ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 1 ປິດການແຂ່ງຂັນກີລາມວນຊົນ ປະຈຳປີ 2020
ເວລາອອກຂ່າວ: 2021-01-07 09:00:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 247 | ຄວາມນິຍົມ:



v ໃນວັນທີ 18 ທັນວາ 2020 , ກອງພົນທີ1 ໄດ້ປິດຂະບວນ ການແຂ່ງຂັນກີລາມວນຊົນປະ ຈຳປີ 2020, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ອຸ່ນຈັນ ແດງວັນສົມ ຮອງເລຂາ ຄະນະພັກ, ຫົວໜ້າການທະຫານ ກອງພົນ, ມີຄະ ນະພັກ - ຄະນະນໍາ ພ້ອມນັກກີລາແຕ່ລະອົງການ, ກົມກອງທົ່ວກອງພົນທີ 1 ເຂົ້າ ຮ່ວມ. ການແຂ່ງຂັນກີລາຄັ້ງນີ້ ປະກອບມີ 5 ປະເພດຄື: ເຕະ ບານຊາຍ, ບານສົ່ງຊາຍ, ບານ ສົ່ງຍິງ, ກະຕໍ້, ເປຕັງປະສົມ ຍິງ-ຊາຍ. ຕະຫຼອດໄລຍະການ ແຂ່ງຂັນແມ່ນເຕັມໄປດ້ວຍບັນ ຍາກາດຟົດຟື້ນ, ເບີກບານມ່ວນ ຊື່ນຜ່ານການແຂ່ງຂັນໃນໄລ ຍະຜ່ານມາສາມາດສະຫຼຸບຜົນ ໄດ້ຮັບດັ່ງນີ້: ເຕະບານຊາຍ ອັນດັບທີ 1 ຫ້ອງເຕັກນິກ, ອັນ ດັບທີ 2 ກອງພັນ 468, ອັນ ດັບທີ 3 ໄດ້ແກ່ສູນເຝິກອົບຮົມ; ບານສົ່ງຊາຍ ອັນດັບທີ 1 ຫ້ອງ ພະລາທິການ, ອັນດັບທີ 2 ກອງພັນໃຫຍ່ 102, ອັນດັບທີ 3 ຫ້ອງເສນາທິການ; ບານສົ່ງຍິງ ອັນດັບທີ 1 ກອງພັນສື່ສານ 221, ອັນດັບທີ 2 ຫ້ອງພະລາ ທິການ, ອັນດັບທີ 3 ໂຮງໝໍກອງ ພົນ; ກະຕໍ້ ອັນດັບທີ 1 ຫ້ອງພະ ລາທິການ, ອັນດັບທີ 2 ກອງພັນ 13, ອັນດັບທີ 3 ກອງພັນ162; ກີລາເປຕັງປະສົມ ຊາຍ-ຍິງ ອັນດັບທີ 1 ສູນເຝິກກອງພົນ, ອັນດັບທີ 2 ຫ້ອງການເມືອງ, ອັນດັບທີ 3 ຫ້ອງການກອງພົນ. ການແຂ່ງຂັນກີລາມວນຊົນ ໃນຄັ້ງນີ້ແມ່ນມີຄວາມໝາຍ, ຄວາມສໍາຄັນຕໍ່ກົມກອງ ແລະ ນັກກີລາ, ເຊິ່ງໄດ້ເສີມສ້າງກໍາ ລັງແຮງກາຍ ແລະ ຈິດໃຈ, ສ້າງ ໄດ້ຄວາມສາມັກຄີເປັນປຶກແຜ່ນ ພາຍໃນກົມກອງ, ເປັນການຍົກ ລະ ດັບເຕັກນິກການຫຼິ້ນກີລາໃຫ້ ດີຂຶ້ນ ໂດຍ: ກ. ແດນດອກກ້ຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ