ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການເຄື່ອນໄຫວຂອງກົມກອງຕ່າງໆ
ເວລາອອກຂ່າວ: 2021-01-08 10:32:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 90 | ຄວາມນິຍົມ:



v ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ: ວັນທີ 7 ມັງກອນ 2021 ນີ້, ສະຫາຍ ພັນໂທ ທວນຄຳ ສຸກຈະເລີນ ຫົວ ໜ້າພະແນກການເມືອງ ແລະ ຄວາມໝັ້ນຄົງອາຊຽນ ກົມພົວ ພັນຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ນຳເອົາປຶ້ມເອກະສານກອງ ປະຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນ ໄລຍະປີ 2006- 2019 ມາມອບໃຫ້ຫໍສະໝຸດ ກອງທັບ, ໂດຍການກ່າວຮັບ ຂອງ ສະຫາຍ ພັນໂທ ພິມພາ ປັນຍາຮັກ ຫົວໜ້າ ອໍານວຍການ ຫໍສະໝຸດກອງທັບ ພ້ອມດ້ວຍ ຄະນະ. v ຄະນະບໍລິຫານງານຊາວ ໜຸ່ມກອງພັນ 221 ທີ່ຂຶ້ນກັບກອງ ພົນທີ 1: ໄດ້ສະຫຼຸບການເຄື່ອນ ໄຫວວຽກງານໄລຍະ 5 ປີ ຜ່ານ ມາ, ຍາມໃດຄະນະບໍລິຫານງານ ຊາວໜຸ່ມກໍໄດ້ຍົກສູງຄວາມ ຮັບຜິດຊອບຂອງຕົນໃນການ ຊີ້ນໍາ-ນໍາພາສະມາຊິກຊາວ ໜຸ່ມເຄື່ອນໄຫວວຽກງານຕາມ ພາລະບົດບາດຂອງຕົນ ປິ່ນອ້ອມ ໜ້າທີ່ການເມືອງຂອງກົມກອງ, ຍາດໄດ້ຜົນງານພົ້ນເດັ່ນຫຼາຍ ດ້ານ ໂດຍສະເພາະດ້ານການ ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ ຂັນ 4 ບຸກ ເຊິ່ງສາມາດຕີລາຄາ ຜົນໄດ້ຮັບ ຄື: ບຸກດ້ານແນວຄິດ ບັນລຸໄດ້ 91%, ບຸກທາງດ້ານການ ເຝິກຝົນຫຼໍ່ຫຼອມຮໍ່າຮຽນບັນລຸໄດ້ 90%, ບຸກທາງດ້ານການຈັດຕັ້ງ ບັນລຸໄດ້ 91% ແລະ ບຸກດ້ານວິຊາ ຊີບສ້າງວຽກເຮັດງານທຳບັນ ລຸໄດ້ 90%. v ກອງພັນນັກຮຽນນາຍສິບ ໂຮງຮຽນກໍ່ສ້າງນາຍສິບ ເລກ II ວຽງໄຊ: ທ້າຍເດືອນທັນວາ ຜ່ານມາ, ໄດ້ສະຫຼຸບວຽກງານ ຮອບດ້ານປະຈຳປີ 2020, ໃນ ຕະຫຼອດໄລຍະ 1 ປີຜ່ານມາ, ຄະ ນະພັກ-ຄະນະບັນຊາກອງພັນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພານັກ ຮຽນປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບຢ່າງ ເຂັ້ມງວດ, ຈັດຕັ້ງລະບົບປະຈຳ ການ 3 ຂັ້ນຄົບຖ້ວນ ຮັບປະກັນ ໄດ້ຄວາມສະຫງົບປອດໄພ 100%, ຊຸກຍູ້ນັກຮຽນແຂ່ງຂັນ ຄົ້ນຄວ້າຮໍ່າຮຽນ ສ້າງໄດ້ນັກ ຮຽນດີ-ຮຽນເກັ່ງ. ພ້ອມກັນນັ້ນ, ໄດ້ປຸກລະດົມຊຸກຍູ້ຂະບວນ ການປູກຝັງ-ລ້ຽງສັດ ສາມາດ ເກັບກູ້ພືດຜັກສ່ວນລວມໄດ້ 3.785 ກິໂລ, ບຸກຄົນໄດ້ 3.202 ກິໂລ, ບຸກຄົນລ້ຽງໝູ 16 ໂຕ ແລະ ສາມາດສ້າງລາຍຮັບຈາກແຫຼ່ງຕ່າງໆເຂົ້າຄັງລວມໄດ້ 16 ລ້ານກວ່າກີບ. v ກອງຮ້ອຍ 14 ທີ່ຂຶ້ກັບກອງ ບັນຊາການທະຫານແຂວງບໍ່ ແກ້ວ: ທ້າຍເດືອນທັນວາຜ່ານມາ, ໄດ້ຈັດກິດຈະກຳແຂ່ງຂັນກີລາ ເພື່ອສ້າງຂະບວນການຂໍ່ານັບ ຮັບຕ້ອນວັນສໍາຄັນປະຫວັດສາດ ຂອງຊາດ, ຂອງພັກ ໂດຍສະເພາະ ແມ່ນວັນສ້າງຕັ້ງກອງທັບ ຄົບ ຮອບ 72 ປີ ໃຫ້ມີບັນຍາກາດ ຟົດຟື້ນກວ້າງຂວາງ. ປະເພດກີ ລາທີ່ນໍາມາແຂ່ງຂັນມີ 2 ປະເພດ ຄື: ກະຕໍ້ ແລະ ເປຕັງ. + ກອງພັນໃຫຍ່ 621: ທ້າຍ ເດືອນທັນວາຜ່ານມາ, ໄດ້ເປີດບັ້ນ ອົບຮົມໄລຍະສັ້ນກ່ຽວກັບການ ນໍາໃຊ້ລູກສອນໄຟໜ້າດິນ, ໂດຍ ເປົ້າໝາຍຫຼັກເລັ່ງໃສ່ຄົ້ນຄວ້າ ຮໍ່າຮຽນເຄື່ອງບັນຊາ RA-40- 10 ແລະ VAV-FX-70, ທັງ ນີ້, ກໍເພື່ອເປັນການຍົກລະດັບ ຄວາມຮູ້-ຄວາມສາມາດໃຫ້ພະ ນັກງານວິຊາການ ວິຊາສະເພາະ ມີຄວາມຊໍານານຄ່ອງແຄ້ວ ຮັບປະກັນການປະຕິບັດໜ້າທີ່ມີຜົນສໍາເລັດສູງ. ກຳນົດເວລາອົບຮົມ 24 ວັນ. v ກອງບັນຊາການທະຫານ ເມືອງຊຽງຮ່ອນ ແຂວງໄຊຍະບູ ລີ: ຫວ່າງບໍ່ດົນມານີ້, ໄດ້ຈັດພິທີແຮກສ່ຽວຮ່ວມກັບອຳນາດການປົກຄອງ ແລະ ປະຊາຊົນບ້ານຄໍ້າ ເມືອງຊຽງຮ່ອນ, ການແຮກສ່ຽວ ຄັ້ງນີ້, ເປັນການປະຕິບັດຕາມ ແນວທາງຂອງພັກ ກໍຄື ຂອງກອງ ທັບວາງອອກໃຫ້ປະກົດຜົນເປັນ ຈິງ ເພື່ອນໍາເອົາແນວທາງວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຫັນລົງສູ່ຮາກ ຖານຮັບປະກັນເຮັດໃຫ້ສະພາບ ຂອບເຂດກົມກອງ ແລະ ບ້ານ ຮັບຜິດຊອບມີຄວາມສະຫງົບ ໂດຍພື້ນຖານ, ນໍາພາປະຊາຊົນ ພັດທະນາຊີວິດການເປັນຢູ່ໃຫ້ ດີຂຶ້ນເປັນກ້າວໆ. ພ້ອມກັນນັ້ນ, ເພື່ອຮັດແໜ້ນຄວາມສາມັກຄີ ເຊິ່ງ ກັນ ແລະ ກັນລະຫວ່າງ ກອງບັນຊາການທະຫານເມືອງ ຊຽງຮ່ອນກັບປະຊາຊົນບ້ານ ຄໍ້າໃຫ້ນັບມີແໜ້ນແຟ້ນເລິກ ເຊິ່ງ. ດັ່ງເວົ້າທີ່ວ່າ: “ກອງທັບ ກັບປະຊາຊົນ ຄື ປາກັບນໍ້າ”. v ຄະນະບໍລິຫານງານຊາວ ໜຸ່ມກອງພັນທີ 2 ໂຮງຮຽນ ກໍ່ ສ້າງນາຍສິບ ເລກ II ວຽງໄຊ: ຫວ່າງບໍ່ດົນຜ່ານມາ, ໄດ້ສະຫຼຸບ ວຽກງານ ຮອບດ້ານ 6 ເດືອນ ທ້າຍປີ 2020, ໃນຜ່ານມາສະມາຊິກຊາວໜຸ່ມແມ່ນໄດ້ເອົາໃຈ ໃສ່ເຄື່ອນໄຫວວຽກງານຕາມ ພາລະບົດບາດຂອງຕົນ, ພ້ອມທັງ ໄດ້ເປັນເຈົ້າການເຂົ້າຮ່ວມຂະ ບວນການຕ່າງໆທີ່ກົມກອງຈັດຕັ້ງຂຶ້ນ, ເປັນຕົ້ນຂະບວນການ ອອກແຮງງານ, ຂະບວນການ ກີລາ-ສິລະປະ-ວັນນະຄະດີ, ການປ້ອງກັນເວນຍາມຂອບ ເຂດກົມກອງຮັບຜິດຊອບ ເຮັດ ໃຫ້ສະພາບມີຄວາມສະຫງົບ 100%. ນອກນັ້ນ, ຍັງໄດ້ເອົາໃຈໃສ່ຂະບວນການເພີ່ມພູນຜະ ລິດຜົນປູກຝັງ-ລ້ຽງສັດຕາມ ເງື່ອນໄຂທ່າແຮງບົ່ມຊ້ອນຂອງ ກົມກອງ. ຈາກຜົນງານດັ່ງກ່າວ ສາມາດຕີລາຄາຄຸນນະພາບຂອງສະມາຊິກຊາວໜຸ່ມປະເພດນຳໜ້າ 4 ບຸກຈໍານວນ 207 ສະຫາຍ, ແຂງ 16 ສະຫາຍ ແລະ ກາງ 38 ສະຫາຍ. v ໜ່ວຍພັກພະແນກພະລາທິ ການ ສາງ ອ 5: ວັນທີ 31 ທັນວາ ຜ່ານມານີ້, ໄດ້ສະຫຼຸບຖອດຖອນ ບົດຮຽນການເຄື່ອນໄຫວວຽກ ງານຮອບດ້ານໃນໄລຍະ 1 ປີ ຜ່ານມາ, ຍາມໃດ ຄະນະພັກ ກໍໄດ້ ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກ ພັກ ແລະ ພະນັກງານ-ນັກຮົບ ເຄື່ອນໄຫວວຽກງານຕາມພາລະບົດບາດໜ້າທີ່ການເມືອງ ຂອງກົມກອງສາມາດຍາດໄດ້ ຜົນສໍາເລັດທີ່ເປັນພື້ນຖານຫຼາຍ ດ້ານ. ພ້ອມກັນນັ້ນ, ໄດ້ເອົາໃຈ ໃສ່ປັບປຸງກໍ່ສ້າງພັກຕາມ 5 ຫຼັກ ການ 3 ທິດນໍາຂອງພັກ ເຮັດໃຫ້ ໜ່ວຍພັກມີຄວາມ ປອດໃສ ໜັກ ແໜ້ນ ເຂັ້ມແຂງ ໃນທຸກດ້ານ. v ກອງຮ້ອຍ 17 ທະຫານ ແຂວງບໍ່ແກ້ວ: ວັນທີ 5 ມັງກອນ 2021 ນີ້, ໄດ້ເປີດບັ້ນດໍາເນີນຊີ ວິດການເມືອງພາຍໃນກົມກອງ ຕີລາຄາການປະຕິບັດໜ້າທີ່ວຽກ ງານໃນໄລຍະຜ່ານມາ, ເຊິ່ງພະ ນັກງານ-ນັກຮົບໄດ້ພ້ອມກັນປະ ກອບຄໍາຄິດເຫັນ, ຕໍານິກໍ່ສ້າງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຖອດຖອນບົດຮຽນດ້ານດີ, ດ້ານ ອ່ອນ ແລະ ພ້ອມກັນຊອກວິທີການ ປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງ ໃຫ້ສອດຄ່ອງ ເພື່ອພ້ອມກັນພັດ ທະນາກົມກອງໃຫ້ກ້າວຂຶ້ນຢ່າງ ບໍ່ຢຸດຢັ້ງ. ພ້ອມດຽວກັນນີ້, ຍັງໄດ້ ປະກາດການຈັດຕັ້ງຈໍານວນໜຶ່ງ ອີກດ້ວຍ. v ກອງບັນຊາການທະຫານ ເມືອງໂພນທອງ ແຂວງຫຼວງພະ ບາງ: ທ້າຍເດືອນທັນວາຜ່ານມາ, ໄດ້ປິດຊຸດອົບຮົມການສ້າງບ້ານ ປ້ອມໝັ້ນ-ກຸ່ມບ້ານປ້ອງກັນ ຊາດເຂັ້ມແຂງໃຫ້ກຸ່ມບ້ານພັດ ທະນານໍ້າລວງ, ເມືອງໂພນທອງ, ເຊິ່ງຜ່ານການອົບຮົມທັງພາກ ທິດສະດີຫຼັກການ ແລະ ພາກປະ ຕິບັດຕົວຈິງໃນຜ່ານມາ, ສາ ມາດຕີລາຄາຜົນໄດ້ຮັບດັ່ງນີ້: ພາກການເມືອງສາມາດປະຕິບັດ ບັນລຸໄດ້ 80,33%, ພາກສິລະປະ ຍຸດ 87,04%, ພາກຍຸດທະວິທີ 78,38% ແລະ ພາກປະຕິບັດ ຍິງເປົ້າໝາຍດ້ວຍລູກປືນແທ້ຂັ້ນ ເກັ່ງມີ 10 ສະຫາຍ, ກາງ 38 ສະ ຫາຍ, ຄາດໝາຍ 28 ສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ