ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປີດຊຸດອົບຮົມ-ຫັດແອບ ວຽກງານເຕັກນິກ ປະຈຳປີ 2020
ເວລາອອກຂ່າວ: 2021-01-05 08:51:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ວັນທີ 28 ທັນວາ ຜ່ານມາ, ຫ້ອງເຕັກນິກ ກອງພົນທີ 5 ໄດ້ເປີດຊຸດອົບຮົມ-ຫັດແອບ ວຽກງານເຕັກນິກປະຈຳປີ, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນເອກ ກຸມພົນ ແກ້ວວົງສາ ກຳມະການຄະນະພັກ ຫົວໜ້າ ຫ້ອງເຕັກນິກ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ຈາກ ອົງການ 5 ຫ້ອງ, ພະນັກງານວິ ຊາສະເພາະເຂົ້າຮ່ວມ. ສະຫາຍ ພັນໂທ ພູວຽງ ແພງຊັບ ຮອງຫົວໜ້າຫ້ອງເຕັກນິກ ກອງ ພົນທີ 5 ໄດ້ຜ່ານແຜນການ ໃນການອົບຮົມ ເຊິ່ງລວມມີ 17 ເອກະສານ ຄື: ເຊື່ອມຊຶມ ບັນຊາ-ເສນາການທະຫານ, ບົດ ບາດ, ໜ້າທີ່ຂອງອົງການເສ ນາເຕັກນິກ, ວຽກງານເສນາເຕັກນິກໃນການເຄື່ອນທັບ, ສິດ, ໜ້າ ທີ່ ຄວາມຮັບຜິດຊອບໃນການ ນຳໃຊ້ລົດ ແລະ ຄຸ້ມຄອງລົດ ໃນກອງທັບ, 5 ຫຼັກການ 10 ລະບອບ ວຽກງານການບົວລະບັດ ຮັກສາຄຸ້ມຄອງອາວຸດ-ກະສຸນ, ຄຸ້ມຄອງຈຳນວນລົດ ແລະ ຄຸ້ມ ຄອງຄຸນນະພາບລົດ, ລະບຽບ ການຄຸ້ມຄອງອາວຸດຍຸດໂທປະ ກອນໃນກອງທັບ, ຂໍ້ມູນພື້ນຖານວຽກງານຮັບປະກັນພາຫະນະ-ອາວຸດຍຸດໂທປະກອນເຕັກນິກ ໃນການອົບຮົມ ແລະ ເອກະສານ ຕ່າງໆທີ່ກ່ຽວພັນກັບວຽກງານ ເຕັກນິກ. ການເປີດຊຸດອົບຮົມ ຄັ້ງນີ້, ກໍເພື່ອເປັນການປັບປຸງ ຍົກລະດັບສູງ ລະດັບຄວາມຮູ້, ຄວາມສາມາດ ໃຫ້ຄະນະພັກ- ຄະນະບັນຊາ, ພະນັກງານວິຊາ ສະເພາະທີ່ຮັບຜິດຊອບວຽກ ງານເຕັກນິກ ຢູ່ບັນດາອົງການ, ກົມກອງໃຫ້ໄດ້ຮັບຮູ້ເຊື່ອມຊຶມ ກຳແໜ້ນຕໍ່ບັນດາຂໍ້ກຳນົດລະ ບຽບຫຼັກການ ໃນການຄຸ້ມຄອງ ພາຫະນະອາວຸດ-ຍຸດໂທປະກອນ ທີ່ຂັ້ນເທິງປະກອບໃຫ້ມີຄວາມ ຮັບປະກັນ ແລະ ມີຄຸນນະພາບ ສູງ, ຮັບໃຊ້ໄດ້ຍາວນານ. ການ ອົບຮົມຄັ້ງນີ້ຈະໄດ້ດຳເນີນໄປ ເປັນ ເວລາ 5 ວັນ. ໂອກາດນີ້, ສະຫາຍ ພັນເອກ ກຸມພົນ ແກ້ວວົງສາ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ສະຫາຍ ທີ່ໄດ້ພ້ອມກັນເອົາໃຈ ໃສ່ກະກຽມວຽກງານຕ່າງໆ ເຮັດໃຫ້ການເປີດອົບຮົມສຳເລັດ ໄປດ້ວຍດີ. ຈາກນັ້ນ, ສະຫາຍ ຍັງໄດ້ເນັ້ນໜັກບາງບັນຫາຕໍ່ ກັບໜ້າທີ່ວິຊາສະເພາະຂອງ ຕົນ ເອົາໃຈໃສ່ບັນທຶກຈົດປະຕິ ບັດລະບຽບວິທີ່ຄູ-ອາຈານວາງ ອອກຕ້ອງເພີ່ມທະວີຄວາມ ສາມັກຄີພົວພັນແໜ້ນລະຫວ່າງ ນັກຮຽນກັບຄູ-ອາຈານໃຫ້ ສູງເພື່ອຍາດແຍ້ງເອົາຄວາມຮູ້ ທິດສະດີຫຼັກການເພື່ອນຳໄປ ໝູນໃຊ້ເຂົ້າໃນວຽກງານຂອງ ກົມກອງໃຫ້ມີປະສິດທິພາບສູງ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ