ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປີ 2021 ແຂວງຈຳປາສັກ ຈະສຸມໃສ່ສົ່ງເສີມການຜະລິດເພື່ອຮັບປະກັນການສົ່ງອອກ ແລະ ນຳໃຊ້ພາຍໃນ
ເວລາອອກຂ່າວ: 2021-01-13 20:00:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ໂດຍປະຕິບັດຕາມແຜນກາານ ຈຸດສຸມໃນການພັດທະນາເສດຖະ ກິດ-ສັງຄົມ ປີ 2021, ເຊິ່ງເປັນປີ ທໍາອິດຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ IX (2021-2025), ທັງເປັນການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຄັ້ງທີ VIII ຂອງຄະນະບໍລິຫານງານ ພັກແຂວງຈໍາປາສັກ, ພ້ອມຈະສືບ ຕໍ່ສ້າງເສດຖະກິດຂອງແຂວງ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງຈາກແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຜ່ານມາ (2016-2020) ເຊິ່ງໄດ້ຖືເອົາເສດຖະກິດເປັນ ພື້ນຖານ, ວັດທະນະທໍາ-ສັງຄົມ ເປັນສໍາຄັນ ແລະ ສິ່ງແວດ ລ້ອມ ເປັນສິ່ງຢັ້ງຢືນເຖິງຄຸນນະພາບ ຂອງການພັດທະນາ ໂດຍເລັ່ງໃສ່ ການພັດທະນາກະສິກໍາ, ອຸດ ສະຫະກໍາປຸງແຕ່ງ, ການທ່ອງ ທ່ຽວ, ຫັດຖະກໍາ, ເຂດເສດຖະ ກິດ, ການຄ້າ, ການບໍລິການ ແລະ ການແກ້ໄຂຄວາມທຸກຍາກຊ່ວຍ ເຫຼືອປະຊາຊົນໃນເຂດຊົນນະບົດ ຫ່າງໄກສອກຫຼີກ ເປັນເປົ້າໝາຍ ຈຸດສຸມໃຫ້ໄດ້ຮັບການຊ່ວຍເຫຼືອ ຢ່າງທົ່ວເຖິງ. ທ່ານ ປອ. ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ໄດ້ໃຫ້ສໍາ ພາດຕໍ່ສື່ມວນຊົນໃນໂອກາດເຂົ້າ ຮ່ວມກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະ ໄໝນີ້ວ່າ: ໃນປີ 2021 ນີ້, ແຂວງ ຈໍາປາສັກ ຈະສຸມໃສ່ການສົ່ງ ເສີມການຜະລິດກະສິກໍາເພື່ອຄໍ້າ ປະກັນຄວາມໝັ້ນຄົງດ້ານສະ ບຽງອາຫານໃຫ້ພາຍໃນແຂວງ ແລະ ການສົ່ງອອກດ້ວຍການ ນໍາໃຊ້ເຕັກນິກວິທະຍາສາດ ເພື່ອຍົກສະມັດຕະພາບ ແລະ ຫຼຸດຜ່ອນຕົ້ນທຶນການຜະລິດ, ຍູ້ແຮງການຜະລິດກະສິກໍາ ເປັນ ສິນຄ້າ ໂດຍເນັ້ນໃສ່ພືດ ແລະ ສັດທີ່ມີທ່າແຮງທາງດ້ານການ ຕະຫຼາດ, ປັບປຸງ ແລະ ພັດທະນາ ພື້ນຖານໂຄງລ່າງ ເພື່ອຮັບປະ ກັນທາງດ້ານການຜະລິດ; ສຸມ ໃສ່ສົ່ງເສີມການຜະລິດອຸດສາ ຫະກໍາປຸງແຕ່ງ ເພື່ອຍົກລະດັບ ແລະ ປັບປຸງພື້ນຖານໂຮງງານ ອຸດສາຫະກໍາປຸງແຕ່ງອາຫານ ໃຫ້ໄດ້ຕາມມາດຕະຖານອຸດສາ ຫະກໍາ, ກ້າວໄປເຖິງມາດຕະຖານ ສາກົນ HACCP ແລະ ISO, ປັບປຸງໂຮງງານອຸດສາຫະກໍາ ປຸງແຕ່ງອາຫານທັງຂະໜາດ ນ້ອຍ, ຂະໜາດກາງ ແລະ ຂະ ໜາດໃຫຍ່ໃຫ້ໄດ້ຕາມມາດຕະ ຖານທີ່ກະຊວງອຸດສາຫະກໍາ ແລະ ການຄ້າວາງອອກ ລວມທັງ ຍົກສູງສະມັດຕະພາບການຜະລິດ ແລະ ຍົກລະດັບ ມາດຕະຖານ ໂຮງງານປຸງແຕ່ງທີ່ມີເງື່ອນໄຂ ໃຫ້ໄດ້ມາດຕະຖານສາກົນ GMP, HACCP ແລະ ISO ເພື່ອສາມາດແຂ່ງຂັນກັບຕະຫຼາດ ສາກົນໄດ້ ເພື່ອເປັນພື້ນຖານ ໃນການຄໍ້າປະກັນແກ່ການ ສົ່ງອອກ-ນໍາໃຊ້ພາຍໃນ ແລະ ສຸມ ໃສ່ການສົ່ງເສີມການທ່ອງ ທ່ຽວ, ໂຄສະນາສົ່ງເສີມການ ທ່ອງທ່ຽວພາຍໃນ (ລາວທ່ຽວ ລາວ), ສ້າງຄວາມເຂັ້ມແຂງໃຫ້ ຫົວໜ່ວຍທຸລະກິດການທ່ອງ ທ່ຽວ. ພ້ອມນັ້ນ, ສືບຕໍ່ສໍາຫຼວດ ແລະ ກໍານົດແຫຼ່ງທ່ອງທ່ຽວພາຍ ໃນແຂວງຈໍາປາສັກ; ສຸມໃສ່ສົ່ງ ເສີມການຜະລິດຫັດຖະກໍາພັດ ທະນາດ້ານການອອກແບບຜະ ລິດຕະພັນ ໂດຍສະເພາະແມ່ນບັນ ດາສິນຄ້າຫັດຖະກໍາທີ່ເປັນພູມປັນ ຍາທ້ອງຖິ່ນ ແລະ ເປັນພື້ນຖານ ການຜະລິດຂອງປະຊາຊົນໃຫ້ ໄປສູ່ຄຸນນະພາບໃໝ່ ແລະ ມີ ຄວາມຫຼາກຫຼາຍ ເພື່ອຍົກສູງການ ຊົມໃຊ້ຜະລິດຕະພັນພາຍໃນໃຫ້ ຫຼາຍຂຶ້ນ ແລະ ທົດແທນການນໍາ ເຂົ້າສິນຄ້າຈາກຕ່າງປະເທດ; ສຸມໃສ່ສົ່ງເສີມການພັດທະນາ ພະລັງງານພັດທະນາແຫຼ່ງຜະ ລິດພະລັງງານໄຟຟ້ານໍ້າຕົກ ແລະ ແຫຼ່ງພະລັງງານອື່ນໆໃຫ້ມີຄວາມ ສອດຄ່ອງກັບຄວາມຕ້ອງການ ພະລັງງານພາຍໃນແຂວງຕາມ ອັດຕາສ່ວນທີ່ເໝາະສົມ ເພື່ອໃຫ້ມີ ຄວາມສະຖຽນລະພາບ ແລະ ຮັບ ປະກັນການສະໜອງພະລັງງານ ທັງໃນລະດູແລ້ງ ແລະ ລະດູຝົນ ສຸມໃສ່ຈຸດສຸມຄົມມະນາຄົມຂົນ ສົ່ງ ແລະ ການບໍລິການທາງຜ່ານ. ຍົກລະດັບ, ປັບປຸງເສັ້ນທາງທັງ ພາຍໃນແຂວງ ແລະ ລະຫວ່າງ ແຂວງໃຫ້ການຄົມມະນາຄົມ- ຂົນສົ່ງສະດວກເຊື່ອມຈອດເສດ ຖະກິດ, ການຄ້າ, ການລົງທຶນ, ການຜະລິດກະສິກໍາການທ່ອງ ທ່ຽວ ແລະ ບໍລິການ. ສຸມໃສ່ສົ່ງ ເສີມການດໍາເນີນທຸລະກິດ, ການ ຄ້າ, ການລົງທຶນ ແລະ ການບໍລິ ການເປັນໃຈກາງປະສານງານ, ສັງລວມບັນຫາກົນໄກບໍລິການ ລັດຕໍ່ພາກທຸລະກິດໃນກອງ ປະ ຊຸມພົບປະພາກລັດ ແລະ ພາກ ເອກະຊົນຢູ່ຂັ້ນແຂວງໃນແຕ່ ລະໄລຍະຕ້ອງໄດ້ເຮັດຢ່າງເປັນ ປົກກະຕິ ເພື່ອເຮັດໃຫ້ເປົ້າໝາຍ ຈຸດສຸມຂອງແຂວງໄດ້ຮັບການ ຈັດຕັ້ງປະຕິບັດຢ່າງເປັນຮູບປະ ທໍາ ແລະ ທົ່ວເຖິງ. ທ່ານ ປອ. ວິໄລວົງ ບຸດດາຄໍາ ຍັງໄດ້ກ່າວຕື່ມວ່າ: ປີ 2021, ແຂວງຈໍາປາສັກ ຍັງຈະສູ້ຊົນເຮັດ ໃຫ້ອັດຕາການຂະຫຍາຍຕົວຂອງ ເສດຖະກິດສະເລ່ຍເພີ່ມຂຶ້ນ 4,82% ແລະ ໃຫ້ໄດ້ລວມຍອດ ຜະລິດຕະພັນພາຍໃນ(GDP) ມູນຄ່າ 23.511,15 ຕື້ກີບ, GDP ສະເລ່ຍຕໍ່ຫົວຄົນຈະໄດ້ 3.557 ໂດລາສະຫະລັດ, ໃນນັ້ນ: ຂະແໜງ ກະສິກໍາເພີ່ມຂຶ້ນ 2,02%, ກວມ ເອົາປະມານ 20,8%; ຂະແໜງ ອຸດສາຫະກໍາເພີ່ມຂຶ້ນ 10,01%, ກວມເອົາປະມານ 25,17% ແລະ ຂະແໜງບໍລິການເພີ່ມຂຶ້ນ 3,53% ກວມເອົາປະມານ 54,04%.ສູ້ຊົນເກັບລາຍຮັບເຂົ້າງົບປະ ມານທັງໝົດໃຫ້ໄດ້1.489,81 ຕື້ກີບ ແລະ ສູູ້ຊົນຄຸ້ມຄອງລາຍ ຈ່າຍທັງໝົດໃຫ້ໄດ້ 631,34 ຕື້ກີບ (ລວມລາຍຈ່າຍຂົງເຂດ ສຶກສາ-ສາທາ ແຕ່ບໍ່ລວມລາຍ ຈ່າຍການລົງທຶນຂອງລັດ) ສູ້ ຊົນສ້າງມູນຄ່າການສົ່ງອອກສິນ ຄ້າໃຫ້ບັນລຸ 299,18 ລ້ານໂດ ລາສະຫະລັດ. ໃນນັ້ນ, ສົ່ງອອກ ກາເຟເມັດ 67,92 ລ້ານໂດລາ ສະຫະລັດ, ສິນຄ້າ ເຮັດສັນຍາກະ ສິກຳ 104,37 ລ້ານໂດລາສະຫະ ລັດ ແລະ ມູນຄ່າການນໍາເຂົ້າ ໃຫ້ບັນລຸ 334,18 ລ້ານໂດລາສະ ຫະລັດ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ