພ້ອມສູ້ຮົບ; ອອກແຮງກໍ່ສ້າງ ໜ່ວຍພັກ ປອດໄສ, ເຂັ້ມແຂງ, ໜັກແໜ້ນຕິດພັນກັບການກໍ່ສ້າງ ກົມກອງ 3 ປອດ, ນັກຮົບວັດ ທະນະທໍາ-ກົມກອງວັດທະນະ ທໍາ ຕັ້ງໜ້າປັບປຸງກໍ່ສ້າງກອງ ທັບປະຊາຊົນລາວ ໃຫ້ເຂັ້ມແຂງ ໃນທຸກດ້ານ, ເຊີດຊູນ້ໍາໃຈເພິ່ງຕົນ ເອງ, ກຸ້ມຕົນເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ສ້າງແນວ ຄິດປະຍັດມັດທະຍັດ ແລະ ສົ່ງເສີມ ການຜະລິດ, ການປູກ, ການລ້ຽງ ຕາມເງື່ອນໄຂ ແລະ ທ່າແຮງຂອງ ກົມກອງທ້ອງຖິ່ນໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ຊີວິດການເປັນຢູ່ທາງ ດ້ານວັດຖຸ ແລະ ຈິດໃຈຂອງພະນັກ ງານ-ນັກຮົບດີຂຶ້ນເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ