ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບອຸປະກອນເຄື່ອງສວນ ແລະ ເບ້ຍໄມ້ຊະນິດຕ່າງໆໃຫ້ຫໍພິພິທະພັນປະຫວັດສາດກອງທັບ
ເວລາອອກຂ່າວ: 2021-01-15 09:19:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 173 | ຄວາມນິຍົມ:



ໃນວັນທີ 12 ມັງກອນ 2021 ນີ້, ສະຫາຍ ພູທົງ ສຸວັນ ທອງ ຄະນະບໍລິຫານງານພັກ ເມືອງ ເລຂາຄະນະບໍລິຫານງານ ຊາວໜຸ່ມເມືອງຈັນທະບູລີ ນະ ຄອນຫຼວງວຽງຈັນ ພ້ອມຄະນະ ແລະ ນ້ອງນ້ອຍເຍົາວະຊົນ ໄດ້ ນຳເອົາອຸປະກອນເຄື່ອງສວນ ແລະ ເບ້ຍໄມ້ຊະນິດຕ່າງໆ. ໃນ ນັ້ນ, ປະກອບມີ: ຝຸ່ນຄອກ, ຝຸ່ນປູກ, ເບ້ຍຕົ້ນໝາກຫຸ່ງ, ເບ້ຍຕົ້ນດອກ ດາວເຮືອງ, ຕົ້ນດອກພຸດ, ດອກ ໄມ້ປະດັບ, ສາຍຢາງ, ບົວຫົດ ຜັກ+ຄຸ, ເບ້ຍຜັກບົ່ວ, ຝຸ່ນເລັ່ງ+ ຝຸ່ນລ້ຽງຫຍ້າ, ແກ່ນຜັກບົ້ງ, ແກ່ນຜັກກາດ ແລະ ເງິນສົດຈຳ ນວນໜຶ່ງ ລວມມູນຄ່າ 5 ລ້ານ ກວ່າກີບ ມາມອບໃຫ້ຫໍພິພິທະພັນ ປະຫວັດສາດກອງທັບປະຊາຊົນ ລາວ ເພື່ອເປັນການປະກອບສ່ວນ ເຂົ້າໃນການປະດັບປະດາອະນຸ ສອນສະຖານ (ຄຸກທ່ານຜູ້ນຳ) ໃຫ້ມີຄວາມສວຍງາມ. ໂອກາດນີ້, ສະຫາຍ ພັນເອກ ຄຳສີ ລີຟຸງ ໄດ້ສະແດງຄວາມ ຂອບໃຈ ແລະ ຕີລາຄາສູງຕໍ່ ສະຫາຍ ພູທົງ ສຸວັນທອງ ທີ່ເຫັນ ໄດ້ບົດບາດຂອງຫໍພິພິທະພັນປະ ຫວັດສາດ ກໍຄືອະນຸສອນສະຖານ (ຄຸກທ່ານຜູ້ນຳ) ຈຶ່ງໄດ້ນຳເອົາ ເຄື່ອງມາມອບໃຫ້ໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳ ເຄື່ອງດັ່ງກ່າວໄປໝູນໃຊ້ໃນການ ບົວລະບັດ, ອະນຸສອນ ສະຖານ (ຄຸກທ່ານຜູ້ນຳ) ໃຫ້ມີຄວາມ ສວຍງາມ. ຈາກນັ້ນ, ໄດ້ມອບ ໃບກຽດຕິຄຸນໃຫ້ສະຫາຍຄະນະ ບໍລິຫານງານພັກເມືອງ ເລຂາ ຄະນະບໍລິຫານງານຊາວໜຸ່ມ ເມືອງຈັນທະບູລີ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ