ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດບ້ານຕາຫຼອງ ແລະ ບ້ານແປງ ເປັນບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2021-01-15 21:51:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 509 | ຄວາມນິຍົມ:



ພິທີປະກາດບ້ານ ຕາຫຼອງ ແລະ ບ້ານນາເປງ ເປັນບ້ານປ້ອງ ກັນຊາດເຂັ້ມແຂງ ບ້ານທີ 4-5 ຂອງເມືອງບົວລະພາ ເປັນບ້ານທີ 27-28 ຂອງແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 12 ມັງກອນ 2021 ນີ້, ຢູ່ທີ່ຫ້ອງການບ້ານຕາ ຫຼອງ, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ບົວລຽນ ແສນສົມຫວັງ ຫົວໜ້າກອງບັນ ຊາການ ປກສ ເມືອງບົວລະພາ ແຂວງຄຳມ່ວນ, ສະຫາຍ ພັນໂທ ສົມພູ ໄຊຄຳແພງ ຫົວໜ້າຫ້ອງ ເຕັກນິກ ກອງບັນຊາການທະຫານ ແຂວງຄຳມ່ວນ, ມີຜູ້ຕາງໜ້າຫ້ອງ ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງ, ພະແນກ ກໍ່ສ້າງຮາກຖານທະຫານແຂວງ, ກອງບັນຊາການທະຫານເມືອງ ບົວລະພາ, ອຳນາດການປົກຄອງ ບ້ານ, ຄະນະຮັບຜິດຊອບ, ແຂກ ຖືກເຊີນ ແລະ ພໍ່ແມ່ປະຊາຊົນທັງ ສອງບ້ານເຂົ້າຮ່ວມ. ສະຫາຍ ພັນຕີ ບຸນເກີດ ສີກຽງ ຄຳ ຮອງຫົວໜ້າການເມືອງ ກອງ ບັນຊາການທະຫານເມືອງ ບົວລະ ພາ ໄດ້ລາຍງານສະພາບລວມ ຈຸດພິເສດຂອງບ້ານຕາຫຼອງ ແລະ ບ້ານນາເປງ, ຕັ້ງຢູ່ທິດໃຕ້ຂອງ ເມືອງບົວລະພາ, ຫ່າງຈາກເທສະ ບານເມືອງປະມານ 17 ກິໂລ ແມັດ, ມີເນື້ອທີ່ທັງໝົດ 33,196 ເຮັກຕາ, ມີເສັ້ນທາງແດງເຊື່ອມ ຕໍ່ກັບເທສະບານເມືອງ ທຽວ ໄປ-ມາໄດ້, ພູມລຳເນົາຕັ້ງຢູ່ເຂດ ທົ່ງພຽງ, ມີພົນລະເມືອງທັງ ໝົດ 1.185 ຄົນ, ມີ 210 ຄອບ ຄົວ, ມີ 219 ຫຼັງຄາເຮືອນ, ອຳ ນາດການປົກຄອງບ້ານໄດ້ຖືເອົາ ວຽກງານສຶກສາອົບຮົມການ ເມືອງ-ແນວຄິດເປັນກົກ, ໂດຍ ການນຳເອົາແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງ ລັດ, ຂໍ້ກຳນົດກົດລະບຽບ ແລະ ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ ມາສຶກສາອົບຮົມໃຫ້ພໍ່ແມ່ປະ ຊາຊົນພາຍໃນບ້ານເປັນປົກກະ ຕິ, ແນໃສ່ເຮັດໃຫ້ເຂົາເຈົ້າມີແນວ ຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນ ຕໍ່ການນຳພາຂອງພັກ-ລັດ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງຖືກ ຕ້ອງ, ບ້ານຕາຫຼອງ ແລະ ບ້ານ ນາເປງ ມີຄະນະອົງການປົກຄອງ ບ້ານ 6 ສະຫາຍ, ຍິງ 1 ສະຫາຍ, ມີ 2 ໜ່ວຍພັກ, ສະມາຊິກພັກ ທັງໝົດ 39 ສະຫາຍ, ຍິງ 13 ສະຫາຍ ໄດ້ນຳພາ-ຊີ້ນຳ ບັນດາ ອົງການຈັດຕັ້ງພາຍໃນບ້ານ ເຄື່ອນໄຫວວຽກງານດ້ວຍຄວາມ ຮັບຜິດຊອບສູງ ແລະ ມີຜົນສຳ ເລັດເປັນກ້າວໆ, ສຶກສາອົບຮົມ ໃຫ້ກຳລັງກອງຫຼອນ, ປກສ ບ້ານ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ຕິດຕາມກຳແໜ້ນສະພາບການ ເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ, ປົກປັກຮັກສາເຂດນຳ້ແດນດິນ ແລະ ຄວາມເປັນລະບຽບຮຽບຮ້ອຍໄດ້ເປັນຢ່າງດີ, ປະຊາຊົນ ທັງສອງບ້ານສ່ວນຫຼາຍແມ່ນຖື ເອົາການປູກຝັງ-ລ້ຽງສັດ ເປັນ ອາຊີບຕົ້ນຕໍ. ໃນນັ້ນ, ມີດິນນາ 346 ຕອນ, ດິນປຸກສ້າງ 243 ຕອນ, ດິນປ່າສະຫງວນບ້ານ 2 ຕອນ ເນື້ອທີ່ 868 ເຮັກຕາ, ມີຈັກ ຟາດເຂົ້າຂະໜາດນ້ອຍ 2 ເຄື່ອງ, ລົດໄຖນາເດີນຕາມ 162 ຄັນ, ລົດ ໃຫຍ່ 4 ລໍ້ 17 ຄັນ, ຮ້ານຂາຍເຄື່ອງ ຍ່ອຍ 12 ຮ້ານ. ນອກນັ້ນ, ປະຊາ ຊົນຍັງໄດ້ປູກພືດລະດູແລ້ງປະ ມານ 3 ເຮັກຕາ, ເພື່ອແກ້ໄຂຊີວິດ ການເປັນຢູ່ໃຫ້ດີຂຶ້ນ. ໃນໄລຍະ ຜ່ານມາຍັງໄດ້ຮັບຮອງເປັນບ້ານ ກະສິກຳພັດທະນາຮອບດ້ານ, ໄດ້ຢັ້ງຢືນເປັນບ້ານວັດທະນະທຳ ແລະ ສາມັກຄີປອງດອງ. ພ້ອມ ນັ້ນ, ຍັງໄດ້ຮັບຮອງເປັນບ້ານ ແມ່ຍິງ 3 ດີ, ໄດ້ຮັບຮອງເປັນບ້ານ ປອດຄະດີ ແລະ ບ້ານປ້ອງກັນ ຄວາມສະຫງົບດີ. ຜ່ານມາໄດ້ປະເມີນສ້າງຄອບ ຄົວ ແລະ ບ້ານປ້ອງກັນຊາດເຂັ້ມ ແຂງ ສາມາດສະຫຼຸບໄດ້ວ່າ: ບ້ານ ຕາຫຼອງ ແລະ ບ້ານນາເປງ ມີຄອບ ຄົວຄົບມາດຖານ 210 ຄອບຄົວ ເທົ່າກັບ 100 % ຂອງ 6 ມາດ ຖານເງື່ອນໄຂ. ໃນພິທີຍັງໄດ້ ມອບໃບຢັ້ງຢືນຮັບຮອງເອົາ ຄອບຄົວ ແລະ ທັງສອງບ້ານ ເປັນ ບ້ານປ້ອງກັນຊາດເຂັ້ມແຂງ ໂດຍຄະນະປະທານໃຫ້ກຽດເປັນ ຜູ້ມອບຢ່າງສົມກຽດ, ພ້ອມດຽວ ກັນນັ້ນ, ຍັງໄດ້ເປີດປ້າຍ ແລະ ລັ່ນ ຄ້ອງ 9 ບາດ ເພື່ອປະກາດຮັບຮອງ ເອົາບ້ານ ຕາຫຼອງ ແລະ ບ້ານນາ ເປງ ເມືອງບົວລະພາ ເປັນຄອບ ຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງຢ່າງເປັນທາງການ. ໂດຍ : ເກດມະນີ ສຸວັນນະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ