ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 27 ມີນາ 2025

  

ກອງວາລະສານປ້ອງກັນຊາດ ສະຫຼຸບວຽກງານຮອບດ້ານປະຈຳປີ 2020
ເວລາອອກຂ່າວ: 2020-12-28 08:50:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 407 | ຄວາມນິຍົມ:



v ວັນທີ 24 ທັນວາ 2020 ນີ້, ກອງວາລະສານປ້ອງກັນຊາດໄດ້ສະຫຼຸບວຽກງານຮອບ ດ້ານ ປະຈຳປີ 2020 ແລະ ວາງ ທິດທາງແຜນການປະຈໍາປີ 2021, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ປອ ທິມ ສາວ ດວງຈຳປາ ເລາຂາໜ່ວຍ ພັກ ຫົວໜ້າບັນນາທິການວາລະ ສານປ້ອງກັນຊາດ, ໂດຍເປັນ ກຽດເຂົ້າຮ່ວມຂອງ ສະຫາຍ ພັນ ເອກ ຄຳຂື່ນ ເລີດສະໄຫວ ຮັກສາ ການຫົວໜ້າກົມໂຄສະນາອົບ ຮົມກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກ-ຄະນະບັນນາທິການ ພ້ອມດ້ວຍພະນັກງານນັກຮົບເຂົ້າ ຮ່ວມ. ສະຫາຍ ພັນເອກ ປອ ທິມສາວ ດວງຈຳປາ ໄດ້ຕີລາຄາການ ເຄື່ອນໄຫວວຽກງານຮອບດ້ານ ໃນໄລຍະ 1 ປີ ຜ່ານມາ ຄະນະ ພັກ-ຄະນະບັນນາທິການໄດ້ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດ ດ້ວຍ ຫຼາຍເນື້ອໃນຫຼາຍຮູບການ ສອດຫ້ອຍເຂົ້າໃນທຸກຂົງເຂດ ວຽກງານ ໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ, ຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ສ້າງຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງປອດໃສ ປອດ ໄພ ປອດຄະດີ ຕິດພັນກັບ 5 ຫຼັກການ 3 ທິດນໍາຂອງພັກ ຕະ ຫຼອດໄລຍະ 1 ປີ ຜ່ານມາສາ ມາດເສີມຂະຫຍາຍ ແລະ ຮັກສາໄດ້ມູນເຊື້ອການນຳພາຂອງຄະນະໜ່ວຍພັກ, ສະມາຊິກພັກ ເປັນແບບຢ່າງນໍາໜ້າທຸກວຽກ ງານ, ພາຍໃນມີຄວາມສາມັກ ຄີເປັນ ເອກະພາບ ຕີລາຄາແບ່ງ ປະເພດສະມາຊິກພັກແຂງໄດ້ 16 ສະຫາຍ ກວມເອົາ 80%, ກາງ 4 ສະຫາຍ ກວມເອົາ 20%, ວຽກງານວິຊາສະເພາະໄດ້ ອອກແບບຈັດໜ້າ ແລະ ຈັດ ພິມວາລະສານໃນ 04 ໄຕມາດ, ໄຕມາດລະ 500 ສະບັບ, ລວມ ທັງໝົດ 2.000 ຫົວ, ແຈກ ຢາຍວາລະສານໄດ້ 1.755 ຫົວ; ຄົ້ນຄວ້າ, ຂຽນ, ພິມ, ກວດແກ້ ບົດໄດ້ທັງໝົດ 145 ບົດ ໃນ ນີ້ມີບົດຈາກເພື່ອນຮ່ວມງານ 80 ບົດ; ລົງເກັບກໍາຂໍ້ມູນ ແລະ ຖ່າຍພາບມີ 25 ຄັ້ງ; ຂຽນບົດ ລົງໜ້າເວັບໄຊໄດ້ 145 ບົດ ມີ ຜູ້ເຂົ້າຊົມເວັບໄຊ 18,600 ເທື່ອ ຄົນ; ຈອງ ແລະ ແຈກຍາຍໜັງ ສືພິມປະຊາຊົນ, ໜັງສືພິມກອງ ທັບ, ໜັງສືພິມປ້ອງກັນຄວາມ ສະຫງົບ ແລະ ຂ່າວຄົ້ນຄວ້າ 5. 696 ສະບັບ; ພິມຮູບພາບ ການນໍາຮຸ່ນທໍາອິດ, ກົມການ ເມືອງ ແລະ ຄະນະພັກກະຊວງ ປ້ອງກັນປະເທດໃຫ້ບັນດາ ອົງການ, ກົມກອງ, ທ້ອງຖິ່ນ ທັງໝົດ 86 ໃບ; ສັງລວມ ແລະ ສ້າງປາໂນຮູບພາບຜົນ ງານການເຄື່ອນໄຫວຂອງກົມ ໃຫຍ່ການເມືອງກອງທັບສໍາເລັດ 4 ແຜ່ນ; ພິມ ແລະ ຈໍາໜ່າຍ ຮູບພາບຄະນະພັກກົມໃຫຍ່ການ ເມືອງກອງທັບ ສະໄໝທີ V ໄດ້ 120 ໃບ, ຄະນະພັກ ກົມ ໃຫຍ່ ພະລາທິການກອງທັບ 200 ໃບ ແລະ ຄະນະພັກກອງ ພົນທີ 1 ໄດ້ 45 ໃບ; ພວມສືບຕໍ່ ຕົບແຕ່ງຮູບພາບ ຄະນະກົມ ໃຫຍ່ການເມືອງກອງທັບແຕ່ ລະສະໄໝໃສ່ຫ້ອງໃກ້ຈະສໍາ ເລັດ; ຕົບແຕ່ງ ແລະ ພິມຮູບ ພາບຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງ ປ້ອງກັນປະເທດ 1.000 ໃບ ແລະ ຮູບພາບຄະນະພັກ ກະຊວງ ແລະ ຄະນະບັນຊາກໍາລັງຫຼວງ-ກຳລັງ ທ້ອງຖິ່ນ ຈຳນວນ 70 ໃບ ເພື່ອ ແຈກຢາຍໃຫ້ບັນດາອົງການ, ກົມກອງໃຫ້ສຳເລັດຕາມແຜນການ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ