ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງບໍ່ແກ້ວ ເປີດຊຸດອົບຮົມວຽກງານພະລາທິການ ປະຈຳປີ 2020
ເວລາອອກຂ່າວ: 2021-01-13 09:33:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 135 | ຄວາມນິຍົມ:



ໃນທ້າຍເດືອນທັນວາຜ່ານ ມານີ້, ກອງບັນຊາການທະຫານ ແຂວງບໍ່ແກ້ວໄດ້ເປີດຊຸດອົບຮົມ- ຫັດແອບວຽກງານພະລາທິການ ປະຈຳປີ 2020, ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພັນໂທ ເນັ່ງ ສີດາ ເບຼຍລືມົວ ຫົວໜ້າຫ້ອງ ການກອງບັນຊາການທະຫານ ແຂວງບໍ່ແກ້ວ, ມີຄະນະພັກ-ຄະ ນະບັນຊາອົງການ 5 ຫ້ອງ, ກົມກອງ ເອກະລາດ ແລະ ນັກ ເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທະວີ ໂພທິລາດ ຫົວໜ້າພະແນກແຜນ ການຫ້ອງພະລາທິການທະຫານ ແຂວງບໍ່ແກ້ວໄດ້ຜ່ານແຜນການ ອົບຮົມ-ຫັດແອບວຽກງານ ພະລາທິການປະຈຳປີ 2020 ໂດຍອີງຕາມຄຳສັ່ງແນະນຳ ຂອງກົມໃຫຍ່ພະລາທິການກອງ ທັບ ແລະ ຂໍ້ຕົກລົງຂອງກອງ ບັນຊາກອງບັນຊາການທະຫານ ແຂວງບໍ່ແກ້ວ ຈຸດປະສົງໃນການ ອົບຮົບ-ຫັດແອບໃນຄັ້ງນີ້, ເພື່ອ ແນໃສ່ເຮັດໃຫ້ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນ ແລະ ພະ ນັກງານ - ນັກຮົບ ເຫຼົ່າຮົບວິຊາ ສະເພາະພະລາທິການເຊື່ອມຊຶມ ກຳແໜ້ນ, ຄວາມໝາຍ, ຄວາມ ສຳຄັນຂອງວຽກງານພະລາທິ ການ, ເພື່ອຍົກສູງຄວາມຮູ້ ຄວາມ ສາມາດ, ປະຕິບັດໜ້າທີ່ວຽກ ງານຕົວຈິງໃຫ້ມີຄວາມຄ່ອງ ແຄ້ວ, ຊຳນິຊຳນານຮັບປະກັນ ກຽມພ້ອມສູ້ຮົບ, ເປັນການເຝິກ ຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມ ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອເຮັດສຳ ເລັດໜ້າທີ່ວຽກງານທີ່ພັກ-ລັດ ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້. ເຊິ່ງການອົບຮົມ-ຫັດແອບ ວຽກງານພະລາທິການໃນຄັ້ງ ນີ້ ປະກອບມີ 4 ເນຶ້ອໃນເອກະ ສານຄື: ເອກະສານທີ່ຕັ້ງຈຸດພິ ເສດ ແລະ ໜ້າທີ່ຂອງພະລາທິ ການ; ແຜນຮ່າງ-ແຜນການຮັບ ປະກັນພະລາທິການປົກກະຕິ; ແຜນຮ່າງ-ແຜນການຮັບປະ ກັນພະລາທິການກຽມພ້ອມສູ້ ຮົບ ແລະ ວຽກງານສະຖິຕິພະ ລາທິການ ໂດຍໄດ້ກຳນົດເວລາ 5 ວັນ ຈຶ່ງຈະສຳເລັດຕາມແຜນ ການ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ