
ປະກາດສ້າງຕັ້ງກອງຮ້ອຍ 118 ຂຶ້ນກັບກອງບັນຊາການທະຫານ ເມືອງລ້ອງແຈ້ງ
ເວລາອອກຂ່າວ: 2020-12-28 08:36:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 358 | ຄວາມນິຍົມ:
v ໃນວັນທີ 16 ທັນວາ ນີ້,ຢູ່ສະໂມສອນກອງບັນຊາການ ທະຫານເມືອງລ້ອງແຈ້ງໄດ້ປະ ກາດສ້າງຕັ້ງກອງຮ້ອຍ 118 ຂຶ້ນກັບກອງບັນຊາການທະ ຫານເມືອງລ້ອງແຈ້ງ ໂດຍການ ເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພັນເອກ ໝອນຄໍາດວງສະຫວັນ ກຳມະການພັກ ແຂວງ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາ ການທະຫານ ແຂວງໄຊສົມບູນ, ມີສະຫາຍ ອິນຕອງ ໂຄດປັນຍາ ກໍາມະການພັກແຂວງ ເລຂາພັກ ເມືອງ ເຈົ້າເມືອງໆລ້ອງແຈ້ງ, ມີພະນັກງານ-ນັກຮົບ ທົ່ວກອງບັນຊາການທະຫານເມືອງລ້ອງແຈ້ງເຂົ້າຮ່ວມ.
ໃນພິທີ ສະຫາຍ ຮ້ອຍ ເອກ ຖາວອນ ວັນວິຮັກ ຮອງ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງຄະນະກອງຮ້ອຍທີ່ ຂຶ້ນກັບກອງບັນຊາການທະຫານເມືອງລ້ອງແຈ້ງອີງຕາມກົດ ໝາຍນາຍທະຫານກອງທັບ ປະຊາຊົນລາວ ( ສະບັບປັບ ປຸງ) ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ໃສ່ອີງຕາມຂໍ້ຕົກລົງຂອງກົມໃຫຍ່ ເສນາທິການ ອີງຕາມການຄົ້ນ ຄວ້າເຫັນດີເປັນເອກະພາບຂອງ ຄະນະພັກ-ຄະນະບັນຊາ ກອງ ບັນຊາການທະຫານແຂວງ ໄຊສົມບູນ ຄັ້ງວັນທີ 28 ຕຸລາ 2020 ຕົກລົງແຕ່ງຕັ້ງ ຮ້ອຍ ເອກ ເພັງວິໄລ ໄຊຍະວົງ ເປັນຫົວໜ້າການທະຫານ, ຮ້ອຍໂທສີລາວອນ ເຈ້ຍຈື້ ເປັນຫົວໜ້າການເມືອງ, ຮ້ອຍໂທ ຄໍານ້ອຍ ຄໍາບຸນມີ ເປັນຮອງຫົວໜ້າການເມືອງ ແລະ ຮ້ອຍຕີ ເຢັ້ງທ່າວ ເຍ່ຍກູ້ເພຍຫຼວງ ເປັນຮອງຫົວໜ້າການທະຫານ ພ້ອມປະກາດແຕ່ງຕັ້ງຫົວໜ້າໝວດ, ຮອງຫົວໜ້າໝວດ ແລະ ຫົວໜ້າໝູ່ຮອງຫົວໜ້າໝູ່.
ໂອກາດນີ້, ສະຫາຍ ພັນເອກ
ໝອນຄໍາ ດວງສະຫວັນ ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ ຜ່ານມາ, ເຊິ່ງການປະກາດໃນຄັ້ງ ນີ້ແມ່ນກົດເກນພາວະວິໄສແມ່ນ
ກົດລະບຽບການຂອງພັກ ເພື່ອ ເປັນການປັບປຸງກົມກອງ ໃຫ້ ມີຄວາມເຕີບໃຫຍ່ເຂັ້ມແຂງ ໜັກ ແໜ້ນ ເພື່ອຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານ ພ້ອມທັງຮຽກ ຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນ ຄັ້ງນີ້ ເສີມຂະຫຍາຍບົດບາດ, ປົກປັກຮັກສາມູນເຊື້ອອັນດີງາມ ຂອງຊາດຂອງພັກ ແລະ ຂອງ ກອງທັບ ເຮັດໃຫ້ເມືອງລ້ອງແຈ້ງ ມີຄວາມສະຫງົບໂດຍພື້ນຖານ ສ້າງຄວາມເຂັ້ມແຂງໜັກແໜ້ນ ຂຶ້ນກວ່າເກົ່າ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ວັນດຽວກັນນີ້ ສະຫາຍ ພັນ ເອກ ໝອນຄໍາ ດວງສະຫວັນ ກໍາມະການພັກແຂວງ ຮອງເລ ຂາຄະນະພັກ ຫົວໜ້າການເມືອງ ທະຫານແຂວງໄຊສົມບູນ ພ້ອມ ດ້ວຍທີມງານໄດ້ເຂົ້າອວຍພອນ ແລະ ມອບກະຕ່າຂອງຂວັນ ໃຫ້ກອງຂຸດຄົ້ນອັດຖິ ປະຈໍາເມືອງ ລ້ອງແຈ້ງແຂວງໆໄຊສົມບູນ ພ້ອມທັງມອບໃບຍ້ອງຍໍໃຫ້ທະ ຫານ ກອງຂຸດຄົ້ນອັດຖິ ສສ ຫວຽດນາມທີ່ມີຜົນງານດີເດັ່ນ ໃນການປະຕິບັດງານປະຈໍາ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຈໍານວນ 15 ສະຫາຍ ອີກດ້ວຍ.
ໂດຍ: ມະລິ ສຸພັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ