ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດວິສາຫະກິດໄຟຟ້າລາວ ເປີດການນຳໃຊ້ບໍລິການສາຍດ່ວນ
ເວລາອອກຂ່າວ: 2021-01-13 06:08:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 91 | ຄວາມນິຍົມ:



ໃນວັນທີ 11 ມັງກອນ 2021 ທີ່ສໍານັກງານໃຫຍ່ລັດວິສາຫະ ກິດໄຟຟ້າລາວ ໄດ້ຈັດພິທີເປີດ ນໍາໃຊ້ສາຍດ່ວນລັດວິສາຫະກິດ ໄຟຟ້າລາວ ( CALL Center 1199) ແລະ EDL mobile Application ໂດຍການເປັນປະ ທານຂອງ ສະຫາຍ ປອ ຄໍາມະນີ ອິນທິລາດ ກໍາມະການສູນກາງ ພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າ, ແຂກທີ່ຖືກເຊີນຈາກ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມພ້ອມດ້ວຍບໍລິສັດຜູ້ພັດທະນາ ກໍຄືບໍລິສັດ ສີດເມຕິກ ໄອ ທີ ໂຊລູຊັນ ຈໍາກັດ. ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະ ກິດໄຟຟ້າລາວ ກ່າວວ່າ: ໃນຖາ ນະເປັນວິສາຫະກິດຂອງລັດ, ລັດ ວິສາຫະກິດໄຟຟ້ລາວຍາມໃດກໍໄດ້ສຸມທຸກຄວາມອາດສາມາດ ເພື່ອສູ້ຊົນເຮັດຫຼ້ອນ 2 ໜ້າທີ່ຫຼັກ ທີ່ພັກ-ລັດ ກໍຄືປະຊາຊົນ ແລະ ປະ ເທດຊາດມອບໝາຍໃຫ້ ດ້ວຍ ການສະໜອງໄຟຟ້າໃຫ້ພຽງພໍ ແລະທົ່ວເຖິງໃນຂອບເຂດທົ່ວ ປະເທດ, ພ້ອມດຽວກັນນັ້ນ, ກໍ ຕ້ອງດໍາເນີນທຸລະກິດໃຫ້ມີຜົນ ກໍາໄລ ດ້ວຍລາຄາໄຟຟ້າທີ່ສົມ ເຫດສົມຜົນແລະຕໍ່າກວ່າປະ ເທດອ້ອມຂ້າງ ເຖິງແມ່ນ ຟຟລ ບໍ່ມີເຂື່ອນໄຟຟ້າເປັນຂອງຕົນເອງ ແລະຕ້ອງມີຕົ້ນທືນສູງໃນການ ຊື້ໄຟຟ້າ ແຕ່ ຟຟລ ມີແຜນຮັດກຸມ ລາຍຈ່າຍ, ຫາລາຍຮັບເພີ່ມຈາກ ຊັບສິນ ແລະ ທ່າແຮງຂອງບໍລິສັດ ທີ່ເຂົ້າເຖິງ 95% ຂອງຄົວເຮືອນ ໃນທົ່ວປະເທດ ເຊິ່ງບາງການ ປ່ຽນແປງໃໝ່ຈະປະກົດຂຶ້ນໃນ ອະນາຄົດອັນໃກ້, ຄຽງຄູ່ກັບການ ໃຫ້ຄວາມສໍາຄັນວຽກງານການ ບໍລິກາານລູກຄ້າ-ບໍລິການປະຊາ ຊົນ, ການຂະຫຍາຍຕາຂ່າຍໄຟ ຟ້າ, ແຫຼ່ງຜະລິດ ແລະ ສະຖານີ- ສາຍສົ່ງໄຟຟ້າ ໃຫ້ທົ່ວເຖິງໃນທົ່ວ ປະເທດ ເພື່ອຮັບປະກັນການສະໜອງໄຟຟ້າຮັບໃຊ້ເຂົ້າໃນການ ຜະລິດ, ສຳນັກງານອົງການ ແລະ ການດໍາລົງຊີວິດຂອງປະຊາຊົນ ບັນດາເຜົ່າ ໃຫ້ພຽງພໍຕໍ່ເນື່ອງ ແລະ ມີຄວາມສະຖຽນລະພາບ. ສະນັ້ນ ສູນບໍລິການສາຍດ່ວນ ລັດວິສາຫະກິດໄຟຟ້າລາວ 1199 ແລະ EDL mobile Application ຈຶ່ງເປັນໂຄງການ ທີ່ລັດວິສາຫະກິດໄຟຟ້າລາວ ເອົາໃຈໃສ່ໃນການພັດທະນາ ເພື່ອຫັນວຽກ ງານການບໍລິການ ໃຫ້ກ້າວສູ່ທັນສະໄໝ ແລະ ມາດ ຕະຖານລະດັບສາກົນ. ທ່ານຍັງ ໄດ້ກ່າວອີກວ່າ: ສາຍດ່ວນລັດວິ ສາຫະກິດໄຟຟ້າລາວ 1199 (CALL Center 1199) ເປັນໂຄງການຮ່ວມມືກັນລະ ຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັນ ຈໍາກັດ ເພື່ອພັດທະນາ ແລະ ປັບປຸງລະບົບ CALL Center ແລະ EDL mobile Application ຂອງ ຟຟລ ໃຫ້ ທຽບເທົ່າ ກັບລະບົບທີ່ທັນສະໄໝ ທຽບເທົ່າກັບສາກົນ, ສາຍດ່ວນ ລັດວິສາຫະກິດໄຟຟ້າລາວ1199 ມີສູນກາງຕັ້ງຢູ່ ສໍານັກງານ ໃຫຍ່ລັດວິສາຫະກິດໄຟຟ້າລາວ (ຊັ້ນ10) ເພື່ອພັດທະນາລະບົບ ສາຍດ່ວນທີ່ມີຢູ່ໃນປັດຈຸບັນຈາກ 10 ຄູ່ສາຍ ມາເປັນ 30 ຄູ່ສາຍ ເພື່ອຮອງຮັບການແຈ້ງເຫດກ່ຽວ ກັບໄຟຟ້າຕະຫຼອດ 24 ຊົ່ວໂມງ ແລະ ການສົ່ງວຽກ, ລາຍງານ ວຽກ ເພື່ອແກ້ໄຂວຽກງານພາກ ສະໜາມແບບອອນລາຍ ນອກ ນັ້ນ, ຍັງໄດ້ພັດທະນາລະບົບ EDL mobile Application ໄປ ຄຽງຄູ່ກັນເພື່ອຕອບສະໜອງ ເຊື່ອມຕໍ່ກັບລະບົບ Call Center Server ຂອງ ຟຟລ ເພື່ອໃຫ້ບໍລິ ການແກ່ລູກຄ້າຂອງ ຟຟລ ໂດຍ ສະເພາະແມ່ນຂໍ້ມູນການຊົມໃຊ້ ໄຟຟ້າແບບ Automatic ເຊັ່ນ: ການກວດເບິ່ງປະຫວັດການຊົມ ໃຊ້ໄຟຟ້າ,ການຊໍາລະເງິນຄ່າກະ ແສໄຟຟ້າ, ການແຈ້ງເຫດໄຟຟ້າ ຂັດຂ້ອງ, ແຈ້ງການມອດໄຟ, ຂໍ້ ມູນຂ່າວສານກ່ຽວກັບໄຟຟ້າ, ການຂໍຊົມໃຊ້ໄຟຟ້າໃໝ່ ແລະ ຂໍ້ ມູນອື່ນໆທີ່ກ່ຽວຂ້ອງ ແລະ ໃນອະ ນາຄົດ ແມ່ນຈະໄດ້ສືບຕໍ່ພັດທະ ນາລະບົບ ໃຫ້ກວມເອົາທຸກສາ ຂາໃນທົ່ວປະເທດ ແລະສາມາດ ຈ່າຍເງິນ ໄດ້ໂດຍກົງຜ່ານ EDL mobile App. ສະຫາຍ ປອ ຄໍາມະນີ ອິນທິ ລາດ ກ່າວໃຫ້ຮູ້ວ່າ: ຜົນສໍາເລັດ ຂອງການພັດທະນາ ສູນບໍລິການ ສາຍດ່ວນ 1199 ແລະ EDL mobile Application ເປັນ ຄວາມພະຍາຍາມຂອງ ລັດວິສະ ຫະກິດໄຟຟ້າລາວ ການສະໜອງ ນະໂຍບາຍ ຂອງລັດຖະບານເພື່ອ ຍົກລະດັບການບໍລິການທີ່ມີ ຄວາມທັນສະໄໝ ທັງເປັນການສ້າງຄວາມໝັ້ນໃຈໃຫ້ກັບຜູ້ຊົມ ໄຊ້ໄຟຟ້າ ໃນທົ່ວປະເທດ. ສະຫາຍ ວິຈິດ ຊິນດາວົງ, ປະທານສະພາບໍລິຫານ ບໍລິສັດ ສີດເມຕິກ ໄອທີ ໂຊລູຊັ່ນ ຈຳກັດ ໄດ້ກ່າວວ່າ: ພິທີເປີດການນໍາໃຊ້ ສາຍດ່ວນລັດວິສາຫະກິດ ໄຟຟ້າ ລາວ 1199 ແລະ EDL Mobile application ເປັນນິມິດໝາຍ ອັນດີ ແລະ ຂີດໝາຍອັນສຳຄັນ ຂອງການຮ່ວມມື ລະຫວ່າງ ບໍລິ ສັດ ສີດເມຕິກ ໄອທີ ໂຊລູຊັນ ຈໍາ ກັດ ແລະ ລັດວິສາຫະກິດ ໄຟຟ້າ ລາວ ກໍຄືລັດຖະບານເພື່ອຮ່ວມ ກັນພັດທະນາລະບົບສາຍດ່ວນ ຂອງລັດວິສາຫະກິດໄຟຟ້າລາວ ໃຫ້ທັນສະໄໝ. ບໍລິສັດ ສິດເມຕິກ ໄອທີ ໂຊລູ ຊັນ ຈໍາກັດ ເປັນບໍລິສັດໜຶ່ງຢູ່ພາຍ ໃຕ້ກຸ່ມ ບໍລິສັດ ເອໄອເອັຟ ໄດ້ດໍາ ເນີນທຸລະກິດ ໃນຂົງເຂດການບໍ ລິການດ້ານເຕັກໂນໂລຊີຂໍ້ມູນ ຂ່າວສານ ນັບແຕ່ປີ 2013 ເປັນ ຕົ້ນມາ ໂດຍມີຈຸດປະສົງ ເພື່ອສະ ໜອງການບໍລິການ ພັດທະນາລະ ບົບໄອທີຮອບດ້ານ, ລະບົບພື້ນ ຖານໂຄງລ່າງໄອທີ ລວມໄປເຖິງ ລະບົບຊໍາລະສະສາງອອນລາຍ (Payment gateway). ໃນ ໄລຍະຜ່ານມາບໍລິສັດ ສິສເມຕິກ ໄດ້ມີຜົນງານທີ່ພົ້ນເດັ່ນ ຈຳນວນ ໜຶ່ງ ເຊັ່ນ ອອກແບບລະບົບເຕັກ ໂນໂລຊີ່ພື້ນຖານໂຄງລ່າງຂອງ ທະນາຄານແຫ່ງ ສປປ ລາວ, ການບໍລິການລະ ບົບຊໍາລະສະ ສາງອອນລາຍ (Payment gateway) ໃຫ້ແກ່ ລັດວິສາ ຫະກິດ ການບິນລາວແລະ ສະ ໜອງອຸປະກອນໄອທີໃຫ້ແກ່ ບັນ ດາທະນາຄານ ເປັນຕົ້ນແມ່ນ BCEL ແລະ ອື່ນໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ