


![]()
ກອງພັນ 986 ສະຫຼຸບວຽກງານຮອບດ້ານ ປະຈຳປີ 2020
ເວລາອອກຂ່າວ: 2021-01-13 09:29:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 14 | ຄວາມນິຍົມ:
ວັນທີ 12 ມັງກອນ 2021 ນີ້,
ກອງພັນ 986 ໄດ້ເປີດກອງປະຊຸມ ສະຫຼຸບວຽກງານຮອບດ້ານປະ
ຈຳປີ 2020 ແລະ ວາງທິດທາງ ແຜນການປະຈໍາປີ 2021 ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ຄຳພັດ ສຸວັນດີ ຮອງຫົວ ໜ້າກົມກົດລັບ ກົມໃຫຍ່ເສນາ ທິການກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນ, ຂະແໜງ
ການ, ກອງຮ້ອຍ ແລະ ພະນັກ
ງານ-ນັກຮົບທົ່ວກອງພັນເຂົ້າ ຮ່ວມ.
ສະຫາຍ ພັນຕີ ຈຳປາ ອິນທະວົງ ຫົວໜ້າຂະແໜງບໍລິຫານ-ສັງ
ລວມ ໄດ້ສະຫຼຸບການເຄື່ອນໄຫວ ວຽກງານຮອບດ້ານໃນໄລຍະ 1
ປີຜ່ານມາ ເຊິ່ງຄະນະພັກ-ຄະນະ
ບັນຊາ ໄດ້ເອົາໃຈໃສ່ສຶກສາອົບ
ຮົມການເມືອງ-ແນວຄິດ ໃຫ້ພະ
ນັກງານ-ນັກຮົບ ເຊື່ອມຊຶມຕໍ່ ແນວ
ທາງນະໂຍບາຍຂອງພັກ-ລັດ, ຂອງກອງທັບ, ມີຄວາມໜັກແໜ້ນ ທາງດ້ານການເມືອງ, ມີຄວາມ ຮັບຮູ້ເປັນເຈົ້າການປະຕິບັດໜ້າທີ່ ການເມືອງຂອງຕົນ, ຕັ້ງໜ້າປັບ ປຸງຂະແໜງການ, ກອງຮ້ອຍ ກໍຄືກົມກອງ ມີທ່ວງທ່າກ້າວຂຶ້ນ. ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ. ໂດຍສະ ເພາະແມ່ນໜ້າທີ່ຮັບປະ ກັນເຮັດໃຫ້ສະພາບມີຄວາມສະ ຫງົບແມ່ນໄດ້ຈັດຕັ້ງຊີ້ນຳບັນດາ ກອງຮ້ອຍວິຊາສະເພາະ, ຂະ ແໜງການທີ່ຂຶ້ນກັບເຄື່ອນໄຫວ ເຮັດໜ້າທີ່ປ້ອງກັນເວນຍາມຄ້າຍ ຄູ, ຄັງສາງ, ສຳນັກງານ ຕິດຕາມ
ກວດກາຄົນເຂົ້າ-ອອກຄ້າຍ
ເປັນປະຈຳເຮັດໃຫ້ສະພາບພາຍ
ໃນກົມກອງມີຄວາມສະຫງົບ ໂດຍພື້ນຖານ, ວຽກງານຮັບປະ ກັນດ້ານວິຊາສະເພາະເຂົ້າ-ແກ້ ໄຂລະຫັດ, ຮັບ-ສົ່ງຂໍ້ມູນຂ່າວ ສານລັບ ແມ່ນເຮັດສໍາເລັດຕາມມະຕິຄໍາສັ່ງຂອງຂັ້ນເທິງ 100% ໃນ 1 ປີຜ່ານມາສາມາດຮັບ-ສົ່ງ ໂທລະເລກໄດ້ຈຳນວນທັງໝົດ 13.804 ສະບັບ. ກອງພັນ 986 ປະກອບມີ 1 ຄະນະພັກຮາກຖານ, ມີ 5 ໜ່ວຍພັກທີ່ຂຶ້ນກັບ, ມີສະມາ
ຊິກພັກທັງໝົດ 65 ສະຫາຍ, ຍິງ
28 ສະຫາຍ, ສະມາຊິກພັກແຂງ ກວມເອົາ 98,46% ຂອງຈໍາ ນວນສະມາຊິກພັກທັງໝົດ. ດ້ານ ວຽກງານເສດຖະກິດແກ້ໄຂຊີວິດ ການເປັນຢູ່ ແລະ ສ້າງລາຍຮັບ ເຂົ້າກົມກອງສາມາດສ້າງລາຍ ຮັບຈາກການຜະລິດກະສິກຳ, ການຂາຍເຄື່ອງຍ່ອຍ ແລະ ການ
ບໍລິການອື່ນໆໄດ້ທັງໝົດ 52.852.000 ກີບ. ພ້ອມນີ້ ກອງ
ປະຊຸມຍັງໄດ້ຜັດປ່ຽນປະກອບ ຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງ ກົງໄປກົງມາ.
ໂດຍ: ເພັດ ສົມນໍວັນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ