ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກຊາວໜຸ່ມທະຫານແຂວງວຽງຈັນປະກາດຮັບຮອງໜ່ວຍຊາວໜຸ່ມ 4 ບຸກ
ເວລາອອກຂ່າວ: 2021-01-10 13:17:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ໃນວັນທີ 7 ມັງກອນ 2021 ນີ້, ພະແນກຊາວໜຸ່ມທະຫານ ແຂວງວຽງຈັນໄດ້ຈັດຕັ້ງພິທີ ມອບໃບຢັ້ງຢືນຊາວໜຸ່ມ 4 ບຸກ ໃຫ້ໜ່ວຍຊາວໜຸ່ມກົມກອງຮາກ ຖານໃນທົ່ວທະຫານແຂວງວຽງ ຈັນ ຮອບທີ 1,2,3 ແລະ ມອບ ໃບຍ້ອງຍໍຊາວໜຸ່ມ 4 ບຸກ, ໂດຍ ການເປັນປະທານຂອງ ສະຫາຍ ດາວສະຫວັນ ລາດສະວົງ ຮອງ ເລຂາຄະນະບໍລິຫານງານຊາວ ໜຸ່ມແຂວງວຽງຈັນ, ເປັນກຽດ ເຂົ້າຮ່ວມໃນພິທີ ມີສະຫາຍ ພັນ ເອກ ສົມພັນ ເຮືອງພະຈັນ ຄະນະ ພັກກອງບັນຊາການ ຫົວໜ້າ ຫ້ອງການເມືອງກອງບັນຊາ ການທະຫານແຂວງວຽງຈັນ, ມີ ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ເລຂາໜ່ວຍຊາວໜຸ່ມ ແລະ ສະ ມາຊິກຊາວໜຸ່ມອ້ອມຂ້າງເຂົ້າ ຮ່ວມ. ສະຫາຍ ພັນໂທ ວັນທອງ ເພັດ ມີໄຊ ຄະນະບໍລິຫານງານຊາວ ໜຸ່ມແຂວງ ຫົວໜ້າພະແນກຊາວ ໜຸ່ມທະຫານແຂວງວຽງຈັນ, ໄດ້ ຜ່ານຂໍ້ຕົກລົງມອບນາມມະຍົດ 4 ບຸກຂອງຄະນະບໍລິຫານງານ ຊາວໜຸ່ມແຂວງວຽງຈັນ ປະຈໍາປີ 2020, ອີງຕາມບົດແນະນຳຂອງ ເລຂາຄະນະບໍລິຫານງານສູນ ກາງຊາວໜຸ່ມ ວ່າດ້ວຍ ການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງ ຊາວໜຸ່ມລາວ ແລະ ຜົນການກວດ ກາຕີລາຄາຂອງຄະນະຮັບຜິດ ຊອບການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນຊາວໜຸ່ມ 4 ບຸກຂອງຄະນະບໍລິ ຫານງານຊາວໜຸ່ມແຂວງວຽງ ຈັນ ປະຈຳປີ 2020, ກ່ຽວກັບ ການຢັ້ງຢືນນາມມະຍົດຊາວໜຸ່ມ 4 ບຸກ ໃຫ້ໜ່ວຍຊາວໝຸ່ມບັນດາ ກົມກອງຮາກຖານກໍາລັງທ້ອງ ຖິ່ນທະຫານແຂວງວຽງຈັນ, ທັງ ນີ້ກໍເພື່ອເປັນການຢັ້ງຢືນໃນການ ເຄື່ອນໄຫວວຽກງານໃນປີ 2020, ການມອບໃບຢັ້ງຢືນນາມ ມະຍົດຊາວໜຸ່ມ 4 ບຸກໃຫ້ບັນດາ ໜ່ວຍ ຊາວໜຸ່ມຮາກຖານຄັ້ງນີ້ ທັງ ເປັນການຕີລາຄາຜົນໄດ້ຮັບການ ຈັດຕັ້ງປະຕິບັດໃນແຕ່ລະດ້ານ ຂອງບັນດາຄະນະຮັບຜິດ ຊອບ ແຕ່ລະຂັ້ນ ແລະ ຜົນສຳເລັດ ວຽກງານດັ່ງກ່າວ, ການມອບໃບ ຢັ້ງຢືນນາມມະຍົດຊາວໜຸ່ມ 4 ບຸກຮອບ 1,2,3 ປີ 2020 ໃຫ້ ບັນດາໜ່ວຍຊາວໜຸ່ມອົງການ 5 ຫ້ອງ, ກົມກອງອ້ອມຂ້າງຮອບ ທີ I ມີ 2 ໜ່ວຍຄື: ໜ່ວຍຊາວໜຸ່ມ ຫ້ອງເຕັກນິກ, ໜ່ວຍຊາວໜຸ່ມ ກອງ ຮ້ອຍ 203, ຮອບທີ II ມີ 8 ໜ່ວຍ ຄື: ໜ່ວຍຊາວໜຸ່ມ ຫ້ອງ ການເມືອງ, ຫ້ອງພະລາທິການ, ຫ້ອງການບໍລິຫານ, ຫ້ອງເສນາ ທິການ, ກອງປະຕິບັດງານ 219, ໜ່ວຍງານ 304, ໂຮງຮຽນທະ ຫານທ້ອງຖິ່ນ, ກອງຮ້ອຍ 239, ແລະ ຮອບທີ III ມີ 1 ໜ່ວຍຄື: ໜ່ວຍຊາວໜຸ່ມໂຮງໝໍ 30 ຕຽງ, ພ້ອມນີ້, ຍັງໄດ້ມອບໃບຍ້ອງຍໍ ຄະນະບໍລິຫານງານຊາວໜຸ່ມ ແຂວງວຽງຈັນ ໃຫ້ຄະນະໜ່ວຍ ຊາວໜຸ່ມຈຳນວນ 67 ສະຫາຍ ແລະ ມອບໃບຢັ້ງຢືນຮາກຖານ ຊາວໜຸ່ມກອງບັນຊາການທະ ຫານແຂວງວຽງຈັນ ເປັນຊາວ ໜຸ່ມ 4ບຸກ ຮອບທີ III. ເຊິ່ງເປັນກຽດມອບໃບຢັ້ງຢືນນາມມະຍົດ 4 ບຸກໃນຄັ້ງນີ້ແມ່ນສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ແລະ ສະຫາຍ ດາວສະຫວັນ ລາດສະວົງ ຜັດປ່ຽນກັນຂຶ້ນມອບ ຕາມລຳດັບຢ່າງສົມກຽດ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ