ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການຈັດຕັ້ງຄະນະພັກ - ຄະນະບັນຊາ ກອງພົນທີ 1
ເວລາອອກຂ່າວ: 2021-01-10 14:19:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 46 | ຄວາມນິຍົມ:



ວັນທີ 7 ມັງກອນ 2021 ນີ້, ຢູ່ທີ່ສອນໂມສອນກອງພົນທີ 1 ໄດ້ຈັດພິທີປະກາດການແຕ່ງ ຕັ້ງຫົວໜ້າການທະຫານ ກອງ ພົນທີ 1, ຮອງຫົວໜ້າຫ້ອງເສນາ ທິການ ແລະ ຫົວໜ້າການທະຫານ ກອງພັນໃຫຍ່101, ໂດຍການ ເຂົ້າຮ່ວມ ຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະ ການຄະນະປະຈໍາພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີ ສະຫາຍ ພົນຈັດຕະ ວາ ພູມີ ດາລາເພັດ ກຳມະການ ຄະນະພັກກະຊວງ ຫົວໜ້າກົມ ພະນັກງານ ກົມໃຫຍ່ການເມືອງ ກອງທັບ, ມີຄະນະພັກ-ຄະນະບັນ ຊາກອງພົນ, ພ້ອມດ້ວຍພະນັກ ງານຫຼັກແຫຼ່ງ ເຂົ້າຮ່ວມ. ໃນພິທີ, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ໄດ້ຂຶ້ນອ່ານດໍາ ລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ວ່າດ້ວຍການແຕ່ງ ຕັ້ງຫົວໜ້າການທະຫານກອງ ພົນທີ 1 ແລະ ຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າຫ້ອງ ເສນາທິການ ແລະ ຫົວໜ້າການ ທະຫານກອງພັນໃຫຍ່ 101 ແລະ ອ່ານຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດໃຫ້ນາຍທະຫານຢູ່ກອງ ພົນທີ 1 ພັກການເພື່ອກຽມຮັບ ບໍານານ. ໂດຍອີງຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານຢູ່ກະຊວງປ້ອງກັນປະ ເທດ ກໍຄືໜ້າທີ່ວຽກງານຕົວຈິງໃນ ສະເພາະໜ້າ ແລະ ຍາວນານ ຂອງ ກົມກອງ, ອີງຕາມກົດໝາຍ ວ່າ ດ້ວຍນາຍທະຫານ ກອງທັບປະ ຊາຊົນລາວ ວ່າດ້ວຍການແຕ່ງ ຕັ້ງ-ຍົກຍ້າຍນາຍທະຫານ, ກະ ຊວງປ້ອງກັນປະເທດຕົກລົງ ແຕ່ງຕັ້ງ ດັ່ງນີ້: ສະຫາຍ ພັນເອກ ອຸ່ນຈັນ ແດງວັນສົມ ຮັກສາການ ຫົວໜ້າການທະຫານກອງພົນ ທີ1 ຂຶ້ນເປັນ ຫົວໜ້າການທະ ຫານ, ສະຫາຍ ພັນໂທ ບຸນແຖວ ແກ້ວດວງດີ ຫົວໜ້າການທະ ຫານກອງພັນ 17 ກອງພັນໃຫຍ່ 102 ຂຶ້ນເປັນ ຮອງຫົວໜ້າຫ້ອງ ເສນາທິການ, ສະຫາຍ ພັນໂທ ສີພອນ ກອງພະຈັນ ຫົວໜ້າພະ ແນກສູ້ຮົບ ເປັນຫົວໜ້າການທະ ຫານກອງພັນໃຫຍ່101 ພ້ອມນັ້ນ ຍັງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ໂດຍອີງ ຕາມກົດໝາຍກອງທັບປະຊາ ຊົນລາວວ່າດ້ວຍອາຍຸກະສຽນ ຮັບບໍານານຂອງນາຍທະຫານ ຈຳນວນໜຶ່ງ. ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນ ງານການຊີ້ນຳ-ນຳພາຂອງຄະ ນະພັກ-ຄະນະບັນຊາ ກອງພົນທີ 1 ໃນໄລຍະທີ່ຜ່ານມາ ເຮັດໃຫ້ ຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບ ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມ ທັງຍົກໃຫ້ເຫັນຄວາມຈຳເປັນ ພາວະວິໄສ ກໍຄືຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ສະນັ້ນ, ພັກ-ລັດ ການຈັດຕັ້ງຂັ້ນເທິງຈຶ່ງໄດ້ປັບ ປຸງການຈັດຕັ້ງໃຫ້ສອດຄ່ອງ ກັບໜ້າທີ່ວຽກງານຕົວຈິງ ເພື່ອ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດໃຫ້ປະສົບ ຜົນສຳເລັດ ແລະ ຍັງໄດ້ເນັ້ນໜັກ ໃຫ້ຜູ້ທີ່ຮັບໜ້າທີ່ໃໝ່ຈົ່ງພ້ອມ ກັນອົດທົນ, ມີຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງ ຂຶ້ນກວ່າເກົ່າ, ເຝິກຝົນຫຼໍ່ຫຼອມຕົນ ເອງໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງ, ເພີ່ມຄວາມສາມັກຄີພາຍໃນ ແລະ ຮັກສາແໜ້ນມູນເຊື້ອອັນ ສະຫງ່າງາມຂອງກົມກອງ, ອອກ ແຮງປັບປຸງກໍ່ສ້າງພັກ-ກໍ່ສ້າງພະ ນັກງານທັງ 3 ລຸ້ນ ແລະ ຕັ້ງໜ້າ ປະຕິບັດທຸກມະຕິຄໍາສັ່ງທຸກໜ້າທີ່ ວຽກງານ ໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ, ທັງໝົດນັ້ນແມ່ນເພື່ອພ້ອມ ກັນນໍາພາກອງທັບ, ນໍາພາກົມ ກອງກ້າວຂຶ້ນເຮັດສຳເລັດໜ້າທີ່ ສໍາຄັນອັນໜັກໜ່ວງ ທີ່ປະເທດ ຊາດ ແລະ ປະຊາຊົນມອບໝາຍ ໃຫ້ຢ່າງມີຜົນສໍາເລັດ ໂດຍ: ກໍ ແດນດອກກ້ຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ