ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງ ໄຊຍະບູລີ ມີຄົນເຂົ້າເມືອງບໍ່ຖືກຕ້ອງ 98 ຄົນ ໃນຕົ້ນເດືອນມັງກອນປີນີ້
ເວລາອອກຂ່າວ: 2021-01-19 09:18:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2009 | ຄວາມນິຍົມ:



ໃນຕອນບ່າຍຂອງວັນທີ 14 ມັງກອນ ນີ້, ທີ່ສະໂມສອນ ຫ້ອງວ່າການປົກຄອງ ແຂວງໄຊ ຍະບູລີ ໄດ້ຈັດກອງປະຊຸມປຶກສາ ຫາລືກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19, ໂດຍໃຫ້ ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ເພັງນິລັນ ຄໍາພັນເພັງ ຮອງ ເລຂາພັກແຂວງ, ມີບັນ ດາຫົວ ໜ້າ, ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ມີຮອງ ເຈົ້າເມືອງ 11 ເມືອງ, ມີຕາງໜ້າ 4 ດ່ານສາກົນ, 2 ໂຄງ ການໄຟຟ້າ ແລະ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຂັ້ນ ແຂວງ ເຂົ້າຮ່ວມ. ໃນກອງປະຊຸມ ດຣ ນາງ ໄກຍະ ສອນ ສີດາ ຫົວໜ້າພະແນກສາ ທາລະນະສຸກແຂວງ ໄດ້ຜ່ານ ບົດສະຫຼຸບ ແລະ ແຜນການຈັດ ຕັ້ງປະຕິບັດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດ ໂຄວິດ-19, ເຊິ່ງໄດ້ ກ່າວວ່າ: ສະເພາະແຕ່ວັນທີ 1-13 ມັງກອນ 2021 ນີ້, ມີຄົນ ເຂົ້າເມືອງຜ່ານດ່ານຕ່າງໆພາຍ ໃນແຂວງທີ່ຖືກຕ້ອງມີທັງໝົດ 1.763 ຄົນ, ຍິງ 130 ຄົນ, ໃນ ນີ້: ຄົນລາວ 390 ຄົນ, ຄົນໄທ 1.373 ຄົນ, ຍິງ 130 ຄົນ, ຜ່ານ ດ່ານສາກົນນໍ້າເຫືອງ ຈໍານວນ 626 ຄົນ, ຍິງ 70 ຄົນ, ຜ່ານດ່ານ ນໍ້າເງິນ ຈໍານວນ 929 ຄົນ, ຍິງ 60 ຄົນ, ຜ່ານດ່ານພູດູ່ ຈໍາ ນວນ 63 ຄົນ ແລະ ຜ່ານດ່ານ ປາງມອນ ຈໍານວນ 145 ຄົນ, ຄົນລັກລອບເຂົ້າເມືອງບໍ່ຖືກຕ້ອງ ຈໍານວນທັງໝົດ 98 ຄົນ. ສັງລວມ ແລ້ວ ແຮງງານລາວ ແລະ ຕ່າງປະ ເທດທີ່ເດີນທາງເຂົ້າມາ ແຂວງ ໄຊຍະບູລີ ທີ່ຖືກຕ້ອງ ແລະ ບໍ່ຖືກ ຕ້ອງນັ້ນ, ທາງຄະນະສະເພາະ ກິດປ້ອງກັນ, ຄອບຄຸມ ແລະ ແກ້ ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນແຂວງໄດ້ປະ ຕິບັດຕາມມາດຕະການຢ່າງເຂັ້ມ ງວດ ຄື: ວັດແທກອຸນຫະພູມ ແລະ ກັກຕົວ 14 ວັນ, ປັດຈຸບັນທົ່ວ ແຂວງໄຊຍະບູລີ ມີສູນກັກກັນ ບໍລິເວນຢູ່ຂັ້ນບ້ານ 2 ແຫ່ງ, ຢູ່ ໂຮງແຮມ-ບ້ານພັກ 33 ແຫ່ງ, ໄດ້ເກັບຕົວຢ່າງໄປກວດຢູ່ສູນ ກາງ ແລະ ໂຮງໝໍແຂວງ ແຕ່ ວັນທີ 1 ພຶດສະພາ 2020 ຫາ ວັນທີ 13 ມັງກອນ 2021 ທັງ ໝົດ 4.515 ຕົວຢ່າງ, ຜົນ ກວດ ບໍ່ພົບເຊື້ອ 4.509 ຕົວຢ່າງ, ຍັງ ບໍ່ທັນໄດ້ຜົນກວດ 6 ຕົວຢ່າງ. ສໍາລັບແຜນການຕໍ່ໜ້າຈະສືບ ຕໍ່ຈັດຕັ້ງປະຕິບັດບັນດາມາດ ຕະການຜ່ອນຜັນ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະ ບາດຂອງພະຍາດ ໂຄວິດ-19, ກະກຽມຄວາມພ້ອມໃນການຮັບ ມືກັບການລະບາດທີ່ອາດຈະເກີດ ຂຶ້ນເຊັ່ນ: ສະຖານທີ່ໂຮງໝໍ, ສູນ ກັກກັນບໍລິເວນ, ບຸກຄະລາກອນ ແພດໝໍ, ຢາ ແລະ ອຸປະກອນການ ແພດ, ອຸປະກອນ ຮັບໃຊ້ຕ່າງໆ. ໂດຍ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ