ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 584 ສ່ອງແສງວຽກງານຮອບດ້ານ ປະຈໍາໄຕມາດ IV ປີ 2020
ເວລາອອກຂ່າວ: 2021-01-03 15:51:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 227 | ຄວາມນິຍົມ:



ໃນວັນທີ 25 ທັນວາ 2020 ນີ້, ກອງພັນໃຫຍ່ 584 ໄດ້ສ່ອງແສງວຽກງານຮອບ ດ້ານ ປະຈໍາໄຕມາດ IV ປີ 2020 ແລະ ວາງທິດທາງແຜນການ ປະຈໍາໄຕມາດ I ປີ 2021 ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນເອກ ບຸນຕາ ສິນນະວົງ ເລຂາຄະນະພັກ ຫົວໜ້າການ ເມືອງ ກອງພັນໃຫຍ່ 584, ມີຄະນະພັກ-ຄະນະບັນຊາ, ຄະນະ ພັກຮາກຖານ ແລະ ໜ່ວຍພັກທີ່ ຂຶ້ນກັບເຂົ້າຮ່ວມ. ສະຫາຍ ພັນໂທ ບຸນຊູ ມີຈັນຄໍາ ຄະນະພັກ ຮອງຫົວໜ້າການເມືອງ ກອງພັນໃຫຍ່ 584 ຂຶ້ນສະຫຼຸບ ຕີລາຄາໜ້າທີ່ວຽກງານຮອບ ດ້ານ ປະຈໍໄຕມາດທີ IV ໂດຍສະເພາະແມ່ນເອົາໃຈໃສ່ປະຕິບັດຕາມ 5 ຫຼັກການ 3 ທິດນໍາ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະ ຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ, ວຽກງານລົງກໍ່ສ້າງຮາກ ຖານການເມືອງ ໂດຍໄດ້ຖືເອົາ ວຽກງານສຶກສາອົບຮົມການ ເມືອງນໍາພາແນວຄິດເປັນພຶ້ນ ຖານ, ພ້ອມນັ້ນຍັງໄດ້ເອົາໃຈ ໃສ່ກໍ່ສ້າງພັກ-ກໍ່ສ້າງພະນັກງານ ເປັນໃຈກາງ, ມີການຊີ້ນໍາ-ນໍາ ພາຂອງຄະນະພັກແຕ່ຂັ້ນສາມາດ ຄັດເລືອກມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກໃໝ່ໄດ້ 10 ສະຫາຍ, ເລື່ອນສໍາຮອງຂຶ້ນເປັນ ສະມາຊິກພັກສົມບູນໄດ້ 4 ສະ ຫາຍ ຄຽງຄູ່ກັນນັ້ນຍັງໄດ້ເອົາ ໃຈໃສ່ປະຕິບັດຕາມຄໍາຂວັນທີ່ວ່າ “ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ” ສາມາດຂາຍສັດປີກ ຈໍານວນ 270 ກິໂລ, ຂາຍພືດ ລົ້ມລຸກທຸກຊະນິດຈໍານວນ 2,107 ກິໂລ, ຂາຍປາຈໍານວນ 95 ກິໂລ, ນອກນີ້ຍັງເກັບຜັກ ປ່າ 80 ກິໂລລວມມູນຄ່າທັງ ໜົດ 18.387.000 ກີບ ໃນກອງ ປະຊຸມໄດ້ຜັດປ່ຽນກັນຂຶ້ນປະ ກອບຄໍາຄິດຄໍາເຫັນເພື່ອແກ້ໄຂ ດ້ານອ່ອນຂໍ້ຄົງຄ້າງ ແລະ ວິ ທີແກ້ໄຂປະຈໍາໄຕມາດຕໍ່ໄປ, ທັງນີ້ກໍ່ເພື່ອສ້າງໃຫ້ພະນັກງານ ມີຄວາມໜັກແໜ້ນທາງດ້ານ ການເມືອງ-ນໍາພາແນວຄິດ ແລະ ສ້າງຄວາມເຂັ້ມແຂງທາງດ້ານ ການຈັດຕັ້ງເພື່ອຕອບສະໜອງ ໃນໜ້າທີ່ການ ເມືອງປະກອບ ສ່ວນໃນ 2 ໜ້າທີ່ຍຸດທະສາດ ຂອງຊາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ. ໂອກາດນີ້, ສະຫາຍ ພັນເອກ ບຸນຕາ ສິນນະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນ ໃຫຍ່ 584 ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຍັງໄດ້ ຮຽກຮ້ອງໃຫ້ບັນດາຄະນະພັກ ຮາກຖານ-ໜ່ວຍພັກເພີ່ມທະວີ ການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາ ຊິກພັກ-ນັກຮົບເປັນກົກຖືເອົາ ການຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງ ກັນ ແລະ ກັນເປັນບັນຫາສໍາ ຄັນຈັດຕັ້ງດໍາເນີນຊີວິດການ ເມືອງຂັ້ນຈຸ, ຂັ້ນໜ່ວຍໃຫ້ເປັນ ປົກກະຕິ, ເຮັດວຽກງານເປັນ ໝູ່ຄະນະແບ່ງວຽກໃຫ້ບຸກຄົນ ຮັບຜິດຊອບເພື່ອພ້ອມກັນສ້າງ ໃຫ້ກາຍເປັນໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນເປັນ ກ້າວໆ. ໂດຍ: ນາງ ດວງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ