ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ ສະຕາຣໂທລະຄົມ ເປັນທ່າແຮງສຳຄັນໃນການສ້າງວຽກເຮັດງານທໍາໃຫ້ປະຊາຊົນ ໄດ້ 27.000 ກ່ວາຄົນໃນທົ່ວປະເທດ
ເວລາອອກຂ່າວ: 2021-01-14 09:39:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ຕະຫຼອດໄລຍະເວລາ 11 ປີ ແຫ່ງການພັດທະນາ, ບໍລິສັດ ສະຕາຣໂທລະຄົມ (ຢູນິເທວ) ໄດ້ປະສົບຜົນສໍາເລັດ ກາຍເປັນເຄືອຂ່າຍໂທລະຄົມ ທີ່ນໍາໜ້າໃນຕະຫຼາດ ຂອງລາວ, ມີຜູ້ຊົມໃຊ້ຫຼາຍກ່ວາ 3,3 ລ້ານເລກໝາຍ ແລະ ອິນເຕີເນັດຄວາມໄວສູງ 54.000 ເລກໝາຍ, ຄາດຄະເນລາຍຮັບລວມຍອດທັງໝົດ ປີ 2020 ບັນລຸໄດ້ 1.8 ຕື້ ໂດລາສະຫະລັດ , ມອບພັນທະໃຫ້ລັດຖະບານ 600 ລ້ານໂດລາສະຫະລັດ, ຊ່ວຍເຫຼືອສັງຄົມ 21, 7 ລ້ານໂດລາສະຫະລັດ. ນອກນັ້ນ, ຍັງຊ່ວຍເຫຼືອເປັນວັດຖຸພັນ, ຜະລິດຕະພັນ ມີມູນຄ່າຫຼວງຫຼາຍ ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວໄດ້ 27.000 ກ່ວາຄົນໃນທົ່ວປະເທດ (ລວມທັງ ພະນັກງານຂອງຢູນິເທວຈໍານວນ 1.500 ຄົນ). ສະຫາຍ ພັນເອກ ບີມົວ ໄຟດາເຢຍຈ່າ ຮອງຜູ້ອໍານວຍການໃຫຍ່ບໍລິສັດສະຕາຣໂທລະຄົມ ໄດ້ຂຶ້ນລາຍງານ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃນຫົວຂໍ້ “ ບົດຮຽນການພັດທະນາ ລັດວິສາຫະກິດຫຸ້ນສ່ວນ ທີ່ສາມາດແຂ່ງຂັນໃນຕະຫຼາດໂທລະຄົມ“ ວ່າ: ບໍລິສັດ ສະຕາຣໂທລະຄົມ ແມ່ນບໍລິສັດ ຮ່ວມທຶນດໍາເນີນທຸລະກິດ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ຕ່າງໜ້າໂດຍ ບໍລິສັດ ລາວ-ເອເຊຍໂທລະຄົມ "LAT" ຖືຫຸ້ນ 51% ແລະ ລັດຖະບານແຫ່ງ ສສ ຫວຽດນາມ ຕ່າງໜ້າໂດຍ ບໍລິສັດ Viettel Global (VTG) ຖືຫຸ້ນ 49%, ໄດ້ເຊັນສັນຍາຮ່ວມທຸລະກິດ ໃນວັນທີ 24 ພະຈິກ 2007, ໄດ້ສ້າງຕັ້ງເປັນບໍລິສັດ ສະຕາຣໂທລະຄົມ (Star Telecom) ແລະ ເຄື່ອນໄຫວດໍາເນີນທຸລະກິດຢ່າງເປັນທາງການໃນວັນທີ 01 ເມສາ 2008 ແລະ ໃນວັນທີ 16 ຕຸລາ 2009 ບໍລິສັດ ສະຕາຣໂທລະຄົມ ໄດ້ເປີດຕົວເຄື່ອງໝາຍການຄ້າ “ Unitel ” ຢ່າງເປັນທາງ ການ. ພາຍໃຕ້ການຊີ້ນໍາໂດຍກົງ ຂອງກະຊວງປ້ອງກັນປະເທດ ແລະ ການນໍາພາ-ຊີ້ນໍາ ຂອງຄະນະອໍານວຍການ, ບໍລິສັດສະຕາຣໂທລະຄົມ ໄດ້ສຸມໃສ່ພັດທະນາເຕັກນິກພື້ນຖານໂຄງລ່າງ, ຂະຫຍາຍເຄືອຂ່າຍໄດ້ຫຼາຍກ່ວາ 8.000 ສູນສະຖານີຮັບ-ສົ່ງສັນຍານມືຖື ກວມເອົາ 93% ຂອງປະຊາກອນໃນທົ່ວປະເທດ ທຽບໃສ່ປີ 2014 ເພີ່ມຂຶ້ນ 2.824 ສະຖານີ ເທົ່າກັບ 35%, ມີປ່ອງບໍລິການກວມເອົາ 100% ຂອງບັນດາເມືອງໃນທົ່ວປະເທດ, ປັບປຸງການຕະຫຼາດໃຫ້ສອດຄ່ອງ ແລະ ຕອບສະໜອງກັບຄວາມຕ້ອງການຕົວຈິງ ຂອງຜູ້ຊົມໃຊ້, ໃຫ້ບໍລິການລູກຄ້າດ້ວຍຄຸນພາບທີ່ດີທີ່ສຸດ ແລະ ສ້າງລະບົບເຄືອຂ່າຍໂທລະຄົມທີ່ທັນສະໄໝ, ສ້າງພາບພົດທີ່ສະໜິດສະໜົມກັບຜູ້ຊົມໃຊ້, ດັ່ງວິໄສທັດທີ່ວ່າ “ ໃຫ້ຊີວິດທີ່ສົດໃສ ”. ດ້ວຍຜົນສໍາເລັດ ແລະ ຜົນງານດັ່ງທີ່ກ່າວມາຂ້າງເທິງນັ້ນ, ໃນຊຸມປີທີ່ຜ່ານມາ ຈິງໄດ້ຮັບການ ຍ້ອງຍໍຢ່າງສົມກຽດ ຈາກພັກ ແລະ ລັດເຮົາ ເຊັ່ນ: ຫຼຽນໄຊພັດທະນາ ຊັ້ນ I ຈໍານວນ 01 ຫນ່ວຍ (ປີ 2019) , ຫຼຽນໄຊອິດສະຫຼະ ຊັ້ນ I ຈໍານວນ 01 ໜ່ວຍ (ປີ 2019) , ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 01 ໜ່ວຍ (ປີ 2019). ໃນເວທີສາກົນ, ບໍລິສັດ ສະຕາຣໂທລະຄົມ ກໍໄດ້ຮັບລາງວັນເຄືອຂ່າຍໂທລະຄົມດີເດັ່ນ ຂອງບັນດາປະເທດທີ່ກໍາລັງພັດທະນາປະຈໍາປີ 2012 ແລະ ລາງວັນເຄື່ອງໝາຍການຄ້າໂທລະຄົມ ທີ່ດໍາເນີນທຸລະກິດດີເດັ່ນອັນດັບ 1 ຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້ ປະຈໍາປີ 2016 ຈາກອົງການ Brand Finance ແລະ ລາງວັນອື່ນໆອີກຈໍານວນຫຼວງຫຼາຍ. ຈາກການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ, ສາມາດຖອດຖອນໄດ້ບົດຮຽນໃນການພັດ ທະນາ ລັດວິສາຫະກິດຮຫຸ້ນສ່ວນ ທີ່ສາມາດແຂ່ງຂັນໃນຕະຫຼາດ ໄດ້ດັ່ງນີ້: ບົດຮຽນທີ 1: “ ເຮັດໜ້າທີ່ຮັບໃຊ້ສັງຄົມກ່ອນ, ຮັບຜົນງານຕາມທີ່ຫຼັງ ”. ໜຶ່ງໃນວິໄສທັດພື້ນຖານ ຂອງບໍລິສັດສະຕາຣໂທລະຄົມ ແມ່ນ “ວຽກງານເຕັກນິກຕ້ອງ ມາກ່ອນ, ການຕະຫຼາດມາຕາມຫຼັງ”, ຕ້ອງຂະຫຍາຍລະບົບໂຄງລ່າງພື້ນຖານໃຫ້ກ້ວາງຂວາງ, ຄວບຄຸມພື້ນທີ່ໃນທົ່ວປະເທດກ່ອນແລ້ວຈິ່ງເຄື່ອນໄຫວວຽກງານການຕະຫຼາດ ແລະ ຂະຫຍາຍລູກຄ້າ ເຮັດໃຫ້ຜູ້ຊົມໃຊ້ບໍລິການຂອງຢູນິເທວໄດ້ຮັບການບໍລິການທີ່ດີທີ່ສຸດ. ນອກນັ້ນ, ຢູນິເທວ ຍັງນໍາໜ້າໃນການນໍາໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝທີ່ສຸດ ຂອງໂລກ ເຂົ້າມາຮັບໃຊ້ວຽກງານດໍາເນີນທຸລະກິດ, ກ່ອນໜ້ານີ້ ນໍາໃຊ້ລະບົບ 3G, ປັດຈຸບັນ 4G, 4,5G ແລະ ກະກຽມນໍາໃຊ້ລະບົບ 5G. ບົດຮຽນທີ 2: “ ຫັນປ່ຽນສູ່ຍຸກດີຈີຕອນໃຫ້ໄວທີ່ສຸດ ເພື່ອເປັນກໍາລັງແຮງ ຂອງການແຂ່ງຂັ້ນ ”. ໃນຍຸກສະໄໝປັດຈຸບັນ, ການຫັນປ່ຽນສູ່ຍຸກອຸດສາຫະກໍາ 4.0 ຢູ່ໃນໂລກແມ່ນໄວທີ່ສຸດ. ຕໍ່ກັບບັນຫາດັ່ງກ່າວ ຢູນິເທວ ກໍໄດ້ມີການວາງແຜນການຫັນປ່ຽນສູ່ຍຸກດີຈີຕອນແບບຮອບດ້ານ ໃນທຸກຂົງເຂດວຽກງານ ຂອງບໍລິສັດ ເພື່ອໃຫ້ສາມາດເຂົ້າແຂ່ງຂັນໃນຕະຫຼາດຍຸກດີຈີຕອນ, ບັນດາຜະລິດຕະພັນ ແລະ ບໍລິການໃຫ້ກັບລູກຄ້າ ແມ່ນໄດ້ນໍາໃຊ້ລະບົບເຕັກໂນໂລຊີ ເຂົ້າມາວິເຄາະແບບ ອັດຕະໂນມັດ, ລະບົບການຂາຍແບບອອນລາຍ ສາມາດຄຸ້ມຄອງຕິດຕາມກວດກາເຫັນໄດ້ຈໍານວນ ສິນຄ້າທີ່ມີຢູ່ຮ້ານຈຸດຂາຍ ແລະ ພະນັກງານຂາຍ ຂອງຢູນິເທວໃນທົ່ວປະເທດ ສາມາດຕິດຕາມຜົນການຂາຍໃນແຕ່ລະວັນ. ນໍາໃຊ້ລະບົບຄຸ້ມຄອງເອກະສານແບບອີເລັກໂຕຼນິກ, ເຊັນເອກະສານຜ່ານລະບົບ, ທຸກທີ່ທຸກເວລາສາມາດເຂົ້າອ່ານ ແລະ ເຊັນເອກະສານໄດ້. ໃນປີ 2020, ຢູນິເທວ ເປັນບໍລິສັດທໍາອິດທີ່ໄດ້ຮັບໃບອະນຸຍາດນໍາໃຊ້ໃບບິນອີເລັກໂຕຼນິກ ອອກໂດຍກະຊວງການເງິນ, ທັງໝົດ ນີ້ ກໍເພື່ອສ້າງເງື່ອນໄຂອັນສະດວກໃຫ້ກັບບໍລິສັດໃນການດໍາເນີນທຸລະກິດ ກໍຄືການຄຸ້ມຄອງພາສີ ອາກອນ ຂອງລັດ. ບົດຮຽນທີ 3: “ ຕ້ອງບຸກທະລຸ ນໍາໜ້າທຸກການປ່ຽນແປງໃໝ່ ”. ໃນໄລຍະທີ່ ບໍລິການດ້ານໂທລະຄົມກໍາລັງຂະຫຍາຍຕົວແຮງ, ຢູນິເທວ ໄດ້ມອງເຫັນເຖິງ ການປ່ຽນແປງ ທີ່ຈະກ້າວໄປເຖິງໄລຍະອີ່ມໂຕ ຂອງການບໍລິການດ້ານໂທລະຄົມ ຫຼັງຈາກທີ່ມີຜູ້ ຊົມໃຊ້ບໍລິການມືຖື ຄວບຄຸມ 100%, ເມື່ອນັ້ນ ການຂະຫຍາຍຕົວຈະຊ້າລົງ, ເຮັດໃຫ້ການ ລົງທຶນບໍ່ໄດ້ຮັບປະສິດທິຜົນ. ສະນັ້ນ, ຢູນິເທວ ກໍໄດ້ຮີບຮ້ອນປັບປຸງຕົນເອງ, ຂະຫຍາຍທາງດ້ານ ບໍລິການອື່ນໆ ເປັນຕົ້ນແມ່ນ ບໍລິການກະເປົາເງິນອີເລັກໂຕຼນິກ ຢູມັນນີ ໂດຍການເຮັດທຸລະກໍາທາງດ້ານການເງິນຜ່ານມືຖື, ການສະໜອງບໍລິການໄອທີໂຊລູຊັນ, ລັດຖະບານອີເລັກໂຕຼນິກ ແລະ ບັນດາບໍລິການເສີມ ດ້ວຍລະບົບ ດິຈີຕ້ອນ. ບົດຮຽນທີ 4: “ ຫມູນໃຊ້ທ່າແຮງຈາກຜູ້ຮ່ວມທຸກິດຈາກຕ່າງປະເທດ ”. ການເລືອກບໍລິສັດ Viettel Global ຂອງຫວຽດນາມ ເປັນຄູ່ຮ່ວມທຸລະກິດ ຂອງບໍລິສັດ ສະຕາຣໂທລະຄົມ, ເປັນການຕັດສິນໃຈທີ່ຖືກຕ້ອງທີ່ສຸດ. ຍ້ອນວ່າ ກຸ່ມບໍລິສັດ ຫວຽດເທວ ເປັນ ກຸ່ມບໍລິສັດທາງດ້ານໂທລະຄົມທີ່ໃຫຍ່ທີ່ສຸດ ຂອງຫວຽດນາມ ແລະ ເປັນບໍລິສັດທີ່ມອບພັນທະໃຫ້ ລັດຖະບານຫວຽດນາມຫຼາຍກ່ວາໝູ່. ປັດຈຸບັນ ກຸ່ມບໍລິສັດ ຫວຽດເທວ ເປັນບໍລິສັດທີ່ນໍາໜ້າໃນຂົງເຂດໂທລະຄົມ ແລະ ສະໜອງບໍລິການເຕັກໂນໂລຊີທີ່ທັນສະໄໝ, ການຫັນປ່ຽນເປັນດິຈີຕ້ອນ ແລະ ສ້າງສັງຄົມດິຈີຕ້ອນຂອງຫວຽດນາມ, ໄດ້ເຊັນສັນຍາສ້າງຕັ້ງລະບົບອີເລັກໂຕຼນິກ ຕົວເມືອງ ທັນສະໄມຢູ່ຫຼາຍແຂວງ ຂອງຫວຽດນາມ. ການທີ່ມີຄູ່ຮວມທຸລະກິດທີ່ມີປະສົບການສູງ ແລະ ມີ ມູນເຊື້ອສາຍພົວພັນແບບພິເສດກັບປະເທດລາວ ໄດ້ຊ່ວຍໃຫ້ ບໍລິສັດ ສະຕາຣໂທລະຄົມ ໄດ້ຮັບ ປະສົບການທີ່ມີຄຸນຄ່າອັນໃຫຍ່ຫຼວງ, ລວມທັງຄວາມຮູ້, ວິທີການເຮັດວຽກໃນຍຸກສະໄໝໃໝ່ ຍຸກອຸດສາຫະກໍາ 4.0 ແລະ ຫັນເປັນດິຈີຕ້ອນ, ບົດຮຽນອັນລ້ໍາຄ່າດັ່ງກ່າວ ໄດ້ຖືກນໍາເອົາມາໝູນໃຊ້ເຂົ້າໃນວຽກງານຕົວຈິງ ພາຍໃນບໍລິສັດ ສະຕາຣໂທລະຄົມ ເວົ້າລວມ ເວົ້າສະເພາະ ແມ່ນຢູ່ໃນ ປະເທດລາວເຮົາ. ໃນຊຸມປີຕໍ່ໜ້າ, ບໍລິສັດພວກເຮົາ ຈະສຸມໃສ່ປະຕິບັດວຽກງານຈຸດສຸມ ດັ່ງນີ້: 1. ສູ້ຊົນພັດທະນາຫັນປ່ຽນຈາກການໃຫ້ບໍລິການທາງດ້ານໂທລະຄົມມະນາຄົມ ແລະ ການ ສື່ສານພຽງດ້ານດຽວ ໃຫ້ກາຍເປັນບໍລິສັດທີ່ສະໜອງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ດິຈີຕ້ອນ ແບບຄົບວົງຈອນ ໃນອັນດັບແຖວໜ້າຢູ່ ສປປ ລາວ. 2. ສືບຕໍ່ຍູ້ແຮງ, ເລັ່ງພັດທະນາການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ກາຍເປັນບໍລິສັດທີ່ນໍາໜ້າໃນການສ້າງລະບົບອີເລັກໂຕຼນິກໃນໜ່ວຍງານ ຂອງລັດ, ເປັນຄູ່ຮ່ວມພັດທະນາ ໃນ ການຫັນປ່ຽນສູ່ຍຸກອຸດສາຫະກໍາ 4.0 ຢູ່ຂົງເຂດຕ່າງໆ ທັງພາກລັດ ແລະ ເອກະຊົນ, ໃນນີ້, ໄດ້ເລັ່ງປະ ຕິບັດແຜນການຫັນປ່ຽນລະບົບການບໍລິຫານວຽກງານ, ການຄຸ້ມຄອງ, ການບໍລິການໃນການນໍາໃຊ້ ເຕັກໂນໂລຊີສູ່ຍຸກດິຈີຕ້ອນ ໃຫ້ເປັນຮູບປະທໍາໃນຂະແຫນງການຕ່າງໆທີ່ມີເງື່ອນໄຂ. 3. ຍົກສູງຄຸນນະພາບການບໍລິການ, ຜະລິດຕະພັນດ້ວຍຫຼາຍຮູບແບບ, ສືບຕໍ່ຮັກສາອັນດັບ 1 ເຄືອຂ່າຍໂທລະຄົມໃນແຕ່ລະດ້ານ. ຂະຫຍາຍເຂດປົກຄຸມສັນຍານມືຖືໃຫ້ໄດ້ຫຼາຍກ່ວາ 98% ຂອງປະຊາກອນໃນທົ່ວປະເທດ, ລາຍຮັບລວມຍອດແຕ່ລະປີ ຕ້ອງຮັບປະກັນອັດຕາການເຕີບໂຕ ສະເລ່ຍເພີ່ມຂຶ້ນ 7,7%. 4. ສືບຕໍ່ຂະຫຍາຍບໍລິການ ກະເປົາເງິນອີເລັກໂຕຼນິກ ລົງສູ່ປະຊາຊົນທົ່ວປະເທດ, ເປົ້າຫມາຍ ເຖິງປີ 2024 ຄາດຄະເນບັນລຸໃຫ້ໄດ້ລູກຄ້າ 1,7 ລ້ານຄົນ ທີ່ໃຊ້ບໍລິການ ຢູມັນນີ. 5. ສືບຕໍ່ສົມທົບກັບບັນດາກົມກອງເຂດຫ່າງໄກ, ເຂດຈຸດສຸມ, ເຂດຫຼໍ່ແຫຼມ ຂອງກະຊວງ ແລະ ທ້ອງຖິ່ນ ເພື່ອຂະຫຍາຍການຕິດຕັ້ງສູນສະຖານີ ຮັບ-ສົ່ງ ສັນຍານມືຖື, ຮັບປະກັນສັນຍານມືຖືໃຫ້ໄດ້ນໍາໃຊ້ຢ່າງທົ່ວເຖິງ ແຕ່ຕົວເມືອງສູ່ຊົນນະບົດເຂດຫ່າງໄກ.. 6. ເພີ່ມທະວີວຽກງານເຝິກອົບຮົມ, ພັດທະນາ ແລະ ກໍ່ສ້າງບຸກຄະລາກອນ ຮັບປະກັນຕອບສະໜອງກັບການຫັນປ່ຽນສູ່ຍຸກດິຈີຕ້ອນ, ປະຕິບັດການປ່ຽນແປງຮອບດ້ານໃນຂະແຫນງການຕ່າງໆ ຂອງບໍລິສັດ, ຫັນທຸກວຽກເຂົ້າສູ່ກົນໄກການບໍລິຫານແບບດິຈີຕ້ອນ. ພ້ອມດຽວກັນນັ້ນໄດ້ແນ່ໃສ່ຮັບປະກັນໃນການຈັດຕັ້ງປະຕິບັດຄື: ຫັນແຜນແມ່ບົດໃຫ້ເປັນບັນດາແຜນງານອັນລະອຽດແຕ່ລະໄລຍະ, ຈັດຕັ້ງເຜີຍແຜ່, ມອບໝາຍບັນດາເປົ້າໝາຍສູ້ຊົນ, ຄວາມຮັບຜິດຊອບ ໃຫ້ພະນັກງານແຕ່ລະຂັ້ນ ນໍາໄປສ້າງເປັນແຜນວຽກລະອຽດ, ພ້ອມທັງ ເປັນເຈົ້າການນໍາພາຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດຫມາຍທີ່ວາງໄວ້ ແລະ ປະຕິບັດລະບອບຕິດຕາມ, ກວດກາ, ຕີລາຄາປະເມີນຜົນໃນການເຄື່ອນໄຫວວຽກງານ ຂອງບໍລິສັດ ແລະ ສະຫຼຸບຖອດຖອນບົດຮຽນເປັນແຕ່ລະໄລຍະ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ