ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍພາກສ່ວນສືບຕໍ່ຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ
ເວລາອອກຂ່າວ: 2021-01-13 06:06:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ໃນວັນທີ 12 ມັງກອນ 2021 ນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ, ນະ ຄອນຫຼວງວຽງຈັນ ໄດ້ມີຫຼາຍ ພາກສ່ວນນຳເອົາເງິນສົດມາ ມອບໃຫ້ແກ່ຄະນະກຳມະການ ເສດຖະກິດ, ເພື່ອນຳໃຊ້ເຂົ້າໃນ ການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງພັກ , ເຊິ່ງໄດ້ໄຂຂຶ້ນ ຢ່າງເປັນທາງການໃນລະຫວ່າງ ວັນທີ 13-15 ມັງກອນ 2021 ນີ້, ໂດຍປະກອບມີ ບໍລິສັດ ລັດວິ ສາຫະກິດນ້ຳມັນເຊື້ອໄຟລາວ ມອບເງິນສົດ ຈຳນວນ 500 ລ້ານກີບ ຕາງໜ້າກ່າວມອບ ໂດຍ ທ່ານ ອະນຸສິນ ພົນເສນາ ຜູ້ອຳ ນວຍການໃຫຍ່ບໍລິສັດ ລັດວິສາ ຫະກິດນ້ຳມັນເຊື້ອໄຟລາວ ແລະ ຄະນະພັກອຳນາດການປົກຄອງ ແຂວງຫົວພັນ ມອບເງິນສົດ ຈຳ ນວນ 20 ລ້ານກີບ ໂດຍການ ກ່າວມອບຂອງທ່ານ ນາງ ອຳ ໄພວອນ ລ້ອມບຸນແພງ ຮອງເລ ຂາພັກແຂວງໆຫົວພັນ . ໂດຍການກ່າວຮັບຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດ ຖະມົນຕີກະຊວງການເງິນ ເຊິ່ງ ໄດ້ຕາງໜ້າໃຫ້ແກ່ຄະນະກຳມະ ການເສດຖະກິດ ໄດ້ກ່າວສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນ ເປັນຢ່າງຍິ່ງທີ່ທາງບໍລິສັດ ລັດວິ ສາຫະກິດນ້ຳມັນເຊື້ອໄຟລາວ ແລະ ຄະນະພັກ-ອຳນາດການ ປົກຄອງແຂວງຫົວພັນ ທີ່ໄດ້ປະ ກອບສ່ວນໃນຄັ້ງນີ້, ພ້ອມທັງໃຫ້ ຄຳໝັ້ນສັນຍາວ່າຈະນຳໃຊ້ເງິນ ຫ່ວງນີ້ໄປນຳໃຊ້ຢູ່ໃນກອງປະ ຊຸມດັ່ງກ່າວໃຫ້ມີປະສິດທິຜົນສູງ. ພ້ອມພະນັກງານ-ນັກຮົບທີ່ກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພັນຕີ ສຸກທະວີ ໄຊ ພາແກ້ວ ຫົວໜ້າຂະແໜງສູ້ຮົບ ກອງພັນໃຫຍ່ 605 ໄດ້ຂຶ້ນ ຜ່ານ ປະກາດໂຄງຮ່າງການຈັດຕັ້ງ ປ້ອງກັນເວນຍາມ. ອີງຕາມຄຳ ສັ່ງຂອງກົມໃຫຍ່ເສນາທິການ ກອງ ທັບ, ວ່າດ້ວຍການປ້ອງກັນ ເວນຍາມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຂໍ້ຕົກລົງຂອງ ກອງພັນໃຫຍ່ 605 ວ່າດ້ວຍການ ປ້ອງກັນກອງປະຊຸມດັ່ງກ່າວ. ມອບໝາຍໜ້າທີ່ຄະນະຮັບຜິດ ຊອບລວມ ແລະ ວາງຕາຕະລາງ ເວນຍາມແຕ່ລະຈຸດຕາມຂອບ ເຂດກົມກອງຮັບຜິດຊອບ, ເຊິ່ງ ມີທັງໝົດ 4 ຈຸດ. ສະຫາຍ ພັນເອກ ປະເສີດ ທ່ຽງທຳ ໄດ້ມີຄຳເຫັນຊີ້ນຳເພີ່ມ ເຕີມໂດຍໄດ້ເນັ້ນໜັກໃຫ້ຄະນະ ຮັບຜິດຊອບນຳພາ-ບັນຊາ ແຕ່ລະ ຂັ້ນພະນັກງານ-ນັກຮົບແຕ່ລະສະ ຫາຍທີ່ລົງເຄື່ອນໄຫວປ້ອງກັນ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ ວຽກງານທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້, ມີຄວາມເຂັ້ມແຂງ, ເຂັ້ມງວດໃນການປ້ອງກັນເວນ ຍາມຍົກສູງພາລະບົດບາດ, ສິດ ໜ້າທີ່ຂອງຕົນ, ມີແນວຄິດການ ເມືອງໜັກແໜ້ນ, ມີຄວາມສາມັກ ຄີພາຍໃນ-ພາຍນອກ, ປະຕິບັດ ໜ້າທີ່ໃຫ້ໄດ້ຮັບຜົນສູງ, ຮັບປະ ກັນຄວາມສະຫງົບໃຫ້ກອງປະ ຊຸມໃຫຍ່ ແລະ ຮັບປະກັນກຳລັງ ປ້ອງກັນເວນຍາມໃຫ້ມີຄວາມ ປອດໄພໄດ້ 100%. ໂດຍ: ນ. ໜູແດງ ລາດສະແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ