ປະກາດພະແນກການເງິນຂຶ້ນກັບກອງບັນຊາ ການທະຫານແຂວງອັດຕະປື
ເວລາອອກຂ່າວ: 2021-01-15 09:15:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 468 | ຄວາມນິຍົມ:
ໃນວັນທີ 1 ມັງກອນ 2021
ນີ້, ກອງບັນຊາການທະຫານ ແຂວງອັດຕະປື ໄດ້ປະກາດ ພະແນກການເງິນຂຶ້ນກັບກອງ ບັນຊາການທະຫານແຂວງໂດຍ ກົງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ໂຊກໄຊ ພິມມະ ລາ ຄະນະປະຈຳພັກແຂວງ ເລ ຂາຄະນະພັກກອງບັນຊາການ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງອັດຕະປື, ມີີ ສະຫາຍ ພົນຈັດຕະວາ ກັນໄຍ
ໄຊຍະສິດ ປະທານສະຫະພັນ ນັກຮົບເກົ່າແຂວງ, ມີຄະນະພັກ
ກອງບັນຊາການ, ຄະນະພັກ 5
ຫ້ອງ, ກອງບັນຊາການທະຫານ ເມືອງ 5 ເມືອງ, ກອງພັນ, ກອງ ຮ້ອຍເອກະລາດ ພ້ອມດ້ວຍວິ ຊາສະເພາະການເງິນເຂົ້າຮ່ວມ.
ພັນຕີ ບັນນະວົງ ຊາມົນຕີ ຮອງຫົວໜ້າພະແນກການເງິນ ກອງບັນຊາການທະຫານແຂວງ
ໄດ້ຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ໂອນກົມການເງິນຂຶ້ນກັບກະ ຊວງປ້ອງກັນປະເທດໂດຍກົງ. ຄຳສັ່ງແນະນຳເລື່ອງການຈັດ
ຕັ້ງການເຄື່ອນໄຫວ ແລະ ການ
ໂອນພະແນກການເງິນ ຫຼື ຂະ
ແໜງການເງິນຂຶ້ນໂດຍກົງກັບ
ຄະນະພັກ-ຄະນະບັນຊາກົມ
ກອງ ຂໍ້ຕົກລົງຂອງກອງບັນ
ຊາການທະຫານແຂວງອັດຕະປື ວ່າດ້ວຍ ການໂອນພະແນກ ການເງິນຂຶ້ນໂດຍກົງກັບກອງ ບັນຊາການທະຫານແຂວງ. ອີງຕາມແຜນຍຸດທະສາດປັບ ປຸງກໍ່ສ້າງກຳລັງກອງທັບປະຊາ ຊົນລາວແຕ່ ປີ 2021-2025
ແນໃສ່ປັບປຸງເປັນກອງທັບປະ ຕິວັດມີແບບແຜນທັນສະໄໝ, ກະຊວງປ້ອງກັນປະເທດ ໄດ້ກຳ ນົດທີ່ຕັ້ງ, ພາລະບົດບາດ, ໜ້າ
ທີ່, ຂອບເຂດສິດ, ໂຄງປະກອບ ການຈັດຕັ້ງ, ຫຼັກການ, ແບບ ແຜນວິທີເຮັດວຽກ ແລະ ການ
ເຄື່ອນໄຫວວຽກງານຂອງກົມ ການເງິນ, ພະແນກການເງິນ,
ຂະແໜງການເງິນ ແລະ ຄຸ້ມຄອງ
ການເງິນ ເພື່ອເປັນການປັບ
ປຸງກົງຈັກການຈັດຕັ້ງດ້ານບັນ
ຊາ-ນຳພາ, ການເຄື່ອນໄຫວ ເຮັດວຽກໜ້າທີ່ວຽກງານ ແລະ
ລະບົບການເດີນເອກະສານ ໃນຂົງເຂດວຽກງານການເງິນ ໃນກອງທັບໃຫ້ມີຄວາມກະ ທັດຮັດໜັກແໜ້ນ ແລະ ຖືກ ຕ້ອງຕາມລະບຽບຫຼັກການ ແລະ ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນທີ່ການຈັດຕັ້ງຂັ້ນເທິງ ມອບໝາຍ ໃຫ້ເລີ່ມແຕ່ງົບປະ ມານ ປີ 2021 ເປັນຕົ້ນໄປ.
ໂດຍ: ຕິ໋ມພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ