ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄຸນລັກສະນະຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
ເວລາອອກຂ່າວ: 2021-01-15 22:07:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ:



ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນ ກາງພັກ, ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ ໄດ້ລາຍ ງານຄຸນລັກສະນະຂອງ ຄະນະບໍ ລິຫານງານສູນກາງພັກ ສະໄໝ ທີ XI ດັ່ງນີ້: ຄະນະບໍລິຫານງານສູນກາງພັກສະໄຫມທີ XI ປະ ກອບມີ: ກໍາມະການສົມບູນສູນ ກາງພັກ 71 ສະຫາຍ, ໃນນັ້ນມີ ເພດຍິງ 12 ສະຫາຍ ແລະ ກໍາມະ ການສໍາຮອງ ສູນກາງພັກ 10 ສະຫາຍ, ເພດຍິງ 2 ສະຫາຍ, ຄຸນ ລັກສະນະຂອງຄະນະບໍລິຫານ ງານສູນ ກາງພັກສົມບູນ ມີດັ່ງນີ້: ດ້ານອາຍຸກະສຽນ: ອາຍຸ 60 ປີ ຂຶ້ນໄປມີ 36 ສະຫາຍ, ກວມ 50,70%, ອາຍຸ 46-59 ປີ ມີ 35 ສະຫາຍ, ກວມ 49,30%, ອາຍຸສູງສຸດ 75 ປີ, ອາຍຸຕໍ່າສຸດ 46 ປີ, ອາຍຸສະເລ່ຍ 59 ປີ. ບັນດາສະຫາຍກໍາມະການສູນ ກາງພັກ ທີ່ໄດ້ເຂົ້າການປະ ຕິວັດ ກ່ອນປີ 1975 ມີ 19 ສະຫາຍ, ກວມ 26,76%, ຫຼັງປີ 1975 ມີ 52 ສະຫາຍ, ກວມ 73,24%, ເຂົ້າພັກກ່ອນປີ 1975 ມີ 7 ສະ ຫາຍ, ກວມ 9,85%, ບັນດາສະ ຫາຍທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ລ້ວນແຕ່ໄດ້ຮັບການທົດສອບ, ເຝິກຝົນຫຼໍ່ຫຼອມຈາກຂະບວນ ການຕົວຈິງ, ເປັນຜູ້ມີຄວາມຕັ້ງໜ້າຫ້າວຫັນໃນພາລະກິດປ່ຽນ ແປງໃຫມ່, ໄດ້ເປັນແບບຢ່າງທີ່ດີ ໃຫ້ແກ່ຖັນແຖວພະນັກງານ-ສະ ມາຊິກພັກ ແລະ ປະຊາຊົນ ໃນພາ ລະກິດປົກປັກຮັກສາ ແລະ ພັດທະ ນາປະເທດຊາດ ຕະຫຼອດໄລຍະ 45 ປີທີ່ຜ່ານມາ, ກໍາມະການສູນ ກາງພັກຊຸດນີ້ ສ່ວນຫຼາຍໄດ້ຜ່ານ ການສຶກສາຮໍ່າຮຽນທິດສະດີ ມາກ-ເລນິນ ທັງລະບົບບໍາລຸງ ແລະ ກໍ່ສ້າງ, ໄດ້ຮັບການ ສຶກສາ ດ້ານວິຊາສະເພາະ ແລະ ເຕັກນິກ ວິທະຍາສາດ ນັບແຕ່ຊັ້ນກາງຂຶ້ນ ໄປ, ໃນນັ້ນຈົບປະລິນຍາເອກ ມີ 28 ສະຫາຍ, ກວມ 39,43%, ປະລິນຍາໂທ ມີ 27 ສະຫາຍ, ກວມ 38,02%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ