ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການພັດທະນາການຄຸ້ມຄອງລັດຖະກອນດ້ວຍລະບົບທັນສະໄໝ
ເວລາອອກຂ່າວ: 2021-01-12 08:59:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ທ່ານ ທອງຈັນ ມະນີໄຊ ລັດ ຖະມົນຕີກະຊວງພາຍໃນໄດ້ໃຫ້ ສຳພາດຕໍ່ສື່ມວນຊົນໃນໂອກາດ ເຂົ້າຮ່ວມກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໃຫ້ຮູ້ວ່າ : ການຄຸ້ມຄອງລັດຖະ ກອນດ້ວຍລະບົບທັນສະໄໝ ກະ ຊວງພາຍໃນໄດ້ປະສານສົມທົບ ກັບບັນດາກະຊວງຂັ້ນສູນກາງ ແລະ ທ້ອງຖິ່ນເພື່ອຫັນການຄຸ້ມ ຄອງລັດຖະກອນດ້ວຍລະບົບທັນ ສະໄໝ ເຊິ່ງໄດ້ເລີ່ມແຕ່ ປີ 2018 ເປັນຕົ້ນມາໄດ້ອອກບັດລັດຖະ ກອນໃໝ່ທີ່ໃຊ້ໄດ້ 3 ຢ່າງໃນ ບັດ ດຽວຄື:1. ໃຊ້ເປັນບັດລັດຖະ ກອນ, 2. ບັດປະຊາຊົນ, 3. ບັດເອ ທີເອັມເງິນເດືອນລັດຖະກອນ ພ້ອມທັງໃຊ້ໃນການເລື່ອນຊັ້ນ, ເລື່ອນຂັ້ນເງິນເດືອນ. ມາຮອດປັດ ຈຸບັນໄດ້ສຳເລັດຢູ່ສູນກາງ 40 ພາກສ່ວນ ແລະ ທ້ອງຖິ່ນ 16 ແຂວງ. ການອອກບັດດັ່ງກ່າວເປັນ ການສ້າງຄວາມເຂັ້ມແຂງໃຫ້ ລັດຖະກອນເຫຼືອບໍ່ພໍໃນນັ້ນ, ລັດ ຖະກອນທົ່ວປະເທດກວມເອົາ 2,8% ຂອງຈຳນວນພົນລະ ເມືອງທັງໝົດ, ສະນັ້ນ, ການຕອບ ສະໜອງເງິນເດືອນໃຫ້ລັດຖະກອນແມ່ນມີຄວາມຫຍຸ້ງຍາກ ພ້ອມດຽວກັນນັ້ນ ລັດຖະບານໄດ້ ອະນຸມັດໃຫ້ຫຼຸດໂຕເລກໂຄຕ້າ ລັດ ຖະກອນ ລົງເຊິ່ງປີ 2020 ແມ່ນມີຈຳນວນ 2.000 ຄົນ ແລະ ປີ 2021 ນີ້ ມີພຽງ 1.000 ກວ່າຄົນ ເພາະເຫດນັ້ນຈຶ່ງບໍ່ສາ ມາດຍົກລະດັບເງິນເດືອນ, ເງິນ ອຸດໜູນໃຫ້ພະນັກງານ-ລັດຖະ ກອນໄດ້ຕາມກຳນົດ. ກະຊວງ ພາຍໃນໄດ້ສະເໜີຕໍ່ລັດຖະບານ ເລື່ອງພະນັກງານເຫຼືອບໍ່ພໍ, ໃນ ນັ້ນເຫຼືອແມ່ນເຫຼືອພະນັກງານ ທີ່ບໍ່ມີຄວາມຮູ້-ຄວາມສາມາດທັງ ຢູ່ສູນກາງ ແລະ ທ້ອງຖິ່ນ, ບໍ່ພໍພະ ນັກກງານທີ່ມີຄວາມຮູ້-ຄວາມ ສາມາດ, ສະນັ້ນ, ລັດຖະບານຈຶ່ງ ໄດ້ປັບປຸງໃຫ້ພະນັກງານຜູ້ໜຶ່ງ ສາມາດເຮັດວຽກໄດ້ຫຼາຍໜ້າທີ່ ວຽກງານ, ເຊິ່ງຕ້ອງໄດ້ຈັດເຝິກ ອົບຮົມໃຫ້ພະນັກງານທີ່ບໍ່ມີຄວາມ ຮູ້, ຄວາມາສາມາດໃນໜ້າວຽກ ຂອງຕົນໃຫ້ປະຕິບັດວຽກງານໄດ້ ຢ່າງມີປະສິດທິພາບ. ທ່ານທອງຈັນ ມະນີໄຊ ໃຫ້ ຮູ້ຕື່ມອີກວ່າ : ກະຊວງພາຍໃນໄດ້ ອອກກົດໝາຍວ່າດ້ວຍພະນັກ ງານ-ລັດຖະກອນ, ນິຕິກຳການ ສອບເສັງເຂົ້າລັດຖະກອນເພື່ອ ກຳນົດຕຳແໜ່ງງານຢູ່ກະຊວງ ໃດບໍ່ພໍພະນັກງານທີ່ຮຽນຈົບ ຕາມກະຊວງຂອງຕົນຕ້ອງການ ນັບທັງສູນກາງເຖິງທ້ອງຖິ່ນ ແຕ່ກໍມີສິ່ງທີ່ປະຕິເສດບໍ່ໄດ້ນັ້ນ ກໍຄືລູກເຈົ້າ, ຫຼານຂ້ອຍແບບເກື້ອ ກູນ, ສະນັ້ນໃນປີ 2021 ນີ້ ຕ້ອງ ໄດ້ປະຕິບັດຕາມກົດໝາຍ ແລະ ນິຕິກຳທີ່ວາງອອກຢ່າງເຂັ້ມ ງວດທີ່ສຸດ. ກໍລະນີນັກສຶກສາ ທີ່ຮຽນຈາກມະຫາວິທະຍາໄລ ຫຼື ສະຖາບັນການສຶກສາຕ່າງໆຈົບ ອອກມາແລ້ວບໍ່ສາມາດບັນຈຸ ເຂົ້າລັດຖະກອນ ຫຼື ບັນຈຸເຂົ້າ ເປັນພະນັກງານປະຈໍາບໍລິສັດ ເອກະຊົນໄດ້ຍ້ອນວ່າປະເທດ ເຮົາຍັງບໍ່ທັນພັດທະນາປະເທດ ໄປເຖິງລະດັບນັ້ນໄດ້ເທື່ອ ໃນປັດ ຈຸບັນ, ແຕ່ໃນອະນາຄົດຕ້ອງໄດ້ ຫັນໄປຄືແນວນັ້ນຢ່າງແນ່ນອນ, ໃນຊຸມປີຕໍ່ໜ້າຕ້ອງໄດ້ຊຸກຍູ້ໃຫ້ ບັນດາລູກຫຼານໄປຮຽນວິຊາຊີບ ຫຼື ອະຊີວະສຶກສາໃຫ້ຫຼາຍຂຶ້ນ ກວ່າເກົ່າ, ຜ່ານການຖອດຖອນ ບົດຮຽນຮ່ວມກັບ ສສ.ຫວຽດ ນາມ ແລະ ສປ.ຈີນ ກ່ຽວກັບບໍ ລິສັດເອກະຊົນ ຫຼື ຂະແໜງການ ໃດຂອງລັດທີ່ສາມາດກຸ້ມຕົນ ເອງໄດ້ໃຫ້ນຳເອົານັກສຶກສາຈົບ ໃໝ່ເຂົ້າເປັນພະນັກງານຂອງ ຕົນເພື່ອເປັນການແບ່ງເບົາໂຄ ຕ້າລັດຖະກອນລົງ. ປັດຈຸບັນຕາມການລົງຕິດຕາມ ກວດກາການນຳໃຊ້ບັດລັດຖະ ກອນໃໝ່ຍັງບໍ່ສາມາດນຳໃຊ້ ແທນ ໄດ້ຫຼາຍຢ່າງໃນບັດດຽວກັນ ເປັນຕົ້ນແມ່ນລະບົບທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຍັງບໍ່ສາມາດເຊື່ອມຕໍ່ເຂົ້າກັບ ລະບົບຂອງບັດລັດຖະກອນເທື່ອ, ລວມເຖິງການເຊື່ອມເຂົ້າຫາລະ ບົບຂອງບັດປະຊາຊົນລາວໄດ້ ເທື່ອ. ໃນກໍລະນີດັ່ງກ່າວ, ກະຊວງ ພາຍໃນກໍຈະຕ້ອງໄດ້ປະສານສົມ ທົບກັບຂະແໜງການຕ່າງໆ ເພື່ອ ເປີດນຳໃຊ້ລະບົບເອເລັກໂຕຣນິກ ເຊື່ອມຕໍ່ເຂົ້າຫາບັດລັດຖະກອນ ໃຫ້ນຳໃຊ້ໄດ້ຫຼາຍຢ່າງໃນບັດ ດຽວກັນເພື່ອອໍານວຍຄວາມສະ ດວກແກ່ລັດຖະກອນໃນອະນາ ຄົດ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ