ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງງານສ້ອມແປງລົດ - ເຮືອ ປະກາດການແຕ່ງຕັ້ງບາງພະແນກການ
ເວລາອອກຂ່າວ: 2021-01-07 09:01:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ:



ທ້າຍເດືອນທັນວາຜ່ານມາ, ໂຮງງານສ້ອມແປງລົດ-ເຮືອ ຈັດຕັ້ງພິທີປະກາດການແຕ່ງ ຕັ້ງບາງພະແນກການ, ໂດຍການ ເປັນປະທານຂອງ ສະຫາຍ ພັນໂທ ອຸດົມ ລານທອງສິງ ຮອງຫົວໜ້າກົມຄຸ້ມຄອງລົດ, ມີຄະນະພັກ-ຄະນະບັນຊາໂຮງ ງານ, ພະແນກພະນັກງານ ກົມ ໃຫຍ່ເຕັກນິກ, ຕະຫຼອດຮອດ ພະນັກງານ-ນັກຮົບໃນໂຮງງານ ເຂົ້າຮ່ວມ. ສະຫາຍ ພັນໂທ ວຽງນາກ ວິລະ ວົງ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ເຕັກນິກ ກອງທັບ ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ, ເຊິ່ງໄດ້ຕົກລົງ ແຕ່ງຕັ້ງສະຫາຍ ພັນໂທ ສີວອນ ອຸດົມສຸກ ເປັນຮອງຫົວໜ້າພະ ແນກພະລາທິການ ໂຮງງານ ສ້ອມແປງລົດ-ເຮືອ, ສະຫາຍ ພັນຕີ ຈັນທອນ ດວງພະໄຊ ເປັນ ຫົວໜ້າຂະແໜງຄຸ້ມຄອງນັກຮຽນ ແລະ ສະຫາຍ ຮ້ອຍຕີ ນາງ ສູນາ ບັນນະວົງ ເປັນຫົວໜ້າຂະແໜງ ເສນາຮັກ ໂຮງງານສ້ອມແປງ ລົດ-ເຮືອ. ໂດຍ: ຄຳສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ