ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງອຸດົມໄຊມອບເງິນນະໂຍບາຍໃຫ້ຄອບຄົວຜູ້ເສຍຊີວິດ
ເວລາອອກຂ່າວ: 2021-01-03 15:53:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 77 | ຄວາມນິຍົມ:



ໃນວັນທີ29 ທັນວາ 2020 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງການເມືອງກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດພິທີ ມອບເງິນນະ ໂຍບາຍໃຫ້ຄອບຄົວຜູ້ເສຍຊີວິດ ມູນຄ່າ 189.311.360 ກີບ, ເຂົ້າ ຮ່ວມມອບໂດຍສະຫາຍ ພັນໂທ ພອນຄຳ ຫວ່າງສະຫງວນ ຫົວ ໜ້າພະແນກໂຄສະນາ-ອົບຮົມ ກອງບັນຊາການທະຫານແຂວງ ອຸດົມໄຊ, ມີພະແນກການກ່ຽວ ຂ້ອງ ແລະ ຄອບຄົວຜູ້ເສຍຊີ ວິດເຂົ້າຮ່ວມ. ໂດຍປະຕິບັດຕາມຄຳສັ່ງແນະ ນຳຂອງກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດ ໝາຍປະກັນສັງຄົມ ແລະອີງ ຕາມຂໍ້ຕົກລົງຂອງລັດຖະມົນ ຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ສະບັບເລກທີ 2030/ຮສສ, ລົງວັນທີ 4 ພຶດສະພາ 2015 ວ່າດ້ວຍການການຈັດຕັ້ງປະຕິບັດວຽກງານປະ ກັນສັງຄົມຢູ່ກະຊວງປ້ອງກັນປະ ເທດ, ດັ່ງນັ້ນກອງບັນຊາການທະ ຫານແຂວງອຸດົມໄຊຈິ່ງໄດ້ຕົກລົງ ອະນຸມັດມອບເງິນອຸດໜູນໃຫ້ ຄອບຄົວຜູ້ເສຍຊີວິດຢູ່ກອງບັນຊາການທະຫານແຂວງອຸດົມໄຊ ຈຳ ນວນ 4 ຄອບຄົວຄື: ຄອບຄົວ ພັນ ຕີ ພອນສະຫວັນ, ຄອບຄົວ ພັນຕີ ຈັນທາ ຫຼວງຄຳແດງ, ຄອບຄົວ ພັນຕີ ທອງໄຊ ແລະ ຄອບຄົວ ຮ້ອຍເອກ ບຸນເຈີຍ, ທັງນີ້ເພື່ອ ເປັນການປະຕິບັດນະໂຍບາຍເປັນ ຂວັນກໍາລັງໃຈໃຫ້ຄອບຄົວ ພະ ນັກ ງານເສຍຊີວິດທີ່ຜ່ານມາໄດ້ ປະກອບສ່ວນສ້າງຜົນງານ ແລະ ຄຸນງາມຄວາມດີຕໍ່ພາລະກິດຮັບ ໃຊ້ຊາດ ນັບແຕ່ມື້ເຂົ້າການປະຕິວັດຈົນຮອດວາລະສຸດທ້າຍຢ່າງສົມກຽດ. ໂອກາດນີ້, ສະຫາຍ ພັນໂທ ພອນຄຳ ຫວ່າງສະຫງວນ ໄດ້ ມີຄຳເຫັນແນະນຳໃຫ້ຄອບຄົວ ທີ່ໄດ້ຮັບເງິນນະໂຍບາຍ ຈົ່ງນໍາໃຊ້ເງິນທີ່ໄດ້ຮັບໃນຄັ້ງນີ້ໄປ ໝູນໃຊ້ເຂົ້າພັດທະນາສ້າງສາ ເສດຖະກິດຄອບຄົວຂອງຕົນ ໃຫ້ເກີດຜົນປະໂຫຍດອັນສູງສຸດ. ໂດຍ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ