ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດພະແນກການເງິນຂຶ້ນກັບກອງບັນຊາ ການທະຫານແຂວງອັດຕະປື
ເວລາອອກຂ່າວ: 2021-01-15 09:15:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 368 | ຄວາມນິຍົມ:



ໃນວັນທີ 1 ມັງກອນ 2021 ນີ້, ກອງບັນຊາການທະຫານ ແຂວງອັດຕະປື ໄດ້ປະກາດ ພະແນກການເງິນຂຶ້ນກັບກອງ ບັນຊາການທະຫານແຂວງໂດຍ ກົງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ໂຊກໄຊ ພິມມະ ລາ ຄະນະປະຈຳພັກແຂວງ ເລ ຂາຄະນະພັກກອງບັນຊາການ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງອັດຕະປື, ມີີ ສະຫາຍ ພົນຈັດຕະວາ ກັນໄຍ ໄຊຍະສິດ ປະທານສະຫະພັນ ນັກຮົບເກົ່າແຂວງ, ມີຄະນະພັກ ກອງບັນຊາການ, ຄະນະພັກ 5 ຫ້ອງ, ກອງບັນຊາການທະຫານ ເມືອງ 5 ເມືອງ, ກອງພັນ, ກອງ ຮ້ອຍເອກະລາດ ພ້ອມດ້ວຍວິ ຊາສະເພາະການເງິນເຂົ້າຮ່ວມ. ພັນຕີ ບັນນະວົງ ຊາມົນຕີ ຮອງຫົວໜ້າພະແນກການເງິນ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ໂອນກົມການເງິນຂຶ້ນກັບກະ ຊວງປ້ອງກັນປະເທດໂດຍກົງ. ຄຳສັ່ງແນະນຳເລື່ອງການຈັດ ຕັ້ງການເຄື່ອນໄຫວ ແລະ ການ ໂອນພະແນກການເງິນ ຫຼື ຂະ ແໜງການເງິນຂຶ້ນໂດຍກົງກັບ ຄະນະພັກ-ຄະນະບັນຊາກົມ ກອງ ຂໍ້ຕົກລົງຂອງກອງບັນ ຊາການທະຫານແຂວງອັດຕະປື ວ່າດ້ວຍ ການໂອນພະແນກ ການເງິນຂຶ້ນໂດຍກົງກັບກອງ ບັນຊາການທະຫານແຂວງ. ອີງຕາມແຜນຍຸດທະສາດປັບ ປຸງກໍ່ສ້າງກຳລັງກອງທັບປະຊາ ຊົນລາວແຕ່ ປີ 2021-2025 ແນໃສ່ປັບປຸງເປັນກອງທັບປະ ຕິວັດມີແບບແຜນທັນສະໄໝ, ກະຊວງປ້ອງກັນປະເທດ ໄດ້ກຳ ນົດທີ່ຕັ້ງ, ພາລະບົດບາດ, ໜ້າ ທີ່, ຂອບເຂດສິດ, ໂຄງປະກອບ ການຈັດຕັ້ງ, ຫຼັກການ, ແບບ ແຜນວິທີເຮັດວຽກ ແລະ ການ ເຄື່ອນໄຫວວຽກງານຂອງກົມ ການເງິນ, ພະແນກການເງິນ, ຂະແໜງການເງິນ ແລະ ຄຸ້ມຄອງ ການເງິນ ເພື່ອເປັນການປັບ ປຸງກົງຈັກການຈັດຕັ້ງດ້ານບັນ ຊາ-ນຳພາ, ການເຄື່ອນໄຫວ ເຮັດວຽກໜ້າທີ່ວຽກງານ ແລະ ລະບົບການເດີນເອກະສານ ໃນຂົງເຂດວຽກງານການເງິນ ໃນກອງທັບໃຫ້ມີຄວາມກະ ທັດຮັດໜັກແໜ້ນ ແລະ ຖືກ ຕ້ອງຕາມລະບຽບຫຼັກການ ແລະ ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນທີ່ການຈັດຕັ້ງຂັ້ນເທິງ ມອບໝາຍ ໃຫ້ເລີ່ມແຕ່ງົບປະ ມານ ປີ 2021 ເປັນຕົ້ນໄປ. ໂດຍ: ຕິ໋ມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ